Homeຂ່າວພາຍ​ໃນເຊີນຕິດຕາມແລະໂທເຂົ້າສາຍດ່ວນ 156 ກອງປະຊຸມສະພາທີ່ຈະໄຂຂຶ້ນມື້ອື່ນນີ້

ເຊີນຕິດຕາມແລະໂທເຂົ້າສາຍດ່ວນ 156 ກອງປະຊຸມສະພາທີ່ຈະໄຂຂຶ້ນມື້ອື່ນນີ້

Published on

ທ່ານ ນາງ ສວນສະຫວັນ ວິຍະເກດ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ຂຶ້ນໃນວັນທີ 11 ຕຸລາ 2017 ທີ່ ອາຄານຫຼັງໃໝ່ສະພາແຫ່ງຊາດ ວ່າ: ເພື່ອປະຕິບັດຕາມມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 0146/ຄປຈ, ລົງວັນທີ 4 ຕຸລາ 2017 ວ່າດ້ວຍການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ເຊິ່ງຈະໄດ້ຮັບຟັງ ແລະ ພິຈາລະນາຮັບຮອງເອົາຫຼາຍບັນຫາສຳຄັນດັ່ງນີ້:

ຈະໄດ້ຮັບຟັງບົດລາຍງານສັງເຂບຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈຳປີ 2017 ແລະ ແຜນພັດທະນາປະຈຳປີ 2018, ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2017 ແລະ ທິດທາງແຜນການ ປະຈຳປີ 2018, ຮັບຟັງລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານທ່ອງທ່ຽວໃນຊຸມປີຜ່ານມາ ແລະ ທິດທາງແຜນການໃນປີ 2018.

ພິຈາລະນາ ຮັບຮອງເອົາ ຮ່າງກົດໝາຍໃໝ່ ແລະ ຮ່າງກົດໝາຍປັບປຸງ ລວມທັງໝົດ 16 ສະບັບ ໃນນີ້: ຮ່າງກົດໝາຍສ້າງໃໝ່ ມີຈໍານວນ 9 ສະບັບ ແລະ ຮ່າງກົດໝາຍປັບປຸງ ຈຳນວນ 7 ສະບັບຄື:

ໃນໄລຍະການດຳເນີນກອງປະຊຸມສະພາແຫ່ງຊາດ ຈະມີໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ ໝາຍເລກ 156.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...