spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ຕາງໜ້າພິເສດ ຂອງລັດຖະບານມາເລເຊຍ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ຕາງໜ້າພິເສດ ຂອງລັດຖະບານມາເລເຊຍ

Published on

​​ ໃນ​ວັນ​ທີ 31 ຕຸລາ 2017 ທີ່​ສຳນັກງານຫ້ອງ​ວ່າການ ​ນາຍົກລັດຖະມົນຕີ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະ ມົນຕີ ​ໄດ້​ໃຫ້ກຽດຕ້ອນຮັບ ການ​ເຂົ້າຢ້ຽມຂ່ຳນັບ​ຂອງ ທ່ານ ຕຸ​ນ ​ແຊມ​ມີ ​ເວ​ລູ ຜູ້ຕາງໜ້າພິ​ເສດ ຂອງ​ລັດຖະບານ​ ມາ​ເລ​ເຊຍ ພ້ອມ​ດ້ວຍ​ຄະນະ ​ໃນ​ໂອກາດ​ທີ່​ເດີນທາງ ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ສປປ ລາວ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ ທ່ານ ບົວ​ສອນ ບຸບຜາ​ວັນ ຫົວໜ້າສະ​ຖາ​ບັນ​ຄົ້ນຄວ້າ​ ເສດຖະກິດ​ແຫ່ງ​ຊາດ ​ໃນ​ລະຫວ່າງ​ວັນ​ທີ 29 ຕຸລາ ຫາ ວັນທີ 1 ພະຈິກນີ້.

​ໃນ​ການ​ເຂົ້າຢ້ຽມຂ່ຳນັບ​ຄັ້ງນີ້, ທ່ານ​ນາຍົກລັດຖະມົນຕີ ໄດ້ສະ​ແດງ ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງ ຕໍ່ສາຍ​ພົວພັນ ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ​ສອງ​ປະ​ເທດ ລາວ-​ມາ​ເລ​ເຊຍ ທີ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ ​ແລະ ຮັດ​ແໜ້ນຕະຫລອດ ຫລາຍສິບ​ປີ​ທີ່​ຜ່ານ​ມາ, ​ໂດຍສ​ະ​ເພ​າະ ​ແມ່ນ​ການ​ເດີນທາງ​ໄປ​ຢ້ຽມຢາມ ​ມາ​ເລ​ເຊຍຢ່າງ​ເປັນ​ທາງ​ການ ຂອງ​ ທ່ານ​ນາຍົກລັດຖະມົນຕີ ​ແລະ ຄະນະ​ຜູ້​ແທນ​ຂັ້ນສູງ​ຂອງ​ລາວ ​ເມື່ອ​ບໍ່ດົນ​ມານີ້ ທີ່​ໄດ້​ມີ​ການ​ພົບ​ປະກັນ ​ແລະ ​ເຫັນ​ດີ ​​ພ້ອມ​ກັນເພີ່ມ​ທະວີ​ການ​ຮ່ວມ​ມື ​ໃນຫລາຍຂະ​ແໜງການ. ​ໃນ​ຂະນະ​ທີ່​ ຢ້ຽມຢາມ​ມາ​ເລ​ເຊຍ ຂອງ​ທ່ານ​ນາຍົກລັດຖະມົນຕີ ຍັງ​ໄດ້​ມີ​ໂອກາດ​ພົບ​ປະ ແລະ ສະເໜີ ບັນດາທ່າແຮງຂອງລາວ ຕໍ່​ກັບ​ບັນດາ​ນັກທຸລະກິດ ຂອງມາເລເຊຍ ທີ່ມີຄວາມສົນໃຈ ຈະມາລົງທຶນຢູ່ ສປປ ລາວ. ມາຮອດປະຈຸບັນ, ນັກທຸລະກິດມາເລເຊຍ ໄດ້ມີການມາລົງທຶນຢູ່ ສປປ ລາວ ເພີ່ມຂຶ້ນຫລາຍ ຈົນກາຍເປັນປະເທດອັນດັບທີ 4 ທີ່ມີການລົງທຶນຢູ່ ສປປ ລາວ ຫລາຍກວ່າ 1 ຕື້​ໂດ​ລາ​ສະຫະລັດ. ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງ ຄວາມຊົມເຊີຍ ຕໍ່ການເດີນທາງມາເຮັດວຽກຢູ່ລາວ ຂອງຄະນະຜູ້ຕາງໜ້າພິ​ເສດ ຂອງ​ລັດຖະບານ​ມາ​ເລ​ເຊຍ ກໍຄື ໝາກຜົນຂອງການພົບປະແລກປ່ຽນ ແລະ ການຮ່ວມມືສອງຝ່າຍ.

