Homeຍ້ອງຍໍຄົນດີເດັ່ນຈາກກະຊວງການຄ້າ ມາເປັນແມ່ຄ້າປີ້ງເປັດ

ຈາກກະຊວງການຄ້າ ມາເປັນແມ່ຄ້າປີ້ງເປັດ

Published on

 

 

ປ້າພົມ ເຄີຍໄດ້ເປັນພະນັກງານເຮັດວຽກຢູ່ກະຊວງການຄ້າ, ຢູ່ມາຮອດໄລຍະໜຶ່ງຍ້ອນອາຍຸກະສຽນເພິ່ນຄົບກຳນົດພັກຜ່ອນ, ພັກແລະລັດຖະບານຈຶ່ງໄດ້ອະນຸມັດໃຫ້ເພິ່ນອອກບຳນານ, ແຕ່ຍ້ອນຄວາມກະຕືລືລົ້ນ, ຄວາມອົດທົນພາກພຽນຂອງເພິ່ນຍັງຕິດຫ້ອຍມານຳຕະຫຼອດ, ຈຶ່ງໄດ້ຫັນມາເຮັດທຸລະກິດຄ້າຂາຍຢູ່ເຮືອນ,ເພື່ອເປັນການສ້າງລາຍຮັບປະຈຳວັນໃຫ້ແກ່ຄອບຄົວ. ຮ້ານປີ້ງເປັດ ປ້າພົມ ຕັ້ງຢູ່ແຄມທາງບ້ານຈອມມະນີໜ່ວຍ 34, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ, ຍາມແລງມາຝຸງຄົນທຽວຜ່ານໄປ-ມາໄດ້ສູບເອົາກິ່ນອາຍການປີ້ງຈີ່ຈາກ​ຮ້ານ​ແລ້ວ ​ອົດໃຈໄວ້ບໍ່ໄດ້ຈຶ່ງຕ້ອງໄດ້ແວ່ເອົາຜູ້ລະຈານ-ສອງຈານແກ້ມກັບເຄື່ອງດື່ມຫົວເສືອເຫັນວ່າເຂົ້າກັນອໍ່າລໍ່າ…

 

ປ້າພົມ ເຖິງແມ່ນວ່າປີນີ້ອາຍຸລາວໄດ້ 76 ປີແລ້ວກໍຕາມ, ແຕ່ອາຍຸເປັນພຽງຕົວເລກ, ສິ່ງສໍາຄັນຄືຈິດໃຈຍັງເຂັ້ມແຂງ, ສຸຂະພາບຂອງເພິ່ນກໍຍັງແຂງແຮງດີ, ບວກກັບຄວາມອົດທົນພາກພຽນຂອງເພິ່ນທີ່ເຄີຍສູ້ຊີວິດມາແລ້ວ ແລະມາຮອດປັດຈຸບັນເພິ່ນກໍຍັງມາສູ້ຊົນໝົ້ນທຸກຢູ່ກັບວຽກກັບງານຄຽງບ່າຄຽງໄລ່ແລະເປັນຮົ່ມໂພຮົ່ມໄຊໃຫ້ກັບລູກກັບຫຼານໄດ້ຢູ່ອາໄສ.

 

ນ.ສຸພາວັນ ລູກສາວ ປ້າພົມເຈົ້າຂອງຮ້ານປີ້ງເປັດໄດ້ໃຫ້ສໍາພາດກັບນັກຂ່າວພວກເຮົາຮູ້ວ່າ: ແມ່ໄດ້ພາຄ້າຂາຍນັບແຕ່ປີ 1985, ຕັ້ງແຕ່ສະໄໝຍັງບໍ່ທັນໄດ້ປັບປຸງແລະປົວແປງເສັ້ນທາງ, ເບື້ອງຕົ້ນຕັ້ງເປັນຮ້ານນ້ອຍໆ ຂາຍຂອງກິນສຸກ, ຂາຍເຂົ້າປຽກເຮັດໄດ້ 2 ປີ, ເຫັນວ່າລາຍຮັບບໍ່ໄດ້ດີປານໃດຈິ່ງໄດ້ຕັດສິນໃຈຫັນມາເຮັດປີ້ງເປັດຂາຍໃນປີ 1987-88, ໂດຍຍັງໄດ້ນໍາໃຊ້ຮ້ານນ້ອຍໆ ຮ້ານເກົ່າ, ການເຮັດທຸລະກິດປີ້ງເປັດຂາຍໄປໄດ້ໄລຍະໜຶ່ງປາກົດວ່າທຸລະກິດນີ້ໄປໄດ້ດີ, ເພາະໄດ້ສັງເກດແລະຕິດຕາມລາຍຮັບແຕ່ລະມື້ແມ່ນໄດ້ດີກວ່າການເຮັດຂອງກິນສຸກຂາຍຈິ່ງໄດ້ຕັດສິນໃຈສືບຕໍ່. ຈາກລາຍຮັບທີ່ໄດ້ມາແຕ່ລະວັນຈຶ່ງສາມາດມາຕັ້ງຮ້ານໃໝ່ເປັນຮ້ານໃຫຍ່ກວ່າເກົ່າ, ເຊິ່ງໄດ້ລົງທຶນ ປະມານ 2.000.000-3.000.000ກີບ/ວັນ, ສ່ວນລາຍຮັບໄດ້ປະມານ 3.000.000-4.000.000ກີບ/ວັນ, ໃນນັ້ນລວມທັງກໍາໄລພ້ອມ. ພາຍໃນຮ້ານມີແຮງງານທັງໝົດ 8 ແຮງງານ, ແຕ່ລະມື້ຈະມີຂາປະຈໍາມາສົ່ງເປັດເປັນໆໃຫ້ຢູ່ຮ້ານມື້ລະ 20 ກວ່າໂຕ. ອາຫານແຕ່ລະເຍື່ອງປຸງແຕ່ງແຊບ, ເຮັດແບບທຳມະຊາດ, ສະອາດ, ຖືກຫຼັກອະນາໄມໂດຍບໍ່ໄດ້ຍ້ອມສີອາຫານ, ເຮັດໃຫ້ລູກຄ້າ-ຂາປະຈຳຖືກໃຈແລະພໍໃຈຫຼາຍກັບລົດແຊບແບບທຳມະຊາດຂອງອາຫານ.

