Homeຄວາມງາມແມ່ຍິງລະວັງ ພະຍາດມາກັບສິ່ງມຶນເມົາ

ແມ່ຍິງລະວັງ ພະຍາດມາກັບສິ່ງມຶນເມົາ

Published on

 

1

ຍິງ​ໄວ​ເຮັດວຽກ​ ເມື່ອ​ຕ້ອງປະເຊີນ​ກັບ​ຄວາມ​ກົດ​ດັນ ຄວາມ​ຄຽດ​ຈາກ​ການເຮັດວຽກງານ ຫລັງ​ເລີກ​ງານ​ກໍ​ຕ້ອງ​ຫາ​ທາງ​ຜ່ອນ​ຄາຍ ດ້ວຍ​ການ​ໄປ​ທ່ຽວ ໄປງານລ້ຽງສ້າງສັນ ຊຶ່ງ​ແມ່ນ​ຈະ​ເປັນ​ເລື່ອງ​ມ່ວຊື່ນ ແຕ່​ບາງເທື່ອ​ກໍ​ອາດ​ສົ່ງ​ຜົນ​ເສຍ​ຕໍ່​ສຸຂະພາບ​ໄດ້ ຫາກ​ບໍ່​ລະ​ວັງ​ເລື່ອງ​ການ​ດື່ມ​ສິ່ງມຶນເມົາ

ເພາະ​ແມ່ຍິງ​ສ່ວນ​ໃຫຍ່​ ອາດຈະ​ຍັງ​ບໍ່​ຮູ້​ວ່າ ​ການ​ອອກ​ລິດ​ຂອງ​ສິ່ງມຶນເມົາ​ໃນ​ຜູ້ຍິງ​ຈະ​ແຕກ​ຕ່າງ​ຈາກ​ຜູ້​ຊາຍ    ຈຶ່ງ​ເຮັດໃຫ້​ຜູ້ຍິງ​ເມົາ​ໄວ​ກວ່າ​ຜູ້​ຊາຍ ເຖິງວ່າ ​ນ້ຳ​ໜັກ​ໂຕຈະ​ເທົ່າ​ກັນ ທັງ​ນີ້​ເນື່ອງ​ຈາກ​ຮ່າງກາຍ​ຂອງ​ຜູ້ຍິງ​ມີ​ນ້ຳ (ຊຶ່ງ​ເປັນ​ຕົວ​ທີ່​ຊ່ວຍ​ເຈືອ​ຈາງ​ແອວກໍຮໍໃນ​ຮ່າງກາຍ) ນ້ອຍ​ກວ່າ ນອກ​ຈາກ​ນີ້​ແອວກໍ​ຮໍ ຍັງ​ສົ່ງ​ຜົນ​ເສຍ​ຕໍ່​ຮ່າງກາຍ​ຜູ້ຍິງ​ອີກ​ຫລາຍ​ປະ​ການ ເຮົາ​ລອງ​ມາ​ເບິ່ງ​ຕົວ​ຢ່າງ​ນໍາກັນ

