spot_img
Homeຂ່າວພາຍ​ໃນຊີວະປະຫວັດຫຍໍ້ ຂອງ ສະຫາຍ ສີຈິ້ນຜິງ

ຊີວະປະຫວັດຫຍໍ້ ຂອງ ສະຫາຍ ສີຈິ້ນຜິງ

Published on

ສະຫາຍ ສີຈິ້ນຜິງ (Xi Jinping) ເກີດເດືອນມິຖຸນາ ປີ 1953 (64 ປີ), ຊົນເຜົ່າຮັ້ນເມືອງຟູຜິງແຂວງສານຊີ, ເຂົ້າຮ່ວມການປະຕິວັດ ໃນເດືອນມັງກອນ ປີ 1969, ເປັນສະມາຊິກພັກ ກອມມູນິດຈີນ ໃນເດືອນມັງກອນ ປີ 1974. ຈົບການສຶກສາລະດັບປະລິນຍາຕີ ຂະແໜງການສຶກສາ ດ້ານທິດສະດີ ແລະ ແນວຄິດການເມືອງ ລັດທິມາກຢູ່ສະຖາບັນວັດທະນະທຳ ແລະ ສັງຄົມ ຂອງມະຫາວິ ທະຍາໄລຊິງຮວາ, ຈົບປະລິນຍາໂທເຊື່ອມຕໍ່, ຈົບປະລິນຍາເອກຂະແໜງກົດໝາຍ.

ຕຳແໜ່ງປະຈຸບັນ: ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານຄະນະກຳມະການ ທະຫານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ປະທານຄະນະກຳມະການ ທະຫານສູນກາງ ຂອງ ສປ ຈີນ.

  • ການເຄື່ອນໄຫວສຳຄັນ ຂອງ ສະຫາຍ ສີຈິ້ນຜິງ ໃນໄລຍະຜ່ານມາ ມີຄືດັັ່ງນີ້:

–  ແຕ່ປີ 1969-1975, ເປັນເລຂາໜ່ວຍພັກ, ມະຫາຊົນກ້າວໜ້າ ໃນກອງຜະລິດລຽງເຈ່ຍເຮີ, ສະຫະກອນອ່ານອີ້, ເມືອງຢຽນຊວນ ແຂວງສານຊີ;

–  ແຕ່ປີ 1975-1979, ຮຽນວິຊາສານປະສົມອິນຊີພື້ນຖານ ຂະແໜງອຸດສະຫະກໍາເຄມີສາດ, ມະຫາວິທະຍາ ໄລ ຊິງຮົວ;

–  ແຕ່ປີ 1979-1982, ​ເປັນເລຂາ ຂອງ ຫ້ອງວ່າການຄະນະລັດຖະບານຈີນ, ຫ້ອງວ່າການຄະນະກຳມະທິການ ການທະຫານສູນກາງ, (ຖະຫານປະຈຳກອງທັບ);

–  ແຕ່ປີ 1982-1983, ເປັນຮອງເລຂາພັກເມືອງໆເຈິ້ງຕິ້ງ, ແຂວງເຫີເປີຍ;

–  ແຕ່ປີ 1983-1985, ເປັນເລຂາພັກເມືອງໆເຈິ້ງຕິ້ງ, ແຂວງເຫີເປີຍ; ເປັນຄະນະກໍາມະການການເມືອງຜູ້ທີໜຶ່ງ, ທັງເປັນເລຂາຄະນະພັກຜູ້ທີໜຶ່ງ ຂອງ ກອງບັນຊາການປະກອບ ອາວຸດເມືອງເຈິ້ງຕິ້ງແຂວງເຫີເປີຍ;

–  ແຕ່ປີ 1985-1988, ເປັນຄະນະປະຈໍາພັກນະຄອນ, ຮອງເຈົ້າຄອງນະຄອນເຊຍເມີນແຂວງຟູຈ້ຽນ;

–  ແຕ່ປີ 1988-1990, ເປັນເລຂາຄະນະພັກຮາກຖານເຂດນິງເຕີ ແລະ ເປັນເລຂາຄະນະພັກຜູ້ທີໜຶ່ງ ຂອງຄະນະພັກເຂດນິງເຕີ, ແຂວງຟູຈ້ຽນ;

–  ແຕ່ປີ 1990-1993, ເປັນເລຂາພັກນະຄອນຟູໂຈ່, ປະທານຄະນະປະຈຳສະພາ ປະຊາຊົນນະຄອນຟູໂຈ່, ທັງເປັນ ເລຂາພັກຜູ້ທີໜຶ່ງຂອງອົງຄະນະພັກ ເຂດທະຫານນະຄອນຟູໂຈ່, ແຂວງຟູຈ້ຽນ;

