Homeຂ່າວຕ່າງປະເທດຊາວອາເມລິກັນເປັນຫ່ວງເລື່ອງອະນາຄົດຂອງປະເທດຫຼາຍກວ່າເລື່ອງປາກທ້ອງ

ຊາວອາເມລິກັນເປັນຫ່ວງເລື່ອງອະນາຄົດຂອງປະເທດຫຼາຍກວ່າເລື່ອງປາກທ້ອງ

Published on

ລາຍງານສະບັບໃໝ່ຂອງ American Psychological Association ສະມາຄົມຈິດຕະວິທະຍາໃນສະຫະລັດອາເມລິກາ ເຜີຍຜົນສຳຫຼວດທີ່ໜ້າຕົກໃຈ ທີ່ບົ່ງບອກວ່າ ປະຊາຊົນອາເມລິກັນມີຄວາມກັງວົນກ່ຽວກັບອະນາຄົດຂອງປະເທດຫຼາຍກວ່າເລື່ອງປາກທ້ອງ ແລະ ການເງິນ

ຈາກຜົນການສຳຫຼວດຄັ້ງນີ້ມີຄວາມປ່ຽນແປງໄປຈົນການເປັນການປ່ຽນແປງຄັ້ງປະຫວັດສາດ ເນື່ອງຈາກນັບຕັ້ງແຕ່ປີ 2011 ລາຍງານດັດຊະນີຄວາມຄຽດຈາກ APA ຂອງປະຊາຊົນຊາວອາເມລິກັນພົບວ່າ 81 ເປີເຊັນ ມີຄວາມເປັນຫ່ວງເລື່ອງປາກທ້ອງ ຈົນມາຮອດປິ 2014 ປະຊາຊົນຊາວອາເມລິກັນມີຄວາມກັງວົນດ້ານການເງິນກວ່າ 75 ເປີເຊັນ

ທັງນີ້ ຄວາມວິຕົກກັງວົນຂອງຊາວອາເມລິກັນ ມີແນວໂນ້ມຈະຖືກແບ່ງອອກເປັນຫົວຂໍ້ຫຼັກເຊັ່ນ: ເລື່ອງການດູແລສຸຂະພາບ 43% ເລື່ອງເສດຖະກິດ 35% ເລື່ອງຄວາມເຊື່ອໝັ້ນໃນລັດຖະບານ 32% ແລະ ອັດຕາການເກີດອາຊະຍາກຳ 31% ສ່ວນຄວາມກັງວົນເລື່ອງການປ່ຽນແປງສະພາບອາກາດ ແລະ ບັນຫາສິ່ງແວດລ້ອມທີ່ປະຊາຊົນໃຫ້ຄວາມສຳຄັນໜ້ອຍລົງ ເນື່ອງຈາກມີພຽງ 21% ເທົ່ານັ້ນ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...