Home​ຂ່າວບັນເທິງຂ່າວລື! ກອງປະກວດ "Miss Universe Laos" ອາດຈະປ່ຽນຊຸດປະຈຳຊາດໃໝ່

ຂ່າວລື! ກອງປະກວດ “Miss Universe Laos” ອາດຈະປ່ຽນຊຸດປະຈຳຊາດໃໝ່

Published on

ສ່ອງກະແສຊຸດປະຈຳຊາດ “Miss Universe Laos” ຍັງມາແຮງ ຫຼັງຈາກທາງກອງປະກວດໄດ້ປ່ອຍຮູບ ຂອງ ສຸພາພອນ ສົມວິຈິດ (ນຸ້ຍ) ມິສຢູນິເວຣີສລາວ 2017 ກັບຊຸດປະຈຳຊາດທີ່ຈະໃຊ້ປະກວດໃນເວທີ Miss Universe 2017 ກໍ່ຖືກກະແສວິພາກວິຈານຢ່າງໜັກຈາກສັງຄົມເຖິງຄວາມບໍ່ເໝາະສົມ ແລະ ປັດຈຸບັນກໍ່ມີຂ່າວລືອອກມາຢ່າງຕໍ່ເນື່ອງ ກ່ຽວກັບເລື່ອງຊຸດປະຈຳຊາດ ວ່າທາງກອງປະກວດຈະປ່ຽນຊຸດປະຈຳຊາດໃໝ່ ແຕ່ກໍ່ບໍ່ຮູ້ວ່າມັນຈະແມ່ນເລື່ອງແທ້ ຫຼື ບໍ່ ເພາະຕອນນີ້ຍັງບໍ່ມີການແຈ້ງການຢ່າງເປັນທາງການກ່ຽວກັບເລື່ອງນີ້ຈາກທາງເຟສບຸກເພຈ Miss Universe Laos ມີສຢູນີເວີຣສ ລາວ ເທື່ອ

ແລະ ເມື່ອວານນີ້ (13/11/2017) ມີເຈົ້າຂອງເຟສບຸກຊື່ວ່າ Soumphon Jaejin ໄດ້ເຜີຍຮູບຖ່າຍຊຸດທີ່ຈະໃຊ້ໃນງານ Miss Universe 2017 ແລະ ມີການຝາກຖາມສົ່ງທ້າຍ 

“ຢາກໃຫ້ໃສ່ເປັນຊຸດປະຈຳຊາດ ຫຼື ຢາກໃຫ້ໃສ່ໃນງານສຳຄັນຂອງກອງປະກວດ ໂຫວດເລີຍ ກົດໄລ້ກົດແຊ ດ່ວນ…
(ງານນີ້ມີອີກ1ເຊີໄພ້ ອຸບໄວ້ກ່ອນ )”

ເມື່ອວານນີ້ທາງທີມງານບັນເທີງດາລາຂອງລາວໂພສໄດ້ລອງຕິດຕໍ່ໄປຫາ ແຕ່ກໍ່ບໍ່ສາມາດໂທເຂົ້າຫາໄດ້ ດັ່ງນັ້ນ, ຈິ່ງໄດ້ສົ່ງຂໍ້ຄວາມເຂົ້າໄປຖາມທາງກອງປະກວດທີ່ເຟສບຸກເພຈ Miss Universe Laos ມີສຢູນີເວີຣສ ລາວ ແຕ່ຍັງບໍ່ໄດ້ຮັບຄຳຕອບໃດໆກັບຄືນມາ ສະນັ້ນ ຂ່າວລືເລື່ອງການປ່ຽນຊຸດປະຈຳຊາດນີ້ຍັງບໍ່ທັນມີຂໍ້ສະຫຼຸບຊັດເຈນ ພວກເຮົາຄົງຕ້ອງລຸ້ນກັນຕໍ່ໄປ ຄາດວ່າເມື່ອເຖິງເວລາທາງກອງປະກວດຈະອອກມາປະກາດໃຫ້ຮູ້ດ້ວຍຕົນເອງ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...