    ຜິວ​ເສຍ + ຮອຍຕີກາ 
         ນ້ຳ​ທີ່​ເຮົາ​ດື່ມ​ເປັນ​ມອຍເຈີ​ໄລ​ເຊີຈາກ​ພາຍ​ໃນ​ທີ່​ໃຫ້​ຄວາມ​ຊຸ່ມ​ຊື່ນ​ຕໍ່ຜິວ ດັ່ງ​ນັ້ນ​ຈຶ່ງ​ມີ​ຄຳ​ແນະ​ນຳ​ໃຫ້​ດື່ມ​ນ້ຳ​ມື້​ລະ   8 ຈອກ ສ່ວນ​ແອວກໍ​ຮໍ ​ນັ້ນ​ກົງກັນຂ້າມ ເພາະ​ແມ່ນ​ຈະ​ມີ​ລັກສະນະ​ເປັນ​ນ້ຳ ແຕ່​ກັບ​ເຮັດໃຫ້​ຮ່າງກາຍ​ສູນ​ເສຍ​ນ້ຳ​ຫລາຍ ເພາະ​ການ​ດື່ມ​ແອນ​ກໍ​ຮໍ ​ເຮັດໃຫ້​ຖ່າຍເບົາເລື້ອຍ​ຈຶ່ງ​ສົ່ງ​ຜົນ​ໃຫ້​ຜິວ​ແຫ້ງ ຊຶ່ງ​ເຮັດໃຫ້​ຜິວ​ເກີດ​ຮອຍຕີນກາ ຫລື ​ເຮັດໃຫ້​ຜິວ​ທີ່​ມີ​ຮອຍ​ຢູ່​ແລ້ວ​ເກີດ​​ຮອຍ​ເລິກ​ຂຶ້ນ ນອກ​ຈາກ​ນີ້​ ແອວ​ກໍ​ຮໍ ​ຍັງ​ເຮັດໃຫ້​ຮ່າງກາຍ​ຂາດ​ວິ​ຕາ​ມິນ ​ແລະ​ ສານ​ອາຫານ​ທີ່​ໄປ​ບຳ​ລຸງ​ຜິວ ໂດຍ​ສະເພາະ​ຢ່າງ​ຍິ່ງ​ ວິ​ຕາ​ມິນ​ບີ ຊຶ່ງ​ການ​ຂາດ​ວິ​ຕາ​ມິນ​ບີ ​ຈະ​ເຮັດໃຫ້​ຜິວ​ໜັງ​ແຫ້ງ ຫ່ຽວ ​ແລະ ​ເປັນ​ສິວ ອີກ​ສາ​ເຫດ​ໜຶ່ງ​ທີ່​ເຮັດໃຫ້​ແອວ​ກໍ​ຮໍ​ເປັນ​ອັນຕະລາຍ​ຕໍ່​ຜິວ​ກໍ​ຄື ແອນ​ກໍ​ຮໍ​ຈະ​ເຂົ້າໄປ​ທຳລາຍ​ຕັບ ເຮັດໃຫ້​ຕັບ​ບໍ່​ສາມາດ​ຜະລິດ​ສານ​ເຄ​ມີ ເຊັ່ນ ວິ​ຕາ​ມິນ ເຮັດໃຫ້​ຜິວ​ເກີດ​ຄວາມ​ໝອງ​ຄ້ຳ

   ມີຄວາມສ່ຽງເປັນ​ມະ​ເຮັງ​ເຕົ້າ​ນົມ
ມີ​ງານ​ວິ​ໄຈ​ອອກ​ມາ​ຢ່າງ​ຕໍ່​ເນື່ອງ​ວ່າ ​ການ​ດື່ມ​ແອວກໍ​ຮໍ ​ກະຕຸ້ນ​ການ​ເປັນ​ມະ​ເຮັງ​ເຕົ້າ​ນົມ ທັງ​ນີ້​ກໍ​ເພາະ​ແອວ​ກໍ​ຮໍຊ່ວຍ​ເພີ່ມ​ລະ​ດັບ​ຮໍໂມນ​ເອດ​ໂຕ​ເຈນ ຊຶ່ງ​ເປັນ​ຮໍ​ໂມນ ​ທີ່​ຊ່ວຍ​ໃຫ້​ ເຊວ​ມະ​ເຮັງ​ຊະນິດ​ຕອບສະຫນອງ​ຕໍ່​ຮໍ​ໂມນ ​ຈະເລີນ​ເຕີບໂຕ ໂດຍ​ມະຫາ​ວິທະຍາ​ໄລ​ ອອກ​ຟອ​ດ ​ໄດ້​ເປີດ​ເຜີຍ​ຜົນ​ການ​ວິ​ໄຈ​ວ່າ ແອວ​ກໍ​ຮໍ ​ເປັນ​ປັດ​ໄຈ​ທີ່​ກໍ່​ໃຫ້​ເກີດ​ມະ​ເຮັງ​ເຖິງ​ຮ້ອຍ​ລະ 11 ໂດຍ​ການ​ວິ​ໄຈ​ເທື່ອ​ນີ້​ໄດ້​ນຳ​ອາ​ສາ​ສະໝັກ​ທີ່​ຢູ່ໃນ​ໄວ​ກາງ​ຄົນ​ຫລາຍກວ່າ 1.2 ລ້ານ​ຄົນ ມາ​ສຶກ​ສາ​ເຖິງ​ປັດ​ໄຈ​ທີ່​ກໍ່​ໃຫ້​ເກີດ​ມະ​ເຮັງ​ເປັນ​ເວລາ​ປະ​ມານ 7 ປີ ແລະ ​ພົບ​ວ່າ​ຜູ້​ທີ່​ດື່ມ​ແອວ​ກໍ​ຮໍ ​ມື້​ລະ​ຈອກເປັນ​ປະຈຳ ເຮັດໃຫ້​ສ່ຽງ​ຕໍ່​ການ​ເປັນ​ມະ​ເຮັງ​ເຕົ້າ​ນົມ