–  ແຕ່ປີ 1993-1995, ເປັນຄະນະປະຈໍາພັກແຂວງໆຟູຈ້ຽນ, ເລຂາພັກນະຄອນຟູໂຈ່ປະທານຄະນະປະຈຳສະພາ ປະຊາຊົນນະຄອນຟູໂຈ່ທັງເປັນ ເລຂາພັກຜູ້ທີໜຶ່ງ ຂອງອົງຄະນະພັກ ເຂດທະຫານ ນະຄອນຟູໂຈ່, ແຂວງຟູຈ້ຽນ;

–  ແຕ່ປີ 1995-1996, ເປັນຮອງເລຂາພັກແຂວງໆຟູຈ້ຽນເລຂາພັກນະຄອນຟູໂຈ່ປະທານຄະນະປະຈຳສະພາ ປະຊາຊົນນະຄອນຟູໂຈ່ທັງເປັນເລຂາພັກຜູ້ທີໜຶ່ງ ຂອງອົງຄະນະພັກເຂດທະຫານ ນະຄອນຟູໂຈ່, ແຂວງຟູຈ້ຽນ;

–  ແຕ່ປີ 1996-1999, ເປັນຮອງເລຂາພັກແຂວງໆຟູຈ້ຽນ, ທັງເປັນ ເລຂາພັກຜູ້ທີໜຶ່ງ ຂອງ ກອງພົນປຶນໃຫຍ່ກະກຽມສູ້ຮົບແຂວງຟູຈ້ຽນ;

–  ແຕ່ປີ 1999-2000, ເປັນຮອງເລຂາພັກແຂວງໆຟູຈ້ຽນ, ຮັກສາການເຈົ້າແຂວງໆຟູຈ້ຽນ; ເປັນ​ຮອງປະທານຄະນະ ກໍາມະການວຽກງານໂຄສະນາປ້ອງກັນຊາດ ປະຈຳກອງທັບເຂດນານຈິ່ງ, ເປັນປະທານ ຄະນະກຳມະການ ວຽກງານໂຄສະນາປ້ອງກັນຊາດ ແຂວງຟູຈ້ຽນ, ເປັນເລຂາຄະນະພັກຜູ້ທີໜຶ່ງ ຂອງ ກອງພົນປຶນໃຫຍ່ກະກຽມສູ້ຮົບແຂວງຟູຈ້ຽນ.

– ແຕ່ປີ 2000-2002, ເປັນຮອງເລຂາພັກແຂວງ, ທັງເປັນເຈົ້າແຂວງແຂວງໆຟູຈ້ຽນ;  ເປັນຮອງປະທານຄະນະກໍາມະການ ວຽກງານໂຄສະນາປ້ອງກັນຊາດ ປະຈຳກອງທັບເຂດນານຈິ່ງເປັນປະທານຄະນະ ກໍາມະການ ປ້ອງກັນຊາດປະຈໍາແຂວງຟູຈ້ຽນທັງເປັນເລຂາຄະນະພັກຜູ້ທີໜຶ່ງ ຂອງ ກອງພົນປຶນໃຫຍ່ ກະກຽມສູ້ຮົບແຂວງຟູຈ້ຽນ.

–  (ໃນໄລຍະແຕ່ປີ 1998-2002,  ສຶກສາລະດັບປະລິນຍາຕີ ຂະແໜງການສຶກສາດ້ານທິດສະດີ ແລະ ແນວຄິດການເມືອງລັດທິມາກ ຢູ່ ສະຖາບັນວັດທະນະທຳ ແລະ ສັງຄົມຂອງມະຫາວິ ທະຍາໄລຊິງຮວາ, ຈົບປະລິນຍາໂທເຊື່ອມຕໍ່, ຈົບປະລິນຍາເອກ ຂະແໜງກົດໝາຍ).

–  ແຕ່ປີ 2002-2002, ເປັນຮອງເລຂາພັກແຂວງໆເຈີຈ່ຽງ, ຮັກສາການເຈົ້າແຂວງໆເຈີຈ່ຽງ; ເປັນຮອງປະທານຄະນະກໍາມະການ ວຽກງານໂຄສະນາປ້ອງກັນຊາດ ປະຈໍາເຂດທະຫານນານຈິງ; ເປັນປະທານຄະນະ ກໍາມະການ ວຽກງານໂຄສະນາປ້ອງກັນຊາດ ປະຈໍາແຂວງເຈີຈ່ຽງ;

–  ແຕ່ປີ 2002-2003, ເປັນເລຂາພັກແຂວງໆເຈີຈ່ຽງຮັກສາການເຈົ້າແຂວງໆເຈີຈ່ຽງ; ເປັນເລຂາຄະນະພັກຜູ້ທີໜຶ່ງ ຂອງຄະນະພັກທະຫານແຂວງເຈີຈ່ຽງ, ເປັນຮອງປະທານຄະນະ ກໍາມະການ ວຽກງານໂຄສະນາ ປ້ອງກັນຊາດປະຈໍາເຂດ ທະຫານນານຈິ່ງ, ທັງເປັນປະທານຄະນະກໍາມະການ ວຽກງານໂຄສະນາ ປ້ອງກັນຊາດແຂວງເຈີຈ່ຽງ;

