Homeຂ່າວຕ່າງປະເທດຊາອຸເດັດຂາດ! ກວດລ້າງການຄໍຣັບຊັ່ນທຸກລະດັບຈັບກຸມຕົວຄົນທີ່ກ່ຽວຂ້ອງກວ່າ 38 ຄົນ

ຊາອຸເດັດຂາດ! ກວດລ້າງການຄໍຣັບຊັ່ນທຸກລະດັບຈັບກຸມຕົວຄົນທີ່ກ່ຽວຂ້ອງກວ່າ 38 ຄົນ

Published on

ການຄໍຣັບຊັ່ນ ບັນຫາໃຫຍ່ທີ່ຈ່ອງດຶງການພັດທະນາປະເທດ ກຳລັງຖືກກຳຈັດ ແລະ ກວດລ້າງຄັ້ງໃຫຍ່ໃນຊາອຸດິອາຣະເບຍ ເມື່ອມົງກຸດຣາຊກຸມມານເຮັດແທ້ ຕັ້ງໜ່ວຍງານການເພື່ອຕໍ່ສູ້ກັບການທຸຈະລິດໃນທຸກລະດັບ
.
ຊາອຸດິອາຣະເບຍ ຈັດຕັ້ງການຕໍ່ຕ້ານການຄໍຣັບຊັ່ນ ເຊິ່ງໄດ້ກວດລ້າງຈັບເຈົ້າຊາຍ ເຈົ້າໜ້າທີ່ລະດັບສູງ ທັງອະດີດ ແລະ ລັດຖະມົນຕີປັດຈຸບັນລວມ 38 ຄົນ ໂດຍກະຊວງການສື່ສານຂອງປະເທດອອກຖະແຫຼງການພຣະບຣົມຣາຊໂອງການ ມົງກຸດຣາຊກຸມມານ Mohammed Bin Salman ໄດ້ອອກຄຳສັ່ງກໍ່ຕັ້ງໜ່ວຍງານນີ້ເປັນສ່ວນໜຶ່ງຂອງການປະຕິຮູບ ເພື່ອແກ້ໄຂບັນຫາໄລຍະຍາວຂອງອຸປະສັກໃນການພັດທະນາປະເທດ
.
ໜຶ່ງໃນເຈົ້າຊາຍທີ່ຖືກຈັບກຸມຄື ເຈົ້າຊາຍ Alwaleed bin Talal ເສດຖີນັກທຸລະກິດຜູ້ເປັນເຈົ້າຂອງ 95% ຂອງບໍລິສັດ Kingdom Holding ທັງຍັງຖືຫຸ້ນບໍລິສັດລະດັບໂລກຢ່າງ Citigroup, Twitter, Apple ແລະ News Corp. ໂດຍຫຼັງຈາກຖືກຈັບກຸມຕົວມູນຄ່າຊັບສິນຂອງເຂົາທີ່ລັດຢຶດຫາຍໄປກວ່າ 750 ລ້ານໂດລາ ສ່ວນເຈົ້າຊາຍອີກ 3 ພຣະອົງທີ່ດຳລົງຕຳແໜ່ງລັດຖະມົນຕີເສດຖະກິດ ແລະ ການວາງແຜນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຜູ້ບັນຊາການກອງທັບຕ່າງກໍ່ຖືກປົດອອກຈາກຕຳແໜ່ງ

ກ່ອນໜ້ານີ້ມົງກຸດຣາຊກຸມມານ Bin Salman ໄດ້ປ່ຽນກົດໝາຍ ເປີດກວ້າງໃຫ້ແມ່ຍິງໃນສັງຄົມມີເສລີພາບຫຼາຍຂຶ້ນ ທັງການອະນຸຍາດໃຫ້ແມ່ຍິງຂັບລົດໄດ້ ແລະ ໃຫ້ເຂົ້າສະໜາມກິລາໄດ້ ທັງຍັງໃຫ້ສັນຍາວ່າຈະປ່ຽນແປງປະເທດໃຫ້ກາຍເປັນ ອິສລາມສາຍກາງທີ່ເປີດກວ້າງໃຫ້ກັບທຸກສາສະໜາ.
.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...