Homeຂ່າວພາຍ​ໃນນາຍົກຫ້າມບໍ່ໃຫ້ສວຍໂອກາດໃຊ້ຄຳວ່າ ຫັນດິນເປັນທຶນ ຫລື ຫັນຊັບພະຍາກອນເປັນທຶນ

ນາຍົກຫ້າມບໍ່ໃຫ້ສວຍໂອກາດໃຊ້ຄຳວ່າ ຫັນດິນເປັນທຶນ ຫລື ຫັນຊັບພະຍາກອນເປັນທຶນ

Published on

ເມື່ອ​ຕົ້ນ​ອາທິດນີ້, ທ່ານ ທອງ​ລຸນ ສີ​ສຸລິດ ນາຍົກລັດຖະມົນຕີ​ ແຫ່ງ ສປປ ລາວ ​ໄດ້​ຊີ້​ແຈງ​ຕໍ່​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໃນ​ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ທີ່​ດິນ ທີ່​ໄດ້​ພົບ​ບັນຫາ​ຈຳນວນ​ໜຶ່ງ ​ເປັນ​ຕົ້ນ​ແມ່ນການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ວຽກ​ງານ​ການ​ພິຈາລະນາ​ອະນຸມັດ​ເຊົ່າ ​ແລະ ການ​ສຳ​ປະທານ​ທີ່​ດິນ​ຂອງ​ລັດ ລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນຍັງ​ບໍ່​ທັນ​ຈະ​ແຈ້ງ ສົ່ງ​ຜົນ​ກະທົບ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ທີ່​ດິນ​ບໍ່​ທັນ​ຮັດກຸມ, ການ​ອອກ​ໃບ​ຕາດິນ​ຍັງ​ຊັກ​ຊ້າ, ​ເກີດ​ສະພາບ​ການ​ຈັບຈອງ​ດິນ ​ແລະ ການ​ແບ່ງ​ຂາຍ​ດິນ​ ທີ່​ບໍ່​ມີ​ການ​ພັດທະນາ.

​ທ່ານ ທອງ​ລຸນ ສີ​ສຸລິດ ນາຍົກລັດຖະມົນຕີ ​ໄດ້ຊີ້​ແຈງ​ວ່າ: ຕ້ອງ​ຍອມຮັບ​ນຳ​ກັນ​ວ່າການ​ຄຸ້ມ​ຄອງ​ທີ່​ດິນ, ການ​ນຳ​ໃຊ້​ທີ່​ດິນທີ່ເປັນ​ຊັບ​ສົມບັດ​ຂອງ​ຊາດ ​ໃນ​ໄລຍະ​ຜ່ານ​ມາມີ​ຫລາຍ​ອັນ​ສັບສົນ ​ແລະ ຜິດພາດ, ​ເຊິ່ງຄວາມ​ຈິງພວກ​ເຮົາ​ມີ​ກົດໝາຍ, ນິຕິ​ກຳ​ລຸ່ມ​ກົດໝາຍ, ມີ​ນະ​ໂຍບາຍ​ທີ່​ຈະ​ແຈ້ງ​ແລ້ວ ​ແຕ່​ການ​ປະຕິບັດ​ກົດໝາ​ຍ, ນິຕິ​ກຳ ຫລື ນະ​ໂຍບາຍ​ກ່ຽວກັບ​ທີ່​ດິນ​ນັ້ນ​ ຍັງ​ມີ​ຊ່ອງ​ຫວ່າງ​ຫລາຍ​ເຮັດ​ໃຫ້​ມີ​ການ​ສວຍ​ໃຊ້, ສວຍ​ໂອ​ກາດເອົາລະ​ບຽບການ​ຕ່າງໆ​ມາ​ປັບ​ປ່ຽນ, ​ແອບ​ແຝງ​ໃຫ້​ເປັນ​ຜົນ​ປະ​ໂຫຍ​ດ​ແກ່​ບຸກຄົນ, ກຸ່ມ​ຄົນ ແລະ ນັກທຸລະກິດ​ຈຳນວນ​ໜຶ່ງ, ​ແຕ່​ໃນ​ທາງ​ກົງກັນຂ້າມ ລັດ, ກຸ່ມ​ຄົນຈຳນວນ​ໜຶ່ງ, ບຸກຄົນ ຫລື ປະຊາຊົນ ຊ້ຳພັດ​ເສຍ​ຜົນ​ປະ​ໂຫຍ​ດ ຫລື ອັບປະ​ໂຫຍ​ດ ບໍ່​ໄດ້​ຮັບ​ຄວາມ​ຍຸຕິ​ທຳ, ​ເຊິ່ງລັດຖະບານ​ເຫັນ​ຊ່ອງ​ຫວ່າງ​ ​ແລະ ມີ​ຄວາມ​ສັບສົນ​ຫລາຍ ທີ່​ກາຍ​ເປັນ​ບັນຫາ​ຂອງ​ສັງຄົມ, ການ​ເມືອງ ​ແລະ ຄວາມ​ໝັ້ນຄົງ ຈຶ່ງ​ຕັດສິນ​ໃຈ​ສະ​ເໜີສ້າງ​ຍຸດ​ທະ​ສາດ​ ກ່ຽວກັບ​ການ​ຄຸ້ມ​ຄອງ​ນຳ​ໃຊ້​ທີ່​ດິນ​ຂຶ້ນ ​ເພື່ອນຳ​ມາ​ຜ່ານ​ກອງ​ປະຊຸມ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ ອອກ​ເປັນ​ມະຕິ​ໄດ້​ສຳ​ເລັດ​ແລ້ວ ​ແລະ ການ​ຜັນ​ຂະຫຍາຍ​ມະຕິ​ສະບັບ​ນີ້ ກຳລັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ສຶກສາ​ຄົ້ນ​ຄວ້າ ​ເພື່ອ​ຮັບຮອງ​ ​ແລະ ປະຕິບັດ​ຕໍ່​ໄປ. ລັດຖະບານ​ຈະ​ພະຍາຍາມ​ແກ້​ໄຂ​ໃຫ້​ໄປ​ຕາມ​ກົດໝາ​ຍຢ່າງ​ເຂັ້ມ​ງວດ; ບໍ່​ໃຫ້​ສວຍ​ໃຊ້​ຄຳ​ວ່າ “ຫັນ​ດິນ​ເປັນ​ທຶນ ຫລື ຫັນ​ຊັບພະຍາກ​ອນ​ເປັນ​ທຶນ” ​ໄປ​ໃນ​ທາງ​ທີ່​ຜິດ​ທີ່​ເປັນ​ການສວຍ​ໂອກາດ; ສ້າງ​ກົນ​ໄກ​ທີ່​ຮັດກຸມ​ຂຶ້ນ​ມາເພື່ອ​ຄຸ້ມ​ຄອງ, ພັດທະນາ, ນຳ​ໃຊ້ທີ່​ດິນ ​ໃຫ້​ມີ​ຄວາມ​ສົມ​ບູນພູ​ກສຸກ​ຂອງ​ຄົນ​ໃນ​ຊາດ; ພ້ອມ​ນີ້, ຈະ​ເຮັດ​ໃຫ້​ທີ່​ດິນ​ທີ່​ເປັນ​ຊັບ​ສົມບັດ​ຂອງ​ວົງ​ຄະນາຍາດ​ແຫ່ງ​ຊາດ​ນັ້ນ ​ໄດ້​ຮັບ​ການ​ນໍາ​ໃຊ້​ຢ່າງ​ທົ່ວ​ເຖິງ ​ໃຫ້​ສົມ​ເຫດ​ສົມ​ຜົນ ມີ​ປະສິດທິ​ຜົນ​ສູງ​ສຸດ ນຳ​ຄຸນຄ່າ​ມາ​ໃຫ້​ປະ​ເທດ​ຊາດກໍ​ຄື​ປະຊາຊົນ ​ແລະ ກາ​ນຊື້-ຂາຍ​ໃດໆ, ການ​ສຳ​ປະທານ, ການ​ຈັບຈອງ ຕະຫລອດ​ຮອດ​ການ​ທຳລາຍ​ຄວາມ​ອຸດົມສົມບູນ​ຂອງ​ດິນ, ປ່າ​ໄມ້, ​ແຫ​ລ່ງນ້ຳ ຈະ​ຖຶກຈຳກັດ ​ແລະ ​ແກ້​ໄຂ, ຖືກ​ເອົາ​ກັບ​ຄືນ​ມາ​ຕາມ​ແຕ່​ກໍລະນີ​ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ.

