spot_img
Home​ຂ່າວທ່ອງທ່ຽວເປັນຫຍັງນັກທ່ອງທ່ຽວເຂົ້າລາວຈຶ່ງຫຼຸດລົງ?

ເປັນຫຍັງນັກທ່ອງທ່ຽວເຂົ້າລາວຈຶ່ງຫຼຸດລົງ?

Published on

ຫົວຂໍ້ຕັ້ງເປັນຄຳຖາມເອົາໄວ້ເພື່ອຜູ້ອ່ານຈະໄດ້ຄົ້ນຫາຄຳຕອບນຳກັນວ່າ ເປັນຍ້ອນສາເຫດອັນໃດຈຶ່ງເຮັດໃຫ້ນັກທ່ອງທ່ຽວເຂົ້າລາວຫຼຸດລົງ?
ໜັງສືພິມວຽງຈັນໃໝ່ລາຍງານວ່າງເດືອນມິຖຸນາວ່າ ຕົ້ນປີນີ້ນັກທ່ອງທ່ຽວເຂົ້າລາວຫຼຸດລົງ ແລະໃນນັ້ນໄດ້ມີຄຳເຫັນຂອງທ່ານ ​ນາງ ພອນ​ມະ​ລີ ອິນ​ທະພົມ ຮອງ​ຫົວໜ້າ​ກົມ​ພັດທະນາການທ່ອງທ່ຽວ ກະຊວງ​ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້​ກ່າວ​ວ່າ: “ໃນ​ປີ 2017 ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ລາວ ເຫັນ​ວ່າ​ມີ​ທ່າ​ອ່ຽງ​ຫຼຸດ​ລົງ 11% ຖ້າ​ທຽບໃສ່​ກັບ​ໄລຍະ 3 ເດືອນຕົ້ນ​ປີຂອງ​ປີຜ່ານມາ ປີ 2016 ມີນັກ​ທ່ອງ​ທ່ຽວ 1,2 ລ້ານ​ກວ່າ​ຄົນ ແລະ ປີ 2017 ມີ 1,1 ລ້ານ​ກວ່າຄົນ ສຳລັບ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາຫຼາຍ​ກວ່າ​ໝູ່​ແມ່ນ: ໄທ ຈີນ ຫວຽດນາມ ແລະ ອື່ນໆ ໃນ​ປີ 2016 ມີ​ຈຳນວນ​ນັກ​ທ່ອງ​ທ່ຽວເຂົ້າ​ມາ​ເຖິງ 4 ລ້ານ​ກວ່າ​ຄົນ“.

ສາເຫດທີ່ເຮັດໃຫ້ນັກທ່ອງທ່ຽວຫຼຸດລົງ ມີທັງສາເຫດນອກໂຕແລະສາເຫດໃນໂຕ. ສາເຫດນອກໂຕແມ່ນຍ້ອນສະພາບການຂອງໂລກກໍຄືພາກພື້ນ ມີການຜັນແປ ເຊັ່ນ ຫຼາຍປະເທດມີໄພສົງຄາມ, ສະພາບຄວາມບໍ່ສະຫງົບຂອງໂລກຍັງສືບຕໍ່ ແລະບາງປະເທດໃກ້ຄຽງທີ່ເປັນປະຕູຂອງນັກທ່ອງທ່ຽວເຂົ້າສູ່ລາວ ກໍເກີດຄວາມຊົບເຊົາຍ້ອນເຫດການພາຍໃນຂອງເຂົາເຈົ້າ. ໃນຂະນະທີ່ເບິ່ງຕາມສະຖິຕິແລ້ວ ນັກທ່ອງທ່ຽວຈາກໄທແມ່ນມີຫຼາຍກວ່າໝູ່ ແຕ່ດ້ວຍສະພາບເສດຖະກິດຂອງໄທບໍ່ຄ່ອຍດີ ປະສົບກັບຄວາມເສົ້າໂສກຈາກການສູນເສຍປະມຸກຂອງປະເທດ ການເດິນທາງທ່ອງທ່ຽວຂອງນັກທ່ອງທ່ຽວໄທຈຶ່ງໜ້ອຍລົງ ແລະໃນຂະນະດຽວກັນ ນັກທ່ອງທ່ຽວຈາກທົ່ວໂລກທີ່ມາທ່ຽວລາວ ສ່ວນຫຼາຍແມ່ນໃຊ້ໄທເປັນທາງຜ່ານ ເຂົາເຈົ້າໄດ້ປ່ຽນທິດທາງຂອງການທ່ອງທ່ຽວໄປທິດທາງອື່ນແທນ.

