Homeຂ່າວຕ່າງປະເທດນາຍທະຫານລະດັບສູງສະຫະລັດ ເຕືອນ MH370 ອາດຖືກໃຊ້ກໍ່ເຫດ 9/11 ຊ້ຳຮອຍ

ນາຍທະຫານລະດັບສູງສະຫະລັດ ເຕືອນ MH370 ອາດຖືກໃຊ້ກໍ່ເຫດ 9/11 ຊ້ຳຮອຍ

Published on

 

ນາຍພົນກອງທັບອາກາດສະຫະລັດ ເຕືອນ MH370 ທີ່ຍັງຫາຍສາບສູນ ອາດຖືກໃຊ້ກໍ່ວິນາດສະກຳຊ້ຳ ໃນວັນຄົບ

ຮອບ13 ປີ ເຫດການຖະຫຼົ່ມຕຶກເວີນເທຣດເຊັນເຕີ້ ໃນວັນທີ 11 ກັນຍານີ້.

 

ເມື່ອວັນທີ 27 ສິງຫາ 2014 ມີລາຍງານຈາກເວັບໄຊຂອງສຳນັກຂ່າວຕ່າງປະເທດວ່າ ທ່ານນາຍພົນ ໂທມັສ ແມັກ

ອິນເຕີນີ (Thomas McInerney) ຈາກກອງທັບອາກາດຂອງສະຫະລັດອາເມຣິກາ ເຊິ່ງເປັນຜູ້ຊ່ຽວຊານ ເຮັດໜ້າ

ທີ່ເປັນຜູ້ວິເຄາະການເຄື່ອນໄຫວຂອງທັບອາກາດ ໃຫ້ກັບສະຖານີໂທລະພາບ Fox ໄດ້ໃຫ້ສຳພາດເມື່ອວັນທີ 23 ສິງ

ຫາ 2014 ຜ່ານມາວ່າ ເຮືອບິນ MH370 ຂອງສາຍການບິນມາເລເຊຍ ແອຣ໌ລາຍ ທີ່ຫາຍສາບສູນໄປຕັ້ງແຕ່ວັນທີ

8 ມີນາ 2014 ຜ່ານມາ ໂດຍຍັງຊອກຫາບໍ່ພົບນັ້ນ ອາດຖືກກຸ່ມກໍ່ການຮ້າຍຈີ້ໄປ ແລະ ນຳມາໃຊ້ໃນການກໍ່ວິນາດສະ

ກຳໂຈມຕີສະຫະລັດອາເມຣິກາຊ້ຳຮອຍ ກັບເຫດເຮືອບິນຕຳຕຶກເວີນເທຣດເຊັນເຕີ້ອີກເທື່ອໜຶ່ງ ໃນວັນທີ 11 ກັນ

ຍາ ນີ້ ເຊິ່ງເປັນວັນຄົບຮອບ 13 ປີຂອງເຫດການກໍ່ການຮ້າຍດັ່ງກ່າວ.

 

ກ່ອນໜ້ານີ້ ທ່ານນາຍພົນ ໂທມັສ ເຄີຍໃຫ້ສຳພາດວ່າ MH370 ອາດຢູ່ໃນປະເທດປາກີສະຖານ ແລະ ຖືກເກັບເອົາ

ໄວ້ເພື່ອນຳມາໃຊ້ໃນການກໍ່ການຮ້າຍ, ເຂົາໄດ້ໃຫ້ລາຍລະອຽດເພີ່ມຕື່ມວ່າ MH370 ອາດບິນເຂົ້າປະເທດປາກີສະຖານ

ໂດຍຢູ່ພາຍໃຕ້ເງົາຂອງເຮືອບິນ SIA68 ຂອງສາຍການບິນສິງກະໂປ ແອຣ໌ລາຍ ເຊິ່ງສາມາດຜ່ານເຂົ້າເຂດນ່ານຟ້າ

ຂອງປະເທດອິນເດຍໄດ້ ໂດຍທີ່ນັກບິນສິງກະໂປ ແອຣ໌ລາຍເອງກໍ່ບໍ່ຮູ້ສຶກໂຕ ເນື່ອງຈາກ MH370 ບິນໂດຍໄຮ້ການ

ສົ່ງສັນຍານຣາດາຢ່າງສິ້ນເຊີງ.

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...