Home​ຂ່າວບັນເທິງເຜີຍ 2 ຊຸດປະຈຳຊາດລາວທີ່ຈະໃຊ້ປະກວດຮອບ Dance of the world

ເຜີຍ 2 ຊຸດປະຈຳຊາດລາວທີ່ຈະໃຊ້ປະກວດຮອບ Dance of the world

Published on

ການປະກວດ Miss World 2017 ຮອບຕັດສິນຈະຈັດຂຶ້ນໃນວັນທີ 18 ພະຈິກ 2017 ຢູ່ ສ.ປ.ຈີນ ເປັນອີກຫນຶ່ງເວທີ ທີ່ ສປປ ລາວ ໄດ້ສົ່ງນາງງາມເຂົ້າຮ່ວມປະກວດເປັນປີທຳອິດ ໂດຍນາງງາມຕົວແທນຈາກລາວ ຫຼື Miss World Laos 2017 ແມ່ນນາງ ຕົ້ນຄຳ ໂພນຈັນເຮືອງ 

ແຟນຄລັບທັງປະເທດຕ້ອງລຸ້ນກັນ  ຫຼັງທາງໄອຈີກອງປະກວດ Miss World Laos ໄດ້ເຜີຍ 2 ຊຸດປະຈຳຊາດລາວອອກມາໃຫ້ເຫັນ ເມື່ອວັນທີ 12 ພະຈິກ 2017 ທີ່ຜ່ານມາ ແຕ່ປັດຈຸບັນຍັງບໍ່ໄດ້ສະຫຼຸບຢ່າງເປັນທາງການວ່າຈະເລືອກຊຸດໃດດີ 1 ຫຼື 2 ໃຫ້ ນາງ ຕົ້ນຄຳ ໂພນຈັນເຮືອງ ທີ່ຈະນຸ່ງໃນຮອບ Dance of the world ເຊິ່ງທາງກອງປະກວດກໍ່ໄດ້ເປີດໃຫ້ແຟນໆຊາວລາວທົ່ວປະເທດຮ່ວມໂຫວດເລືອກຊຸດປະຈຳຊາດໃນຄັ້ງນີ້

  1. ຊຸດ “ເມືອງຫຼວງພະບາງ” ຈາກຮ້ານພູນສຸກເວດດິ້ງຫຼວງພະບາງ

2. ຊຸດ “ລາວທັນສະໄຫມ” ເຊິ່ງອອກແບບໂດຍ ບິນລີ້ ສີອຳພັນ ນັກອອກແບບໜຸ່ມນ້ອຍຈາກໂຄງການປະກວດ Young Designer ຂອງ Lao Fashion Week ປີ 2015

ສຳລັບທ່ານໃດທີ່ສົນໃຈເປັນສ່ວນໜຶ່ງໃນການເລືອກຊຸດສາມາດເຂົ້າໂຫວດໄດ້ທີ່: IG: misslaos_up

ແລະ ທ່ານສາມາດສົ່ງກຳລັງໃຈໄປຊ່ວຍເຊຍ ນາງ ຕົ້ນຄຳ ໂພນຈັນເຮືອງ Miss World Laos 2017 ໃຫ້ໄດ້ເຂົ້າໄປເຖິງຮອບເລິກໆ ພຽງທ່ານເຂົ້າໄປທີ່ #Missworld2017 #Voting #MissWorldLaos
ແລ້ວເຂົ້າໄປກົດໄລນ໌ ຫຼື ແຊຣ໌ຮູບ ພຽງເທົ່ານີ້ທ່ານກໍ່ສາມາດເປັນສ່ວນໜຶ່ງໃນການຊ່ວຍນາງງາມຈາກ ສປປ ລາວໄດ້

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...