Homeຂ່າວພາຍ​ໃນສປປລາວ ຕ້ອນຮັບ ສະຫາຍ ສີ ຈິ້ນຜິງ ຢ່າງສົມກຽດ

ສປປລາວ ຕ້ອນຮັບ ສະຫາຍ ສີ ຈິ້ນຜິງ ຢ່າງສົມກຽດ

Published on

ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 13 ພະຈິກ 2017 ສະຫາຍ ສີ ຈິ້ນ​ຜິ​ງ ​ເລຂາ​ທິການ​ໃຫຍ່ ຄະນະ​ກຳມະການ ​ສູນ​ກາງ​ພັກກອມ​ມູນິດ​ຈີນ, ປະທານ​ປະ​ເທດ ​ແຫ່ງ ສປ ຈີນ ພ້ອມ​ດ້ວຍ​ຄະນະ ​ເດີນທາງ​ມາ​​ເຖິງ ​ສະໜາມ​ບິນ​ສາກົນວັດ​ໄຕ​ ນະຄອນຫລວງ​ວຽງ​ຈັນ, ​​ໂດຍ​ເຮືອ​ບິນ​ພິ​ເສດຂອງ ສປ ຈີນ (Boeing 747-800) ເພື່ອ​ດຳ​ເນີນ​ການ​ຢ້ຽມຢາມ ທາງ​ລັດຖະກິດ ສປປ ລາວ ​ໃນ​ລະຫວ່າງ​ ວັນ​ທີ 13-14 ພະຈິກ 2017 ນີ້.

​​ໃຫ້​ກຽດອອກ​ຕ້ອນຮັບ​ ໂດຍສະຫາຍ ພັນ​ຄຳ ວິພາ​ວັນ ກຳມະການ​ກົມ​ການ​ເມືອງ​ ສູນ​ກາງ​ພັກ ຮອງ​ປະທານ​ປະ​ເທດ, ​ພ້ອມ​ດ້ວຍ​ການ​ນຳ​ຂັ້ນ​ສູງ ພັກ-​ລັດ​ຖະບານ ແຫ່ງ ສປປລາວ ​ໃຫ້ການ​ຕ້ອນຮັບ ຢ່າງ​ສົມ​ກຽດ.

​ພິທີ​ຕ້ອນຮັບ ສະຫາຍ ສີ ຈິ້ນ​ຜິ​ງ ພ້ອມ​ດ້ວຍ​ຄະນະ ​ໄດ້​ຈັດ​ຂຶ້ນຢ່າງ​ສົມ​ກຽດ​ ຂອງ​ວັນ​ດຽວກັນ ທີ່ທຳນຽບ ປະທາ​ນປະ​ເທດ, ໂດຍ​ ສະຫາຍບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດແຫ່ງ ສປປ  ລາວ ພ້ອມ​ດ້ວຍຄະນະ​ນຳ​ຂັ້ນ​ສູງ ​ຂອງ​ພັກ-​ລັດຖະບານ ສປປ ລາວ. ​ພາຍຫລັງສຳ​ເລັດ ​ພິທີ​ຕ້ອນຮັບ ​ຢ່າງ​ເປັນ​ທາງ​ການ​ແລ້ວ ​​ຈະ​ມີພິທີ​ພົບ​ປະ​ສອງ​ຝ່າຍ ເພື່ອ​ປຶກສາ​ຫາລື ​​ແລະ ​ເສີມ​ຂະຫຍາຍ ​ການ​ຮ່ວມ​ມື​ຮອບດ້ານ​ໃນຕໍ່ໜ້າ.

ການ​ເດີນທາງມາ​ຢ້ຽມຢາມ ທາງ​ລັດຖະກິດ ສປປ ລາວ ຂອງ​ສະຫາຍ ສີ ຈິ້ນ​ຜິ​ງ ຈະ​ເປັນ​ນິມິດ​ໝາຍ​ອັນ​ດີ​ ໃຫ້​ແກ່​ການ​ເສີມ​ຂະຫຍາຍ ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ ຮອບດ້ານຂອງທັງສອງປະເທດ

https://www.facebook.com/XinhuaNewsAgency/videos/2185871188106980/

 

 ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ
ວິດີໂອຂ່າວຈາກ: China Xinhua News

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...