Homeລວມກົດຫມາຍລາວກົດໝາຍວ່າດ້ວຍຄອບຄົວ ມາດຕາ 20 (ປັບປຸງ) ສາເຫດຂອງການຢ່າຮ້າງ

ກົດໝາຍວ່າດ້ວຍຄອບຄົວ ມາດຕາ 20 (ປັບປຸງ) ສາເຫດຂອງການຢ່າຮ້າງ

Published on

ໃນຄໍລຳກົດໝາຍແຫ່ງ ສປປ ລາວ ມື້ນີ້ແອັດມິນຈະມານຳສະເໜີ ກ່ຽວກັບ ກົດໝາຍວ່າດ້ວຍຄອບຄົວ ມາດຕາ 20 (ປັບປຸງ) ສາເຫດຂອງການຢ່າຮ້າງ ຜົວ ຫຼື ເມຍ ທີ່ຕ້ອງການຂໍຢ່າຮ້າງກັນໄດ້ ຕ້ອງອີງໃສ່ສາເຫດດັ່ງນີ້:

  1. ທຳມິດສະຈານ (ການຫຼິ້ນຊູ້ ຈາກຜົວ ຫຼືເມຍ)
  2. ໃຊ້ຄວາມຮຸນແຮງ ຫຼື ປ້ອຍດ່າດ້ວຍຄວາມຫຍາບຊ້າຕໍ່ກັນ ຫຼືຕໍ່ພໍ່ແມ່ ແລະຍາດພີ່ນ້ອງ ຫຼື ມີການປະພຶດທີ່ບໍ່ເໝາະສົມຢ່າງຮ້າຍແຮງ ເຊັ່ນ: ຕິດເຫຼົ້າ, ຕິດຢາເສບຕິດ ຢ່າງໜັກໜ່ວງ ຫຼື ຫຼິ້ນການພະນັນເປັນອາຈິນ, ຫຼິ້ນກິນຟູມເຟືອຍ;
  3. ໜີໄປໂດຍບໍ່ຄອບກັນ ແລະບໍ່ໄດ້ສົ່ງຂ່າວຄາວ ຫຼືສົ່ງຊັບມາລ້ຽງຄອບຄົວ ເປັນເວລາ ສາມປີ ຂຶ້ນໄປ;
  4. ຜົວໄປບວດເປັນພິກຂຸ, ສາມະເນນ ຫຼື ພໍ່ຂາວ ຫຼື ເມຍໄປບວດເປັນແມ່ຂາວ ເກີນກວ່າ ສາມປີ ໂດຍບໍ່ມີຄວາມເຫັນດີນຳກັນ;
  5. ເປັນຜູ້ຫາຍສາບສູນ ຕາມຄຳຕັດສິນຂອງສານ ໃນກໍລະນີທີ່ຜົວ ຫຼືເມຍນັ້ນ ຫາກໜີຈາກຄອບຄົວ ໂດຍບໍ່ຮູ້ບ່ອນຢູ່ ແລະ ບໍ່ຮູ້ຂ່າວຄາວ ເປັນເວລາສອງປີ ຫຼື ໃນກໍລະນີທີ່ເກີດອຸປະຕິເຫດ ຫາກບໍ່ຮູ້ຂ່າວຄາວເປັນເວລາຫົກເດືອນ;
  6. ຖືກສານຕັດສິນລົງໂທດ ຕັດອິດສະລະພາບ ແຕ່ ຫ້າປີຂຶ້ນໄປ;
  7. ເປັນພະຍາດ ຊຶ່ງເປັນອັນຕະລາຍຢ່າງຮ້າຍແຮງ ທີ່ບໍ່ສາມາດຢູ່ນຳກັນໄດ້;
  8. ເປັນຄົນບ້າເສຍຈິດ ຈົນບໍ່ສາມາດຢູ່ນຳກັນໄດ້;
  9. ບໍ່ສາມາດຮ່ວມປະເວນີທາງເພດ;
  10. ບໍ່ສາມາດດຳລົງຊີວິດເປັນຜົວເມຍກັນຕໍ່ໄປໄດ້ ຍ້ອນສາເຫດຕ່າງໆເຊັ່ນ: ບໍ່ສັດຊື່ຕໍ່ກັນ, ທໍລະມານຈິດໃຈກັນ

 

ແຫລ່ງຂໍ້ມູນ: ວາລະສານຂັວນໃຈ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...