ພ້ອມ​ນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ຍັງ​ຊື້​ແຈງ​ຕື່ມອີກ​ວ່າ: ​ໃນ​ເວລາ​ບໍ່​ດົນ​ນີ້, ລັດຖະບານ​ຈະ​ອອກ​ກຳນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄ​ອງ, ນໍາ​ໃຊ້ ​ແລະ ​ແບ່ງ​ງານ​ກັນ​ຢ່າງ​ຈະ​ແຈ້ງ ລະຫວ່າງ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ກະຊວງ​ກະສິກຳ, ປ່າ​ໄມ້ ​ແລະ ພັດທະນາ​ຊົນ​ນະ​ບົດ ລະຫວ່າງ​ສູນ​ກາງ​ ແລະ ທ້ອງຖິ່ນ​ໃຫ້​ຈະ​ແຈ້ງ ​ເພື່ອ​ຫລຸດຜ່ອນ​ບັນດາ​ຊ່ອງ​ຫວ່າງ ໃນ​ການ​ສວຍ​ໃຊ້, ສວຍ​ໂອກາດ. ສຳລັບ​ການ​ສຳ​ປະທານ​ທີ່​ດິນ​ຂອງ​ຕ່າງປະ​ເທດ​ ກໍ​ຈະ​ຕ້ອງ​ໄດ້​ເບິ່ງ​ຄືນກົດໝາຍ​, ຄວາມ​ເປັນ​ຈິງຖ້າ​ຜິດ​ກໍ​ໃຫ້​ຮັບ​ຮູ້ວ່າ​ຜິດ ​ແລະ ຕ້ອງ​ໄດ້​ແກ້​ໄຂ, ຖ້າ​ຖືກຕ້ອງ​ແລ້ວ ກໍ​ໃຫ້​ນຳ​ໃຊ້​ຕໍ່​ໄປ, ​ແຕ່​ການ​ອະນຸຍາດ​ໃໝ່​ຕ້ອງ​ໃຫ້​ຖືກຖ້າບໍ່​ຖືກຕ້ອງບໍ່​ອະນຸດ​ຍາດ​ໃຫ້.

 

ແຫລ່ງຂ່າວ: ສົມ​ຫວັງ ແລະ ພາບປະກອບ​: ໄອ່​ຄຳ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...