HomeBaby-ແມ່ແລະເດັກແມ່ຊາວຫວຽດນາມເກີດລູກຊາຍນ້ຳເຖິງ 7.1 ກິໂລກຣາມ

ແມ່ຊາວຫວຽດນາມເກີດລູກຊາຍນ້ຳເຖິງ 7.1 ກິໂລກຣາມ

Published on

ສຳນັກຂ່າວຕ່າງປະເທດລາຍງານ ຈາກເມືອງ ຫວິງຟຸກ ປະເທດ ຫວຽດນາມ ເມື່ອວັນທີ 16 ຕຸລາ 2017 ເດັກນ້ອຍເກີດໃໝ່ເພດຊາຍທີ່ເກີດເມື່ອວັນເສົາທີ 14 ຕຸລາ 2017 ທີ່ຜ່ານມາ ສ້າງຄວາມຕື່ນເຕັ້ນໃຫ້ກັບແພດໝໍ ແລະ ພໍ່ແມ່ ຫຼັງຈາກທີ່ເກີດມາມີນ້ຳໜັກເຖິງ 7.1 ກິໂລກຣາມ

ຜູ້ເປັນພໍ່ຊື່ ທ້າວ ຟານ ກວງ ບອກວ່າ ເມື່ອແພດມາບອກວ່າລູກຊາຍຂອງຕົນມີນ້ຳໜັກເຖິງ 7.1 ກິໂລກຣາມ ທຳອິດແມ່ນບໍ່ເຊື່ອວ່າມັນແມ່ນຄວາມຈິງ

ທຳອິດແພດບອກກັບຜູ້ເປັນແມ່ ນາງ ຫງຽນ ຄິມ ລຽນ ວ່າລູກຂອງນາງອາດມີນ້ຳໜັກປະມານ 5 ກິໂລກຣາມ ແຕ່ນາງກໍ່ບໍ່ເຊື່ອ ຈົນແພດໄດ້ນຳລູກຂອງນາງໄປຊັ່ງນ້ຳໜັກອີກເທື່ອໜຶ່ງເພື່ອຄວາມແນ່ໃຈກໍ່ພົບວ່ານ້ຳໜັກຂອງເດັກແມ່ນ 7.1 ກິໄລກຣາມແທ້  ພໍ່ແມ່ຂອງເດັກຊາຍຄົນນີ້ໄດ້ຕັ້ງຊື່ໃຫ້ວ່າ ທ້າວ ຕຣັນ ທຽນ ໂກວກ ເຊິ່ງປັດຈຸບັນທັງແມ່ ແລະ ລູກ ມີສຸຂະພາບແຂງແຮງດີ ແລະ ຢູ່ກັນຢ່າງມີຄວາມສຸກຫຼາຍ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...