spot_img
Homeຂ່າວທ້ອງຖິ່ນຂະແໜງພະລັງງານ ສາມາດສະໜອງໄຟຟ້າໃຊ້ແບບຖາວອນໃຫ້ປະຊາຊົນ ກວມ 94%

ຂະແໜງພະລັງງານ ສາມາດສະໜອງໄຟຟ້າໃຊ້ແບບຖາວອນໃຫ້ປະຊາຊົນ ກວມ 94%

Published on

ປັດຈຸບັນ ສປປ ລາວ ກໍ​ຄື ຂະ​ແໜງ​ພະລັງງານ ສາມາດ​ສະໜອງ​ໄຟຟ້າ​ແບບ​ຖາວອນ ​ໃຫ້​ກັບ​ປະຊາຊົນ ​ໄດ້​ທັງ​ໝົດ 94% ຂອງ​ຈຳນວນ​ຄົວ​ເຮືອນ ​ໃນ​ທົ່ວ​ປະ​ເທດ ທຽບ​ໃສ່​ແຜນການ​ທີ່​ຕັ້ງ​ໄວ ​ໃຫ້​ໄດ້ 90% ພາຍ​ໃນ​ປີ 2020 ​ແມ່ນ​ສາມາດ​ບັນລຸ​ໄດ້​ລື່ນ​ແຜນການ​ ​ແລະ ຈະ​ສືບ​ຕໍ່​ໃຫ້​ໄດ້ 100% ​ພາຍ​ໃນ​ປີ 2030.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ​​ໄດ້​ຖະ​ແຫລ​ງຂ່າວ​ ຕໍ່​ສື່​ມວນ​ຊົນ ໃນໂອກາດ ວັນພະລັງງານໂລກ ​ໃນວັນທີ 21 ຕຸລາ2017 ນີ້ວ່າ: ສປປ ລາວ ມີ​ນະ​ໂຍບາຍ​ສ້າງ​ປະ​ເທດ ​ເປັນ​ໝໍ້​ໄຟ​ຂອງ​ອາ​ຊຽນ ​ໂດຍ​ອີງ​ໃສ່​ຄວາມ​ເໜາະ​ສົມ​ທາງ​ດ້ານ​ທີ່​ຕັ້ງ, ທ່າ​ແຮງ​ດ້ານ​ໄຟຟ້າ​ນ້ຳຕົກ​ ຂອງ​ປະ​ເທດ ​ແລະ ຄວາມ​ຕ້ອງການ​ໄຟຟ້າ​ທີ່​ເພີ່ມ​ຂຶ້ນ​ ຢູ່​ໃນ​ພາກ​ພື້ນ ​ເຊິ່ງສາມາດ​ຍາດ​ໄດ້ຜົນ​ສຳ​ເລັດ​ເປັນ​ກ້າວໆ​ມາ ​ດ້ວຍ​ຈັ່ງວະ​ທີ່​ໄວ ກາຍ​ເປັນ​ການ​ພັດ ທະນາ​ທີ່​ພົ້ນ​ເດັ່ນ​ ໃນ​ພາກ​ພື້ນ ​ແລະ ​ໃນ​​ໂລກ. ຢ່າງ​ໃດ​ກໍ່ຕາມ ​ໃນ​ປີ 1995 ທົ່ວ​ປະ​ເທດ ມີ​ກຳລັງ​ການ​ຜະລິດ​ໄຟຟ້າ ພຽງ​ແຕ່ 210 ​ເມ​ກາ​ວັດ ​ແລະ ຜະລິດ​ໄຟຟ້າ​ໄດ້ 1.085 ລ້ານ​ກິ​ໂລ​ວັດ​ໂມງ ມາ​ເຖິງ ປັດຈຸບັນ ກຳລັງ​ການ​ຜະລິດ​ໄດ້​ເພີ່ມ​ຂຶ້ນ​ເປັນ 6.760 ​ເມ​ກາ​ວັດ ​ແລະ ສາມາດ​ຜະລິດ​ໄຟຟ້າ​ໄດ້​ເຖິງ 35.625 ລ້ານ​ກິ​ໂລ​ວັດ​ໂມງ, ມີ​ລະບົບ​ສາຍ​ສົ່ງ​ໄຟຟ້າ​ແຮງ​ສູງ​ເຊື່ອມ​ຈອດ ​ແຕ່​ເໜືອ ​ເຖິງ ​ໃຕ້ ສາມາດ​ສະໜອງ​ໄຟຟ້າ​ຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ການ​ພັດທະນາ​ຂະ​ແໜງ​ການ​ອື່ນໆ ໄດ້​ໂດຍ​ພື້ນຖານ. ຢ່າງ​ໃດ​ກໍ່ຕາມ, ​​ໃນ​ຕົ້ນ​ປີ 2018 ທີ່​ຈະ​ມາ​ເຖິງ​ນີ້ ຈະ​​ສົ່ງ​ກະ​ເສໄຟຟ້າ​ໄປ​ຂາຍ​ໃຫ້​ກັບປະ​ເທດ​ມາ​ເລ​ເຊຍ ​ໂດຍ​ຜ່ານ​ສາຍ​ສົ່ງ​ປະ​ເທດ​ໄທ  ​ເຊິ່ງຖື​ເປັນ​ໂຄງການ​ຕົວ​ແບບ ​ແລະ ​ໂຄງການ​ທຳ​ອິດ ​ໃນ​ອາ​ຊຽນ ທີ່​ມີ​ຫລາຍ​ປະ​ເທດ​ເຂົ້າ​ຮ່ວມ. ບັນດາ​ປະ​ເທດ ນຳ​ເຂົ້າຈາກ ສປປ ລາວ ມີ​ປະ​ເທດ​ໄທ, ຫວຽດນາມ, ກຳປູ​ເຈຍ, ມຽນມາ ​ແລະ ມາ​ເລ​ເຊຍ.

