Homeຂ່າວພາຍ​ໃນສະເຕຕັສຕ້ອງຫ້າມບໍ່ຄວນໂພສລົງເຟສບຸກໃນເວລາອົກຫັກ

ສະເຕຕັສຕ້ອງຫ້າມບໍ່ຄວນໂພສລົງເຟສບຸກໃນເວລາອົກຫັກ

Published on

ເຖິງແມ່ນວ່າຕອນນີ້ຫົວຂອງທ່ານຈະເຈັບປວດ ເພາະຖືກຄົນຮັກເລີກໄປກໍ່ຕາມແຕ່ຄວາມເຈັບປວດນັ້ນມັນຕ້ອງເຈັບຢ່າງມີສະຕິ ແລະ ດີແທ້ແມ່ນບໍ່ໃຫ້ໃຜຮັບຮູ້ຄວາມເຈັບປວດຂອງເຮົາເລີຍກໍ່ແຮງເປັນການດີ (่່ຢ່າອ່ອນແອໃຫ້ໃຜເຫັນ) ໃນຄໍລຳ ຊີວິດ ກັບ ຄວາມຮັກ ມື້ນີ້ແອັດມິນ ມີ 7 ຂໍ້ຄວາມທີ່ບໍ່ຄວນເພີ່ມເປັນສະເຕຕັສ ໃນເວລາເຮົາກຳລັງອົກຫັກ ເຊິ່ງຈະມີຂໍ້ຄວາມໃດແນ່ນັ້ນ ເຮົາມາຮູ້ຈັກໄປພ້ອມກັນເລີຍ

  1. ພ້ຳເພີ້ກຳລັງເຈັບປວດໃນເລື່ອງຄວາມຮັກ
  2. ປະກາດໃຫ້ໂລກຮູ້ວ່າເຮົາຄິດຮອດເຂົາໃຈສິຂາດ
  3. ຂ້ອຍຮັກເຈົ້າ ແລະ ຢູ່ໃນໂລກນີ້ບໍ່ໄດ້ຖ້າບໍ່ມີເຈົ້າ
  4. ຂໍໃຫ້ເຮົາກັບມາເປັນຄືເກົ່າໄດ້ບໍ່
  5. ນຳເລື່ອງລາວເກົ່າໆມາບັນຍາຍໃນເຟສບຸກ
  6. ໂພສປະຊົດປະຊັນແຟນເກົ່າ ຄືການໄປທ່ຽວກັບຄົນໃໝ່ແລ້ວມາລະບາຍຄວາມຮູ້ສຶກປຽບທຽບກັບຄົນເກົ່າ
  7. ຂຽນແຕ່ຄົນຮັກ ຫຼື ປະຈານຄົນຮັກເກົ່າ

ສິ່ງທີ່ກ່າວມາຂ້າງເທິງນີ້ເຊື່ອວ່າມີຫຼາຍຄົນເຄີຍເຮັດ ແຕ່ມັນບໍ່ໄດ້ຜົນດີຫຍັງກັບມາເລີຍ ແມ່ນຢູ່ວ່າທ່ານຈະໄດ້ລະບາຍ ໄດ້ຄວາມສະໃຈໃນບາງເລືອງທີ່ທ່ານປະຈານລົງ ແຕ່ຜົນຕອບກັບທ່ານອາດກາຍເປັນຄົນທີ່ບໍ່ດີ ທີ່ໜ້າສົງສານ ຫຼື ອາດໜ້າລຳຄານ ສຳລັບຄົນອື່ນໆ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...