Homeຂ່າວຕ່າງປະເທດເກີດເຫດລະເບີດຄັ້ງໃຫຍ່ທີ່ໂຊມາເລຍ ຍອດຜູ້ເສຍຊີວິດເພີ່ມຂື້ນເປັນ 231 ຄົນແລ້ວ

ເກີດເຫດລະເບີດຄັ້ງໃຫຍ່ທີ່ໂຊມາເລຍ ຍອດຜູ້ເສຍຊີວິດເພີ່ມຂື້ນເປັນ 231 ຄົນແລ້ວ

Published on

ເມື່ອວານນີ້ (15/10/2017) ທ່ານ ອັບໍີຣ໌ ອັບດີ ອາເໝັດ ວຸດທິສະມາຊິກຂອງໂຊມາເລຍ ລະບຸວ່າ ຈຳນວນຜູ້ເສຍຊີເວິດຈາກເຫດການດລະເບີດຄັ້ງໃຫຍ່ທີ່ເກີດຂຶ້ນໃຈກາງນະຄອນຫຼວງໂມກາດິຊູຂອງໂຊມາເລຍ ເມື່ອວັນເສົາທີ່ຜ່ານມາຕາມເວລາທ້ອງຖິ່ນ ເພີ່ມຂຶ້ນເປັນ 231 ຄົນ ແລະ ມີຜູ້ບາດເຈັບກວ່າ 275 ຄົນ ນັບເປັນເຫດໂຈມຕີທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດໃນຄັ້ງດຽວ

ໃນຂະນະນີ້ຍັງບໍ່ມີໃຜອອກມາອ້າງວ່າເປັນຜູ້ຢູ່ເບື້ອງຫຼັງໃນການກໍ່ເຫດດັ່ງກ່າວ ແຕ່ໃນເບື້ອງຕົ້ນຕຳຫຼວດໂຊມາເລຍສັນນິຖານວ່າອາດແມ່ນກຸ່ມຕິດອາວຸດ ອັລຊາບັບ ທີ່ກ່ຽວຂ້ອງກັບກຸ່ມກໍ່ການຮ້າຍອັລກໍອິດະ

ທາງດ້ານປະທານາທິບໍດີ ໂມຮາເໝັດ ອັລດຸລລາຮີ ຟາຣ໌ມາອາໂຈ ຂອງໂຊມາເລຍ ປະກາດໄວ້ອາໄລທົ່ວປະເທດເປັນເວລາ 3 ມື້ ຂະນະດຽວກັນກໍ່ຮຽກຮ້ອງໃຫ້ຜູ້ຄົນຊ່ວຍກັນບໍລິຈາກເລືອດ ແລະ ເງິນຊ່ວຍເຫຼືອຜູ່ໄດ້ຮັບບາດເຈັບ ແລະ ຜູ້ປະສົບເຫດຮ້າຍໃນຄັ້ງນີ້ດ້ວຍ

ສ່ວນທາງດ້ານນາຍົກລັດຖະມົນຕີ ຮັສຊັນ ອາລີ ເດຍ ຂອງໂຊມາເນຍ ໄດ້ແຕ່ງຕັ້ງຄະນະກຳມະການພີເສດທີ່ມຈາກພາກສ່ວນຕ່າງໆ ເພື່ອເຮັດໜ້າທີ່ຈັດການພິທີສົບໝູ່ແກ່ເຍື່ອຜູ່ເສຍຊີວິດ ແລະ ໃຫ້ຄວາມຊ່ວຍເຫຼືອຜູ້ໄດ້ຮັບບາດເຈັບ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...