Homeອຸບັດເຫດແລະປາກົດການຫຍໍ້ທໍ້ມອບຜູ້ຖືກຫາຄະດີຢາເສບຕິດ ໃຫ້ເຈົ້າໜ້າທີ່ຕໍາຫຼວດໄທ

ມອບຜູ້ຖືກຫາຄະດີຢາເສບຕິດ ໃຫ້ເຈົ້າໜ້າທີ່ຕໍາຫຼວດໄທ

Published on

ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍ່ແກ້ວ ສປປ ລາວ ໄດ້ມອບຕົວ ທ້າວ ໂກວິດ ແຊຊົງ ອາຍຸ 28 ປີ ເຊື້ອຊາດໄທ ສັນຊາດໄທ ຢູ່ບ້ານສາມ ເມືອງເທີງ ແຂວງຊຽງຮາຍ ປະເທດໄທ ຜູ້ຖືກຫາຄະດີຄ້າຂາຍຢາເສບຕິດ ໃຫ້ເຈົ້າໜ້າທີ່ຕໍາຫຼວດໄທ ພາຍຫຼັງເຈົ້າໜ້າທີ່ຕໍາຫຼວດລາວຊ່ວຍຈັບ ໃນຂະນະທີ່ເອົາຕົວລີ້ຊ້ອນຢູ່ແຂວງບໍ່ແກ້ວ ເພື່ອໄປດໍາເນີນຄະດີຕາມກົດໝາຍ.

ພັຕ ສົມປອງ ແກ້ວປັນຍາ ຫົວໜ້າພະແນກຕໍາຫຼວດກວດຄົນເຂົ້າ-ອອກເມືອງ ຫົວໜ້າດ່ານ ຕມ ຂົວມິດຕະພາບ 4 ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຜູ້ຖືກຫາລາຍນີ້ ແມ່ນພົວພັນກັບຄະດີ ມີຢາເສບຕິດໄວ້ໃນຄອບຄອງຢູ່ປະເທດໄທ ແລ້ວໄດ້ເອົາຕົວຫຼົບໜີມາຢູ່ແຂວງບໍ່ແກ້ວ ໃນວັນທີ 1 ກັນຍາ 2017, ມາຮອດວັນທີ 6 ກັນຍາ 2017 ຈຶ່ງໄດ້ຖືກເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ກັກຕົວໃນຂໍ້ຫາລັກລອບເຂົ້າ-ອອກເມືອງຜິດກົດໝາຍ ແລ້ວປະສານຫາເຈົ້າໜ້າທີ່ຕຳຫຼວດໄທ ເພື່ອສົ່ງຕົວໄປດໍາເນີນຄະດີຕາມກົດໝາຍ.

ພິທີມອບຕົວຜູ້ຖືກຫາດັ່ງກ່າວ ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ ຢູ່ ຕມ ສາກົນ ຂົວມິດຕະພາບ 4 ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍການຕາງໜ້າມອບຂອງ ພັຕ ສົມປອງ ແກ້ວປັນຍາ ຫົວໜ້າພະແນກຕໍາຫຼວດກວດຄົນເຂົ້າ-ອອກເມືອງ ຂົວມິດຕະພາບ 4, ຝ່າຍໄທ ກ່າວຮັບໂດຍ ພັທ ຍິງ ຫະໄທລັດ ຈຸນລະສາດ ຫົວໜ້າດ່ານ ຕມ ຂົວມິດຕະພາບ 4 ຊຽງຂອງ ແຂວງຊຽງຮາຍ ປະເທດໄທ.

ຂ່າວຈາກ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...