Homeຂ່າວພາຍ​ໃນຕາຍເດືອນລະເກືອບ 100 ຄົນ ຍ້ອນອຸບັດເຫດ

ຕາຍເດືອນລະເກືອບ 100 ຄົນ ຍ້ອນອຸບັດເຫດ

Published on

ຕົວເລກຄົນລາວເສຍຊີວິດຍ້ອນອຸບັດເຫດ ນັບມື້ເພິ່ມຂຶ້ນຢ່າງໜ້າເປັນຫ່ວງ ເບິ່ງສະຖິຕິພຽງ 9 ເດືອນປີ 2017 ມີອຸບັດເຫດເກີດຂຶ້ນທັງໝົດ 4,254 ຄັ້ງ ແລະ ມີຄົນເສຍຊີວິດ 763 ຄົນໃນຂອບເຂດທົ່ວປະເທດ.
ອີງຕາມຂໍ້ມູນຈາກກົມໃຫຍ່ຕ່ຳຫຼວດສະຖິຕິທົ່ວປະເທດ 9 ເດືອນປີ 2017 ມີອຸບັດເຫດເກີດຂຶ້ນທັງໝົດ 4.254 ຄັ້ງ, ມີພາຫະນະເປ່ເພ 7.713 ຄັນ, ເລັກນ້ອຍ 3.589 ຄັນ, ສົມຄວນ 3.880 ຄັນ, ໃຊ້ການບໍໄດ້ 248 ຄັນ, ຄົນຮັບບາດເຈັບ 7.024 ຄົນ, ຄົນຮັບບາດເຈັບເລັກນ້ອຍ 3.119 ຄົນ, ສົມຄວນ 2.905 ຄົນ, ສາຫັດ 1.000ຄົນ ແລະ ເສຍຊີວິດ 763 ຄົນ.
ສຳລັບການເກີດອຸບັດເຫດນະຄອນຫຼວງວຽງຈັນຖືມີອຸບັດເຫດເກີດຂຶ້ນຫຼາຍກວ່າໝູ່ເນື່ອງຈາກເປັນຕົວເມືອງໃຫຍ່ທີ່ມີຄົນຢ່າງຫຼາຍ ພາຫະນະຫຼາຍ ຊຶ່ງມີອຸບັດເຫດທັງໝົດ 1.008 ຄັ້ງ, ເສຍຊີວິດ 163 ຄົນ, ຜົ້ງສາລີເກີດ 82 ຄັ້ງ, ເສຍຊີວິດ 9 ຄົນ, ອຸດດົມໄຊເກີດ 315 ຄັ້ງ, ເສຍຊີວິດ 53 ຄົນ, ຫຼວງນ້ຳທາເກີດ 136 ຄັ້ງ, ເສຍຊີວິດ 21 ຄົນ, ບໍ່ແກ້ວເກີດ93 ຄັ້ງ, ເສຍຊີວິດ 27 ຄົນ, ໄຊຍະບູລີເກີດ 82 ຄັ້ງ, ເສຍຊີວິດ 42 ຄົນ, ຫຼວງພະບາງເກີດ 344ຄັ້ງ, ເສຍຊີວິດ 39 ຄົນ, ຫົວພັນເກີດ 29 ຄັ້ງ, ເສຍຊີວິດ 14 ຄົນ, ຊຽງຂວາງເກີດ 90 ຄັ້ງ,ເສຍຊີວິດ 30 ຄົນ,ໄຊສົມບູນເກີດ 27 ຄັ້ງ, ເສຍຊີວິດ 4 ຄົນ, ແຂວງວຽງຈັນເກີດ 364 ຄັ້ງ, ເສຍຊີວິດ 54 ຄົນ ແລະ ແຂວງບໍລິ ຄຳໄຊອຸປະຕິເຫດເກຮດຂຶ້ນ 252 ຄັ້ງ, ເສຍຊີວິດ 62 ຄົນ, ຄຳມ່ວນເກີດ 62 ຄັ້ງ, ເສຍຊີວິດ 20 ຄົນ, ສະຫວັນນະເຂດເກີດ 501 ຄັ້ງ, ເສຍຊີວິດ 85 ຄົນ, ສາລະວັນເກີດ 127 ຄັ້ງ,ເສຍຊີວິດ 31 ຄົນ,ຈຳປາສັກ 566ຄັ້ງ, ເສຍຊີວິດ 67ຄົນ, ເຊກອງເກີດ 101ຄັ້ງ, ເສຍຊີວິດ 33 ຄົນ, ອັດຕະປືເກີດ 75 ຄັ້ງ, ເສຍຊີວິດ 16 ຄົນ.
Cr : raosukunfung.com

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...