    ສາ​ເຫດ​ຂອງ​ຄວາມ​ຕຸ້ຍ
         ການ​ດື່ມ​ແອວ​ກໍ​ຮໍ ​ນອກ​ຈາກ​ຈະ​ເຮັດໃຫ້​ເມົາ​ແລ້ວ ຍັງ​ເຮັດໃຫ້​​ມີ​ນ້ຳ​ໜັກ​ເພີ່ມ​ຂຶ້ນ ອັນ​ນຳ​ໄປ​ສູ່​ພະຍາດ​ຕຸ້ຍ ໂດຍ​ສະເພາະ​ຄົນຕຸ້ຍມີໜ້າທ້ອງ​ ເພາະ​ແອວ​ກໍ​ຮໍ ​ໃຫ້​ພະລັງ​ງານ​ສູງ​ຫລາຍ​ເກືອບ​ເທົ່າ​ໄຂ​ມັນ ຈຶ່ງ​ເລັ່ງ​ໃຫ້​ຮ່າງກາຍ​ສະ​ສົມ​ໄຂ​ມັນ​ໃນ​ບໍລິເວນທ້ອງ​ຫລາຍ​ຂຶ້ນ ຍິ່ງ​ຜູ້ຍິງ​ສ່ວນ​ໃຫຍ່​ນິຍົມ​ດື່ມ​ແອວ​ກໍ​ຮໍ ​ປະສົມ​ກັບ​ນ້ຳ​ຫມາກໄມ້​ ຫລື​ ນ້ຳ​ອັດ​ລົມ​ທີ່​ມີ​ນ້ຳ​ຕານ​ຫລາຍ ກໍ​ຍິ່ງ​ເພີ່ມ​ພະລັງ​ງານ​ໃຫ້​ສູງ​ຂຶ້ນ​ໄປ​ອີກ

ກະທົບ​ສະຫມອງ
ມະຫາ​ວິທະຍາ​ໄລ​ ໄຮ​ເດນ​ເ​ບິກ​ເປີດ​ເຜີຍ​ຜົນ​ການ​ວິ​ໄຈ​ທີ່​ພົບ​ວ່າ ສະຫມອງ​ຂອງ​ຜູ້ຍິງ​ໄດ້ຮັບ​ຜົນ​ກະທົບ​ຈາກ​   ແອວ​ກໍ​ຮໍ​ຫລາຍກວ່າ​ສະຫມອງ​ຂອງ​ຜູ້​ຊາຍ (ຈາກ​ການເຮັດ​ເອັກ​ຊະ​ເລ ຄອມພິວເຕີ​ສະຫມອງ​ຂອງ​ອາ​ສາ​ສະໝັກ 150 ຄົນ) ລວມ​ເຖິງ​ພົບ​ວ່າ​ ອາ​ສາ​ສະໝັກ​ທີ່​ດື່ມ​ໜັກ​ຈະ​ມີ​ເຊວສະຫມອງ​ນ້ອຍ ​ແລະ ​ລີບ​ກວ່າ​ຄົນ​ທົ່ວ​ໄປ ທີ່​ສຳຄັນ​ຍັງ​ພົບ​ວ່າ ຜູ້ຍິງ​ຈະ​ສູນ​ເສຍ​ເຊວ​ສະຫມອງ​ໃນ​ເວລາ​ທີ່​ວ່ອງໄວ​ກວ່າ​ຜູ້​ຊາຍ ແມ່ນ​ຜູ້ຍິງ​ຈະ​ດື່ມ​ນ້ອຍ​ກວ່າ​ຜູ້​ຊາຍ​ກໍ​ຕາມ ນອກ​ຈາກ​ນີ້​ຜູ້ຍິງ​ຍັງມີ​ແນວ​ໂນ້ມ​ທີ່​ຈະ​ຕິດ​ແອວກໍ​ຮໍ ​ແລະ ​ໄດ້ຮັບ​ຜົນ​ຮຸນແຮງ​ຈາກ​ພະຍາດ​ບາງຢ່າງ​ທີ່​ມີ​ແອວ​ກໍ​ຮໍ​ເປັນ​ປັດ​ໄຈ​ສ່ຽງ​ໄວ​ກວ່າ​ຜູ້​ຊາຍ ຕົວຢ່າງ​ເຊັ່ນ ພະຍາດ​ຫົວ​ໃຈ ພະຍາດ​ຊຶມ​ເສົ້າ ພະຍາດ​ຕັບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...