–  ແຕ່ປີ 2003-2007, ເປັນເລຂາພັກແຂວງໆເຈີຈ່ຽງ, ປະທານສະພາປະຊາຊົນແຂວງເຈີຈ່ຽງ, ເລຂາພັກຜູ້ທີໜຶ່ງ ຂອງຄະນະພັກທະຫານປະຈໍາແຂວງເຈີຈ່ຽງ;

–  ແຕ່ປີ 2007-2007, ເປັນເລຂາພັກນະຄອນຊຽງໄຮ້, ທັງເປັນເລຂາພັກຜູ້ທີໜຶ່ງ ຂອງກອງປ້ອງກັນເຂດນະຄອນຊຽງໄຮ້;

–  ແຕ່ປີ 2007-2008, ເປັນຄະນະປະຈຳກົມການເມືອງສູນກາງພັກ, ເລຂາທິການສູນກາງພັກກອມມູນິດຈີນ, ອາທິການບໍດີໂຮງຮຽນພັກ ສູນກາງພັກກອມມູນິດຈີນ;

–  ແຕ່ປີ 2008-2010, ເປັນຄະນະປະຈຳກົມການເມືອງສູນກາງພັກເລຂາທິການສູນກາງພັກຮອງປະທານປະເທດ ສປ ຈີນ, ອາທິການບໍດີໂຮງຮຽນ ພັກສູນກາງພັກກອມມູນິດຈີນ;

–  ແຕ່ປີ 2010-2012, ເປັນຄະນະປະຈຳກົມ ການເມືອງສູນກາງພັກເລຂາທິການສູນກາງພັກຮອງປະທານປະເທດ ສປ ຈີນຮອງປະທານຄະນະກໍາມະການ ທະຫານສູນກາງພັກ, ຮອງປະທານ ຄະນະກໍາມະການ ທະຫານສູນກາງແຫ່ງລັດ ສປ ຈີນອາທິການບໍດີ ໂຮງຮຽນ ພັກສູນກາງພັກກອມມູນິດຈີນ;

–  ແຕ່ປີ 2012-2013, ເປັນເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານຄະນະກໍາມະການທະຫານ ສູນກາງພັກກອມມູນິດຈີນ, ຮອງປະທານປະເທດແຫ່ງ ສປ ຈີນ, ຮອງປະທານຄະນະກຳມະການ ທະຫານສູນກາງພັກແຫ່ງລັດ ສປ ຈີນ;

–  ແຕ່ປີ 2013-ປະຈຸບັນ, ເປັນເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານຄະນະກໍາມະການ ທະຫານສູນກາງພັກກອມມູນິດຈີນປະທານປະເທດ ແຫ່ງ ສປ ຈີນ, ປະທານຄະນະ ກຳມະການ ທະຫານສູນກາງແຫ່ງຊາດ ສປ ຈີນ.


