Homeຂ່າວທ້ອງຖິ່ນລາຍລະອຽດພິທີສະຫຼອງອານຸສາວະລີ ເຈົ້າອານຸວົງ ຄົບຮອບ 7 ປີ (10-12 ພະຈິກ 2017)

ລາຍລະອຽດພິທີສະຫຼອງອານຸສາວະລີ ເຈົ້າອານຸວົງ ຄົບຮອບ 7 ປີ (10-12 ພະຈິກ 2017)

Published on

ເນື່ອງໃນໂອກາດ ສະຫຼອງວັນປະດິດສະຖານ ອານຸສອນ ເຈົ້າອານຸວົງ ຄົບຮອບ 7 ປີ ວັນທີ 2/11/2010 – 2/11/2017

ອົງການປົກຄອງ ເມືອງຈັນທະບູລີ ພ້ອມດ້ວຍອົງການ ອພສ ເມືອງຈັນທະບູລີ, ອພສ ນະຄອນຫຼວງວຽງຈັນ, ປະຊາຊົນທຸກຊັ້ນຄົນຕ່າງໆ ແລະ ຄະນະ ສວນເຈົ້າອານຸວົງ ຈະໄດ້ຈັດງານສະເຫຼີມສະຫຼອງ ວັນປະດິດສະຖານ ອານຸສາວະລີ ເຈົ້າອານຸວົງ ຄົບຮອບ 7 ປີ ແລະ ຕັ້ງກອງອັດຖະ ເພື່ອ ອຸທິດ ໃຫ້ແກ່ດວງວິນຍານ ຂອງ ເຈົ້າອານຸວົງ, ບັນດາທ່ານ, ບັນພະບູລຸດ ຜູ່ນໍາພັກລັດ ຂອງລາວ.

ພິທິດັ່ງກ່າວຈະໄດ້ຈັດຂຶ້ນ ທີ່ສວນເຈົ້າອານຸວົງ ເມືອງຈັນທະບູລີ, ນະຄອນນຫຼວງວຽງຈັນ ເຊິ່ງມີລາຍລະອຽດດັ່ງນີ້.

ວັນສຸກທີ 10 ພະຈິກ 2017: ເປັນມືຫ້າງຫາກະກຽມ

ວັນເສົາທີ 11​ ພະຈິກ 2017: ກົງກັບ  ມື້ແຮມ 8 ຄໍ່າ ເດືອນ 12 ພສ 2560 ເປັນມື້ຕັ້ງກອງບຸນ ແລະ ຫ້າງຫາກະກຽມເຄື່ອງ ສັງຄະທານຕ່າງໆ. ເວລາ 15:30 ໂມງ ແຫ່ອຸບປະຄຸດຕາມປະເພນີ.​ ຫຼັງຈາກນັ້ນ ເວລາ 17:00ໂມງ ມີພິທີສູດ ປະລິຕະມຸງຄຸນ. ຕອນຄໍ່າ ມີການຄົບງັນຕາມປະເພນີ. ຮັບການໂມທະນາທານ ແລະ ສົມທົບທຶນ ໃນການປະດັບປະດາ ຕິດແຜນຫີນສີລາ ແລະ ກໍ່ສ້າງແທ່ນ ລຶບພະສູນ

ວັນອາທິດທີ 12​ ພະຈິກ 2017: ກົງກັບ ມື້ ແຮມ 9 ຄໍ່າ ເດືອນ 12 ພສ 2560, ເວລາ 5:00 ໂມງເຊົ້າ ຈະໄດ້ມີການຖວາຍມຸງຄຸນ,​ ຈາກນັ້ນ ເວລາ 7:00​ໂມງ ຈະໄດ້ ມີການ ຕັກບາດ ຖວາຍສັງຄະທານ ແດ່ພຣະສົງ ລວມ 125​ ອົງ. ເວລາ 8:00​ ໂມງ ຖວາຍພັດຕະຫານ ແດ່ພຣະສົງ.

ດັ່ງນັ້ນ, ຈິ່ງແຈ້ງຂ່າວ ມາຍັງບັດາຜູ່ນຳພັກ-ລັດ, ການຈັດຕັ້ງທຸກຂັ້ນ, ຫົວໜ່ວຍທຸລະກິດ, ຫ້າງຮ້ານຕ່າງໆ ແລະ ປະຊາຊົນທຸກໆ ທ່ານທັງພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະ ຊາວນະຄອນຫຼວງວຽງຈັນ,​ຕ່າງແຂວງ ໄດ້ຮັບຊາບ ແລະ ສະຫຼະເວລາ ອັນມີຄ່າ ມາຮ່ວມສ້າງບຸນກຸສົນນຳພວກຂ້າພະເຈົ້າດ້ວຍ.

ຂໍອຳນາດ ແຫ່ງຄຸນພຣະລັດຕະນະໄຕ ແລະ ສິ່ງສັກສິດ ທັງຫຼາຍ ໃນສາກົນລະພິພົບ ຈົ່ງບັນດານ ປະທານພອນ ໃຫ້ແກ່ທ່ານພ້ອມດ້ວຍຄອບຄົວ ຈົ່ງເປັນຜູ່ຈະເລີນໄປດດ້ວຍຈະຕຸພິດທະພອນໄຊ ທັງ 4 ປະການ ຄື: ອາຍຸ ວັນນະ ສຸຂະ ພາລະ. ປະຕິພານ ທະນະສານ ສົມບັດຈົ່ງບັງເກີດ ແດ່ທ່າ່ນຕາມຄວາມປາດຖະໜາທຸກປະການດ້ວຍເທີ້ນ.

ໝາຍເຫດ: ຄະນະກຳມະການຈັດງານ ມີຄວາມຍິນດີ ແຈ້ງຂ່າວ ເຊີນຊວນ ບັນດາທ່ານທັງຫຼາຍ ປະກອບສ່ວນບໍລິຈາກ ອາຫານຕອນເຊົ້າ, ສວາຍ ແລະ ຄໍ່າ ຕາມສັດທາ ສຳລັບງ່ານ ວັນທີ 11 ພະຈິກ 2017 ແລະ ອາຫານຈັ່ງຫັນ ເຊົ້າວັນທີ 12 ພະຈິກ 2017. ພ້ອມທັງເຊີນຊວນ ຮ່ວມເປັນ ເຈົ້າສັດທາ ສ້າງແຜ່ນສີລາໃສ່ອານຸສາວະລີເຈົ້າອານຸວົງ. ພ້ອມກັນນີ້, ຖ້າທ່ານໃດ ປະສົງຈະຕັ້ງກອງບຸນແດ່ ເຈົ້າອານຸວົງ ກໍ່ຂໍເຊີນແຈ້ງເຈດຈຳນົງ ໃຫ້ຄະນະກຳມະການຈັດງານຮັບຊາບລ່ວງໜ້າ

ຕິດຕໍ່ພົວພັນໂທ: 02022277519, 020555502723, 02022215552

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...