 

ຕາມການບອກເລົ່າຈາກ ນາງ ສອນໄຊ ຜູ້ເປັນຫຼານສາວເຈົ້າຂອງຮ້ານໃຫ້ຮູ້ຕື່ມອີກວ່າ, ນັບແຕ່ໄດ້ມີທຸລະກິດເຮັດປິ້ງເປັດຂາຍມາຮອດປັດຈຸບັນນີ້ເຫັນວ່າຊີວິດການເປັນຢູ່ພາຍໃນຄອບຄົວຂອງເພິ່ນດີຂຶ້ນຫຼາຍກວ່າແຕ່ກ່ອນ, ເພາະມີລາຍຮັບປະຈຳວັນ, ປະຈຳເດືອນມາອຸດໜູນຄອບຄົວຢ່າງສະໝໍ່າສະເໝີ, ມີດິນມີເຮືອນເປັນຂອງຕົນເອງ, ສະມາຊິກຄອບຄົວພ້ອມດ້ວຍລູກຫຼານທຸກຄົນໄດ້ມີວຽກເຮັດງານທຳ, ມີລາຍຮັບເປັນຂອງຕົນເອງ, ເຮັດໃຫ້ຄອບຄົວໄດ້ລຸດພົ້ນອອກຈາກຄວາມທຸກຍາກໄດ້ຢ່າງຊິ້ນເຊີງ.

 

ປ້າພົມ ເຈົ້າຂອງຮ້ານໄດ້ໃຫ້ສໍາພາດກັບນັກຂ່າວພວກເຮົາຮູ້ຕື່ມອີກວ່າ: ຕົນ​ເອງ​ມີ​ຄວາມ​ພູມ​ໃຈ​ຫຼາຍ​ທີ່​ໄດ້​ມີ​ກິດຈະການ​ເປັນ​ຂອງ​ຕົນ​ເອງ, ​ເພາະວ່າ​ບັ້ນ​ປາຍ​ຊີວິດ​ຢ່າງ​ໜ້ອຍ​ກໍ​ພໍ​ໄດ້​ເປັນຮົ່ມ​ໂພ​ຮົ່ມ​ໃຊ​ໃຫ້​ລູກ​ໃຫ້​ຫຼານ​ໄດ້​ເພິ່ງພາ​ອາ​ໄສ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ເຂົາ​ເຈົ້າ​ໄດ້​ມີ​ຢູ່​ມີ​ກິນ, ມີ​ລາຍ​ຮັບ​ເປັນ​ຂອງ​ຕົນ​ເອງ, ມີ​ທຶນ​ຊຸກຍູ້​ການ​ສຶກສາ​ໃຫ້​ລູກໆ​ຫຼານໆ​ໄດ້​ຮໍ່າ​ໄດ້​ຮຽນ, ມີ​ທຶນ​ໝູນວຽນ​ເພື່ອ​ສືບ​ຕໍ່​ເຮັດ​ທຸລະ​ກິດ​ຄ້າ​ຂາຍ, ມີ​ດິນ​, ມີ​ເຮືອນ​ເປັນ​ຂອງ​ຕົນ​ເອງ, ມີ​ພາຫະນະ​ຮັບ​ໃຊ້​ພາຍ​ໃນ​ຄອບຄົວ​ຢ່າງ​ພຽງພໍ ​ແລະ​ມາ​ຮອດ​ປັດຈຸບັນ​ນີ້​ຄອບຄົວ​ກໍ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ແລ້ວ.​

100_1269 100_1271 100_1273

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...