ສ່ວນສາເຫດໃນໂຕ ເຮົາຕ້ອງມາເບິ່ງນຳກັນເບິ່ງວ່າ ສິ່ງແວດລ້ອມຂອງການທ່ອງທ່ຽວລາວເຮົາຍັງມີຫຍັງທີ່ສົ່ງຜົນກະທົບຕໍ່ການທ່ອງທ່ຽວ. ໃນນາມສ່ວນຕົວຜູ້ຂຽນແລ້ວເຫັນວ່າມີຫຼາຍສາເຫດ ເຊັ່ນ ສະພາບຄົມມະນາຄົມພາຍໃນລາວຂອງເຮົາຍັງບໍ່ດີເທົ່າທີ່ຄວນ, ເສັ້ນທາງເຂົ້າສູ່ສະຖານທີ່ທ່ອງທ່ຽວຫຼາຍແຫ່ງຍັງບໍ່ຖືກພັດທະນາ, ຄ່າໃຊ້ຈ່າຍໃນການເດິນທາງສູງຖ້າທຽບໃສ່ກັບປະເທດອ້ອມຂ້າງ ເຊັ່ນ ລາຄາປີ້ຍົນ ວຽງຈັນ-ບາງກອກ ຍັງຖືກກວ່າຄ່າປີ້ຍົນພາຍໃນ, ຄ່າໃຊ້ຈ່າຍໃນການຄອງຊີບສູງ ຄ່າອາຫານການກິນຖ້າທຽບໃສ່ປະເທດອ້ອມຂ້າງແມ່ນແພງຫຼາຍ, ປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວບາງແຫ່ງກໍມີລາຄາແພງ, ກິດຈະກຳການທ່ອງທ່ຽວຍັງບໍ່ຫຼາກຫຼາຍ, ປະຕິທິນການທ່ອງທ່ຽວບໍ່ມີ ຫຼືມີກໍບໍ່ຄົບຫຼືໄລຍະເວລາສັ້ນໂພດ ເຮັດໃຫ້ນັກທ່ອງທ່ຽວວາງແຜນບໍ່ທັນ ແລະອັນສຸດທ້າຍຄວາມປອດໄພໃນທ້ອງຖະໜົນກໍແມ່ນອີກບັນຫາໜຶ່ງທີ່ສ້າງຜົນກະທົບ ເຊັ່ນ ມັກມີການປຸ້ນຈີ້ຊິງຊັບນັກທ່ອງທ່ຽວເປັນຕົ້ນ.

ຖ້າຢາກໃຫ້ນັກທ່ອງທ່ຽວເຂົ້າມາລາວຫຼາຍຂຶ້ນ ກໍຕ້ອງໄດ້ປັບປຸງບັນດາຂໍ້ຄົງຄ້າງທີ່ສົ່ງຜົນກະທົບທີ່ກ່າວມາຂ້າງເທິງນັ້ນໃຫ້ໄດ້ ເຊັ່ນ:
1. ປັບປຸງເສັ້ນທາງເຂົ້າສູ່ແຫຼ່ງທ່ອງທ່ຽວໃຫ້ສະດວກ ແລະຮັກສາສິ່ງແວດລ້ອມໃຫ້ສະອາດ.
2. (ຖ້າເປັນໄປໄດ້) ຄວນປັບປຸງຄ່າເດິນທາງໃຫ້ຖືກລົງ.
3. ສ້າງເງື່ອນໄຂໃຫ້ຄ່າຄອງຊີບພາຍໃນລາວຖືກລົງ.
4. ຫຼຸດລາຄາປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວລົງ ແລ້ວຫັນມາສ້າງລາຍໄດ້ຈາກການສົ່ງເສີມປະຊາຊົນຂາຍຂອງທີ່ລະນຶກ ແລະສ້າງກິດຈະກຳການທ່ອງທ່ຽວໃຫ້ຫຼາຍຂຶ້ນ. ຍົກຕົວຢ່າງ ພານັກທ່ອງທ່ຽວໄປຊົມທາດຫຼວງ ຄວນຈະມີກິດຈະກຳປິ່ນອ້ອມຢູ່ທາດຫຼວງຕື່ມ ເຊັ່ນ ພານັກທ່ອງທ່ຽວຊື້ດອກໄມ້ບູຊາ, ພານັກທ່ອງທ່ຽວໄປເຊົ່າຊຸດລາວມານຸ່ງ, ພານັກທ່ອງທ່ຽວຊົມຮ້ານຂາຍເຄື່ອງທີ່ລະນຶກ, ພານັກທ່ອງທ່ຽວເຮັດກິດຈະກຳສ່ຽງໂຊກ ຫຼືກິດຈະກຳທີ່ເປັນສິລິມຸງຄຸນແກ່ເຂົາເຈົ້າ ແລະອື່ນໆ
5. ເຮັດປະຕິທິນການທ່ອງທ່ຽວໃຫ້ມີຫຼາຍກິດຈະກຳແລະມີກຳນົດການຄັກແນ່ ເພື່ອໃຫ້ແຂກໄດ້ຮູ້ວ່າຕະຫຼອດປີຈະມີກິດຈະກຳຫຼືເທດສະການຫຍັງປິ່ນອ້ອມການທ່ອງທ່ຽວ ມີບຸນຫຍັງ? ຢູ່ໃສ? ຂອງຊົນເຜົາໃດ? ແມ່ນແຕ່ງານດອງ ກໍສາມາດພານັກທ່ອງທ່ຽວໄປຊົມໄດ້. ສິ່ງສຳຄັນປະຕິທິນແມ່ນຕ້ອງເຮັດໄວ້ລ່ວງໜ້າ ໃຫ້ຮູ້ລ່ວງໜ້າເປັນປີຫຼືຫຼາຍປີຍິ່ງດີ ເພາະການວາງແຜນເດິນທາງທ່ອງທ່ຽວບໍ່ແມ່ນຊິປຶບປັບ.
6. ຕ້ອງຮັບປະກັນຄວາມປອດໄພ ແລະຕ້ອງສອນຄົນລາວທຸກຄົນໃຫ້ເປັນຄົນຮູ້ຮັບແຂກ ຮູ້ຮັບນັກທ່ອງທ່ຽວ ແລະຮູ້ຊ່ວຍເຫຼືອນັກທ່ອງທ່ຽວ ຫຼາຍກວ່າວິທີການຫາເງິນຈາກນັກທ່ອງທ່ຽວ.

ລິດຈະນາ ງາມວິໄລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...