        ທ່ານ ຄຳມະນີ ອິນທິລາດ ​ໃຫ້​ຮູ້​ອີກ​ວ່າ: ຕາມຂໍ້ມູນຂອງ ສະຫະປະຊາຊາດ ເປີດເຜີຍວ່າ: ຢູ່ໃນໂລກຍັງມີປະຊາ ຊົນ 3 ຕື້ກວ່າຄົນ ຍັງບໍ່ໄດ້ເຂົ້າເຖິງ ຫລື ບໍ່ໄດ້ຊົມໃຊ້ພະລັງງານສະໄໝໃໝ່ ໂດຍສະເພາະ ແມ່ນການຊົມໃຊ້ ພະລັງ ງານໄຟຟ້າ ອັນເປັນການ ກົດໜ່ວງຕໍ່ກັບການພັດທະນາ ເສດຖະ ກິດສັງຄົມ ແລະ ເຮັດໃຫ້ປະຊາຊົນ ດຳລົງຊີວິດຢູ່ໃນ ຄວາມຫຍຸ້ງຍາກທີ່ສຸດຍ້ອນແນວນັ້ນ ມາໃນປີ 2011 ທ່ານ ບານກີມູນ  ອາ​ດີດເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຈຶ່ງໄດ້ເລີ່ມໂຄງການທີ່ເອີ້ນວ່າ: “ ພະລັງງານຍືນຍົງ ເພື່ອໝົດທຸກຄົນ ” “ SE4ALL ” ແລະ ກຳນົດເອົາ ປີ 2012 ເປັນປີສາກົນ ສຳລັບພະລັງງານຍືນຍົງ ເພື່ອໝົດທຸກຄົນ ເພື່ອແນ່ໃສ່ບັນລຸ 3 ເປົ້າໝາຍ ພາຍໃນປີ 2030 ຄືຮັບປະກັນໃຫ້ປະຊາກອນທັງໝົດໃນທົ່ວໂລກ ໄດ້ເຂົ້າເຖິງການບໍລິການດ້ານພະລັງງານສະໄໝໃໝ່  ເພີ່ມອັດຕາສ່ວນປະສິດທິພາບ ການນຳໃຊ້ພະລັງງານທົ່ວໂລກຂຶ້ນເປັນສອງເທົ່າ ແລະ ເພີ່ມອັດຕາສ່ວນຂອງພະລັງງານທົດແທນ ໃນລວມຍອດ ພະລັງງານໂລກ ຂຶ້ນເປັນສອງເທົ່າຄືກັນ ທັງນີ້ກໍເປັນ ໂອກາດທີ່ດີ ແລະ ເປັນບ່ອນອີງ ໃນການຂົນຂວາຍ, ປຸກລະດົມພາກສ່ວນເອກະຊົນ ແລະ ອົງການຈັດຕັ້ງສາກົນ ມາຮ່ວມມືກັບ ລັດຖະບານເຂົ້າໃນການ ສະໜອງພະລັງງານ ໂດຍສະເພາະ ແມ່ນພະລັງ ງານສະໄໝໃໝ່ ໃຫ້ກັບປະຊາຊົນຜູ້ທີ່ຍັງບໍ່ທັນໄດ້ນຳໃຊ້ ພະລັງງານໃຫ້ທົ່ວເຖິງ ຍ້ອນວ່າ ພະລັງງານ ເປັນປັດ​ໄຈສຳຄັນໜຶ່ງ ທີ່ຊ່ວຍໃຫ້ ປະຊາຊົນຫລຸດພົ້ນ ອອກຈາກຄວາມທຸກຍາກ ຍິ່ງໄປກວ່ານັ້ນກໍຍັງສ້າງໂອກາດ ແລະ ເງື່ອນໄຂໃຫ້ກັບ ປະຊາຊົນ ສ້າງລາຍຮັບດ້ວຍ ການຜະລິດສິນຄ້າ ແລະ ບໍລິການຕ່າງໆຍົກສູງສະມັດທະພາບ ດ້ານການຜະລິດ ແລະ ການບໍລິການດັ່ງກ່າວ ນັບມື້ນັບສູງຂຶ້ນ ​ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນຕື່ມອີກ
ແຫລ່ງຂ່າວ: ທະນູ​ທອງ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...