Home​ຂ່າວບັນເທິງກະແສດີ “ເຂົ້າຫນຽວສຽງແຄນແດນຈຳປາ” ຊຸດປະຈຳຊາດລາວທີ່ອອກແບບດ້ວຍສີມືຄົນລາວ

ກະແສດີ “ເຂົ້າຫນຽວສຽງແຄນແດນຈຳປາ” ຊຸດປະຈຳຊາດລາວທີ່ອອກແບບດ້ວຍສີມືຄົນລາວ

Published on

ຫຼັງຈາກປ່ອຍຮູບຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າປະກວດໃນເວທີ Miss International 2017 ໂດຍການສວມໃສ່ຂອງ “ມິມິ່ ພູນຊັບ ພົນໂຍທາ” Miss International Laos 2017 ກໍ່ໄດ້ຮັບກະແສຕອບຮັບເປັນຢ່າງດີເກີນຄາດ

“ເຂົ້າຫນຽວສຽງແຄນແດນຈຳປາ” ຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າປະກວດໃນງານ Miss International 2017 ເປັນຜົນງານການອອກແບບຂອງ ບິນລີ້ ສີອຳພັນ ນັກອອກແບບໜຸ່ມນ້ອຍຈາກໂຄງການປະກວດ Young Designer ຂອງ Lao Fashion Week ປີ 2015

ບິນລີ້ໄດ້ດຶງເອົາຄວາມເປັນເອກະລັກຈາກການນຸ່ງຖືຂອງແມ່ຍິງລາວນຳສະເໜີສູ່ຊາວໂລກ ສີຂອງຊຸດແມ່ນໂທນສີເຫລືອງທອງສະແດງເຖິງຄວາມຮຸ່ງເຮືອງສີວິໄລ ແລະ ຄວາມອຸດົມສົມບູນທາງດ້ານສິລະປະ ຫັດຖະກຳຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງລາວເຮົາ ເຊີງອົງປະກອບທັງໝົດຂອງຊຸດນີ້ແຕ່ລະຢ່າງກໍ່ມິຄວາມໝາຍລັກສະນະຊາດເຊັ່ນ:

– ດອກຈຳປາ ກໍ່ເປັນດອກໄມ້ປະຈຳຊາດລາວ
– ນຸ່ງສິ້ນ, ເກົ້າຜົມ ບ່ຽງແພ ປັກດອກຈຳປາ ກໍ່ແມ່ນເອກະລັກການນຸ່ງຖືຂອງແມ່ຍິງລາວມາແຕ່ບູຮານນະການ
– ເຂົ້າໜຽວສຽງແຄນ ໝາຍວິຖີການດຳລົງຊີວິດ, ສິນລະປະຫັດຖະກຳ ແລະ ດົນຕີພຶ້ນເມືອງລາວ

ມື້ນີ້ທ່ານໂຫວດໃຫ້ “ມິມິ່ ພູນຊັບ ພົນໂຍທາ” Miss International Laos 2017 ຖ້າຍັງໃຫ້ເຂົ້າໄປທີ່ເຟສບຸກເພຈ ຫຼື ໄອຈີ Miss International 2017 ຈາກນັ້ນກໍ່ເລືອກກົດໄລນ໌ ຫຼື ກົດແຊຣ ຮູບຂອງ “ມິມິ່ ພູນຊັບ ພົນໂຍທາ” ພຽງເທົ່ານີ້ທ່ານກໍ່ເປັນອີກໜຶ່ງສຽງທີ່ຊ່ວຍລາວໄດ້.

ຊຸດປະຈຳຊາດ ຂອງ Miss International 2017 Phounsap Phonnyotha
ອອກແບບໂດຍ: Billy Si Amphan
ແຕ່ງໜ້າເຮັດຜົມໂດຍ: Alex Aliya Soundala
ຖ່າຍພາບໂດຍ: Vilasak Sengphetmany
ສະໜັບສະໜູນຊຸດປະຈຳຊາດໂດຍ: Lao Fashion Week Pany Saignavongs

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...