ສະຫາຍ ສີ ຈິ້ນຜິງ  ໄດ້ຖືກເລືອກຕັ້ງເປັນ ກຳມະການສຳຮອງສູນກາງສະໄຫມທີ 15 ຂອງ ຄະນະກຳມະການສູນກາງພັກກອມມູນິດຈີນ; ເປັນກຳມະການສູນກາງສະໄຫມທີ 16, 17, 18, ແລະ 19 ຂອງຄະນະ ກຳມະການສູນກາງ ພັກກອມມູນິດຈີນ; ເປັນກຳມະການກົມການເມືອງສຸນກາງ, ກຳມະການຄະນະປະ ຈຳກົມການເມືອງສູນກາງ, ເລຂາທິການຄະນະເລຂາ ສູນກາງສະໄຫມທີ 17 ຂອງຄະນະກຳມະການ ສູນກາງພັກກອມມູນິດຈີນ; ເປັນກຳມະການກົມການເມືອງສູນກາງ, ກຳມະການຄະນະປະ ຈຳກົມການເມືອງສູນກາງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມ ມູນິດຈີນ; ໄດ້ຖືກເລືອກຕັ້ງ ເປັນຮອງປະທານປະເທດແຫ່ງ ສປ ຈີນ ໃນກອງປະຊຸມຄັ້ງປະຖົມມະເລີກ ຂອງສະພາຜູ້ແທນທົ່ວປະເທດ ສະໄຫມທີ 11, ໄດ້ເລືອກຕັ້ງເພີ່ມເຕີມ ເປັນຮອງປະທານ ຄະນະກຳມະການ ທະຫານສູນກາງພັກ ໃນກອງປະຊຸມຄົບຄະນະ ຄັ້ງທີ 5 ສະໄຫມທີ 17 ຂອງພັກກກອມມູນິດຈີນ; ໄດ້ຖືກແຕ່ງຕັ້ງເປັນຮອງປະທານ ຄະນະກຳມະການທະຫານ ສູນກາງຂອງ ສປ ຈີນ ໃນກອງປະຊຸມເທື່ອທີ 17 ຂອງຄະນະກຳມະການ ປະຈຳສະພາຜູ້ແທນທົ່ວປະເທດ ສະໄຫມທີ 11; ໄດ້ຮັບ ຕຳແໜ່ງເປັນປະທານຄະນະ ກຳມະການທະຫານສູນກາງພັກ ໃນກອງປະຊຸມຄົບ ຄະນະຄັ້ງທີໜຶ່ງສະໄຫມທີ 18 ຂອງຄະນະກຳມະການ ສູນກາງພັກກອມມູນິດຈີນ, ໄດ້ເລືອກຕັ້ງເປັນປະທານປະເທດ ແຫ່ງ ສປ ຈີນ ແລະ ປະທານຄະນະກຳມະການ ທະຫານສູນກາງຂອງ ສປ ຈີນ ໃນກອງປະຊຸມຄັ້ງປະຖົມມະເລີກ ຂອງສະພາຜູ້ແທນທົ່ວປະເທດ ສະໄຫມທີ 12; ໄດ້ຮັບຕຳແໜ່ງເປັນປະທານ ຄະນະກຳມະການທະຫານສູນກາງພັກ ໃນກອງປະຊຸມຄົບຄະນະ ຄັ້ງປະຖົມມະເລີກ ສະໄຫມທີ 19 ຂອງຄະນະກຳມະການ ສູນກາງພັັກກອມມູນິດຈີນ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຫຼາຍເພຈໃນລາວຖືກແອບອ້າງ!

ເຕືອນໄພ! ທາງສື່ສັງຄົມອອນລາຍ ປັດຈຸບັນໄດ້ມີກຸ່ມຄົນບໍ່ດີ ຫຼື ມິດສາຊີບ ພະຍາຍາມສ້າງເພຈປອມຂອງສຳນັກຂ່າວຕ່າງໆຂຶ້ນຫຼາຍ. ເມື່ອ 2 ອາທິດທີ່ຜ່ານມານີ້, ຜູ້ນຳໃຊ້ສື່ສັງຄົມອອນລາຍພົບເຫັນເພຈປອມທີ່ແອບອ້າງເປັນເພຈຂອງສຳນັກຂ່າວເພື່ອຍິງໂຄສະນາຂາຍສິນຄ້າຕ່າງໆ ໂດຍໄດ້ນຳໃຊ້ໂລໂກ້, ພາບໜ້າປົກ, ຂໍ້ມູນຂ່າວລົງໃນເພຈປອມເພື່ອໃຫ້ຜູ້ອ່ານເຊື່ອຖື ຫຼັງຈາກນັ້ນແມ່ນຍິງໂຄສະນາ ແລະ...

ພະຍາກອນອາກາດ ເຊົ້າວັນທີ 28 ເມສາ 2025

ພາກເໜືອ-ພາກກາງກຽມຮັບມື ສະພາບອາກາດຮ້ອນ-ຮ້ອນເອົ້າ ອຸນຫະພູມສູງສຸດ 40 ອົົງສາ ຄວາມກົດດັນຕ່ຳຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນຫາຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງ, ຟ້າເຫລື້ອມໃນລະດັບຄ່ອຍຫາປານກາງພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ. ພະຍາກອນອາກາດ ແຕ່ເວລາ 07...

ໂຫດຮ້າຍ! ຊາຍຊາວຈີນຖືກປະຕິເສດຮ່ວມຮັກກັບສາວປະເພດສອງຈຶ່ງລົງມືຄາຕະກຳສຸດໂຫດ

ຊາຍຊາວຈີນກໍ່ເຫດຄາຕະກຳສາວປະເພດສອງຢ່າງໂຫດຫ້ຽມ ທີ່ຈັງຫວັດຊົນບູລີ ປະເທດໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 26 ເມສາ 2025, ເຈົ້າໜ້າທີ່ຕຳຫຼວດເມືອງພັດທະຍາ  ໄດ້ຮັບແຈ້ງເຫດຄາຕະກຳ ພາຍໃນອາພາດເມັ້ນແຫ່ງໜຶ່ງ ຢູ່ອຳເພີບາງລະມຸງ ຈັງຫວັດຊົນບູລີ ຫຼັງໄດ້ຮັບແຈ້ງລາຍງານ ຈຶ່ງນຳກຳລັງກອງພິສູດຫຼັກຖານ ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍວັນທີ 25 ເມສາ 2025 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ...