Homeຂ່າວພາຍ​ໃນສະຫະກອນຜູ້ຜະລິດກາເຟພູພຽງບໍລະເວນ ສະຫຼອງຜົນສໍາເລັດ 10 ປີ

ສະຫະກອນຜູ້ຜະລິດກາເຟພູພຽງບໍລະເວນ ສະຫຼອງຜົນສໍາເລັດ 10 ປີ

Published on

ວັນທີ 27 ຕຸລາ 2017 ຢູ່ທີ່ໂຮງງານແປຮູບ ບ້ານອຸດົມສຸກ (ຫຼັກ24) ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ສະຫະກອນ ຜູ້ຜະລິດກາເຟ ເຂດພູພຽງບໍລະເວນ (ສຜກ) ໄດ້ຈັດພິທີສະຫຼອງຜົນສໍາເລັດໄລຍະ 10 ປີ ຂອງຕົນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ-ປ່າໄມ້, ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງຈໍາປາສັກ, ມີແຂກຖືກເຊີນທັງພາຍໃນ-ຕ່າງປະເທດ, ນັກທຸລະກິດ ແລະ ສະມາຊິກສະຫະກອນເຂົ້າຮ່ວມ.
ທ່ານ ໄຊຍະກອນ ອ່ອນນາລີ ຜູູ້ຈັດການຂອງ ສຜກ ໄດ້ລາຍງານປະຫວັດຄວາມເປັນມາ ແລະ ຜົນສໍາເລັດໃນແຕ່ລະດ້ານໄລຍະ 10 ປີຜ່ານມາຂອງ ສຜກ ເຊິ່ງສະຫະກອນດັ່ງກ່າວຖືກສ້າງຕັ້ງຂຶ້ນໃນປີ 2007 ແລະ ໃນປັດຈຸບັນມີສະມາຊິກທັງໝົດ 1.093 ຄອບຄົວ,ມີເນື້ອທີ່ສວນໂດຍສະເລ່ຍ 3 ເຮັກຕາຕໍ່ຄອບຄົວ, ມີກຸ່ມຜະລິດທັງໝົດ 47 ກຸ່ມ, ໃນຈໍານວນ 45 ບ້ານຂອງ 3 ແຂວງທີ່ນອນໃນເຂດພູພຽງບໍລະເວນຄື: ແຂວງຈໍາປາສັກ, ແຂວງສາລະວັນ, ແຂວງເຊກອງ. ມີສູນອີ້ວກາເຟທາງປຽກ 34 ສູນ, ເພື່ອໃຫ້ສະມາຊິກຮ່ວມກັນຜະລິດກາເຟນ້ອຍ, ກາເຟກາງທີ່ມີຄຸນນະພາບສູງ. ມີໂຮງງານ ແລະ ຫ້ອງທົດລອງ 1 ແຫ່ງເພື່ອເປັນສະຖານທີ່ເກັບຮັກສາ, ຄັດແຍກຄຸນນະພາບກາເຟ ກ່ອນການສົ່ງອອກ ຊຶ່ງມີປະສິດທິພາບໃນການຜະລິດ 20 ໂຕນຕໍ່ມື້ ແລະ ຍັງເປັນບ່ອນຜະລິດກາເຟຂົ້ວຂາຍພາຍໃນປະເທດ.ສໍາລັບປີ 2007 ສະຫະກອນສາມາດຜະລິດກາເຟໄດ້ 49.198 ໂຕນ (ໝາກແດງ) ແລະ ໃນປີ 2016-2017 ນີ້ສາມາດຜະລິດໄດ້ 7.382 ໂຕນ (ໝາກແດງ), ໄດ້ສົ່ງຂາຍອອກເປັນໝາກສ້ອມທັງໝົດ 7.104 ໂຕນ, ໃນນັ້ນມີກາເຟນ້ອຍ 5.891 ໂຕນ, ກາເຟກາງ 1.213 ໂຕນ. ພ້ອມນີ້ທາງສະຫະກອນ ກໍ່ໄດ້ສົ່ງກາເຟໝາກສ້ອມ ອອກໄປຫຼາຍປະເທດໃນທົ່ວໂລກ ເປັນຕົ້ນທະວີບອາຊີ: ສປ ຈີນ, ສ ເກົາຫຼີ, ຍີ່ປຸ່ນ, ສິງກະໂປ, ອົດສະຕຣາລີ. ທະວີບເອີລົບ:ປະເທດ ຝຼັ່ງ, ເບນຊິກ, ຊູແອດ, ສະວິສ. ທະວີບອາເມລິກາ: ສະຫະລັດອາເມລິກາ.
ໂອກາດນີ້ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ໄດ້ໃຫ້ກຽດມອບໃບຍ້ອງຍໍ ຂອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ໃຫ້ແກ່ກົມກອງລວມໝູ່ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຕໍ່ວຽກງານການພັດທະນາຂະແໜງກາເຟລາວ ໄດ້ຮັບຜົນສໍາເລັດເປັນຢ່າງດີຄື: ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະເວນ, ບໍລິສັດ ມາລອງໂກ (Malongo) ປະເທດຝຼັ່ງ. ຈາກນັ້ນຄະນະຜູ້ແທນກໍ່ໄດ້ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານໜອງກາ, ສຸກສາລາ (ໂຮງໝໍນ້ອຍ) ບ້ານໃໝ່ໄຊສົມບູນ ເມືອງປາກຊ່ອງ ທີ່ສະຫະກອນໄດ້ຊ່ວຍເຫຼືອ ໂດຍນໍາໃຊ້ເງິນພິເສດການຄ້າເປັນທໍາຊ່ວຍເຫຼືອສັງຄົມ ເປັນທຶນໃນການກໍ່ສ້າງ. ໄດ້ຢ້ຽມຊົມ ຂະບວນການຜະລິດກາເຟຄຸນນະພາບທາງປຽກ (ອີ້ວ, ໝັກ, ລ້າງ, ຕາກ) ແລະ ໂຄງການຝຸ່ນຂີ້ກະເດືອນຂອງກຸ່ມບ້ານໃໝ່ໄຊສົມບູນ.
ແຫຼ່ງຂ່າວ: ໜັງສືພິມຈຳປາໃໝ່

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...