​ໂອກາດ​ນີ້, ທ່ານນາຍົກລັດຖະມົນຕີ ແລະ ທ່ານ ຕຸ​ນ ​ແຊມ​ມີ ​ເວ​ລູ ຍັງໄດ້ແລກປ່ຽນ ບາງ​ແນວ​ຄວາມ​ຄິດ ທີ່ຕ່າງຝ່າຍຕ່າງ ໃຫ້ຄວາມສົນໃຈ ໂດຍສະເພາະ ​ແມ່ນການລົງທຶນ ​ໃສ່​ພື້ນຖານ​ໂຄງ​ລ່າງ ຢູ່ ສປປ ລາວ ທີ່ກ່ຽວພັນເຖິງການເຊື່ອມໂຍງ ໃນພາກພື້ນ ແລະ ສາກົນ ​ເຊັ່ນ: ການພັດທະນາລະບົບ ການຂົນສົ່ງທາງ​ລົດ, ທາງ​ລົດ​ໄຟ ​ແລະ ທາງ​ອາກາດ ​ເພື່ອ​ໃຫ້ ສປປ ລາວ ກາຍ​ເປັນ​ໃຈ​ກາງ​ທາງ​ຜ່ານ ທາງ​ດ້ານ​ຄົມມະນາຄົມ​ຂົນ​ສົ່ງ ​ເພາະວ່າ ສປປ ລາວ ບໍ່ມີ​ທາງ​ອອກ​ສູ່​ທະ​ເລ; ການພັດທະນາ ພະລັງງານສະອາດ ​ເປັນ​ຕົ້ນ ພະລັງງານ​ແສງຕາ​ເວັນ ​ແລະ ພະລັງງານ​ລົມ, ສຳຄັນທີ່​ສຸດ ທ່ານ​ນາຍົກລັດຖະມົນຕີ ຍັງ​ໄດ້​ເນັ້ນ​ໃຫ້​ພ້ອມກັນຊອກ ​ແລະ ຂະຫຍາຍ​ຕະຫລາດ. ​ໃນ​ການມາເຮັດວຽກ ຂອງຄະນະຜູ້ຕາງໜ້າພິເສດ ຂອງລັດຖະບານມາເລເຊຍ ເທື່ອນີ້ ຈະເປັນການເປີດທາງ ໃຫ້ແກ່ການຊຸກຍູ້ສົ່ງເສີມ ການລົງທຶນໃນ ສປປ ລາວ ​ໃຫ້ນັບມື້ນັບເພີ່ມຂຶ້ນອີກ.

ໃນຕອນທ້າຍ, ທ່ານ ຕຸ​ນ ​ແຊມ​ມີ ​ເວ​ລູ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບ ອັນອົບອຸ່ນ ຂອງ ທ່ານ ທອງລຸນ ສີສຸລິດ ​​ແລະ ຜົນສຳເລັດຂອງການເດີນທາງ ມາເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໄປລາຍງານຕໍ່ທ່ານນາຍົກລັດຖະມົນຕີ ແຫ່ງ ປະເທດມາເລເຊຍ ຮັບຊາບ ເພື່ອຈະໄດ້ພ້ອມກັນຊຸກຍູ້ສົ່ງເສີມ ໃຫ້ບັນດາຫົວໜ່ວຍທຸລະກິດ ຂອງມາເລເຊຍ ໄດ້ມີການມາລົງທຶນ ໃນບັນດາທ່າແຮງສຳຄັນ ຂອງຂະແໜງການຕ່າງໆ ຂອງລາວ ໃນອະນາຄົດ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...