Homeຂ່າວທ້ອງຖິ່ນຢຶດສິນຄ້າໜີພາສີຫຼາຍລາຍການຈາກລົດເມໂດຍສານ

ຢຶດສິນຄ້າໜີພາສີຫຼາຍລາຍການຈາກລົດເມໂດຍສານ

Published on

ພະແນກກວດກາການຄ້າ ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງກວດກາ ແລະ ຢຶດສິນຄ້າອຸປະໂພກ-ບໍລິໂພກ ໜີພາສີຫຼາຍລາຍການ ລວມມູນຄ່າທັງໝົດ 16 ລ້ານກວ່າກີບ ຈາກພໍ່ຄ້າຊາວຫວຽດນາມ.
ທ່ານ ແກ້ວພະໄທ ສູນນະລາດ ຮອງຫົວໜ້າພະແນກກວດກາການຄ້າ ກ່າວຕໍ່ນັກຂ່າວ ປກສ ໃນວັນທີ 11 ຕຸລາ ຜ່ານມາ ວ່າ: ພາຍຫຼັງໄດ້ຮັບຂໍ້ມູນຈາກແຫຼ່ງຂ່າວທີ່ໜ້າເຊື່ອຖືວ່າ ມີພໍ່ຄ້າຊາວຕ່າງຊາດລັກລອບນໍາສິນຄ້າເຂົ້າປະເທດແບບບໍ່ຖືກຕ້ອງຕາມລະບຽບຫຼັກການ; ຕໍ່ມາພະແນກກວດກາການຄ້າ ຈຶ່ງແຕ່ງຕັ້ງພະນັກງານລົງກວດກາສະຖານທີ່ ໃນວັນທີ 9 ຕຸລາ 2017 ຢູ່ເຂດບ້ານ ແສງສະຫວ່າງ ເມືອງ ໄຊເຊດຖາ ນະຄອນຫຼວງວຽງຈັນ ພົບເຫັນສິນຄ້າຫຼາຍລາຍການທີ່ນໍາເຂົ້າບໍ່ຖືກຕ້ອງ ເຊື່ອງໄວ້ຢູ່ໃນລົດເມໂດຍສານຕຽງນອນສອງຊັ້ນ ຂອງທ້າວ ຮຸ່ຍ ອາຍຸ 35 ປີ ສັນຊາດ ຫວຽດນາມ ພັກເຊົາຢູ່ບ້ານ ແສງສະຫວ່າງ ເມືອງ ໄຊເຊດຖາ; ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງຢຶດໄວ້ເປັນຫຼັກຖານ ເພື່ອສອບສວນຂະຫຍາຍຜົນຫາທີ່ໄປທີ່ມາຂອງສິນຄ້າ ແລະ ທໍາລາຍຖິ້ມ.

ສິນຄ້າທີ່ນໍາເຂົ້າແບບບໍ່ຖືກຕ້ອງປະກອບມີ: ຕຽງນອນຄົນເຈັບ 26 ຊຸດ, ກະເປົາຜູ້ຍິງ 726 ໜ່ວຍ (ໃຫຍ່ 225 ໜ່ວຍ, ກາງ 411 ໜ່ວຍ ແລະ ນ້ອຍ 90 ໜ່ວຍ), ເກີບໜັງ 1.320 ຄູ່, ເຈ້ຍອະນາໄມປຽກ 12 ແກັດເທົ່າກັບ 480 ຖົງ, ຊຸດກິລາ 1.930 ຊຸດ, ແພມເຟີດ 180 ຖົງໃຫຍ່, ດ້າຍຍິບເຄື່ອງ 1.260 ກໍ້, ໜັງໝູກອບ 4 ເປົາ ເທົ່າກັບ 300 ກິໂລກຼາມ, ຢາວິຕາມິນຊີ 5 ແກັດ ເທົ່າກັບ 1.200 ກ່ອງ, ຫຼອດວິໃຈ 2 ແກັດ ເທົ່າກັບ 8.000 ຫຼອດ ແລະ ເຄື່ອງອື່ນໆອີກຈໍານວນໜຶ່ງ ຄິດເປັນມູນຄ່າໃນເບື້ອງຕົນປະມານ 16.620.000 ກີບ; ສະເພາະສິນຄ້າທີ່ເປັນຢາກິນ ແລະ ໝັງໝູກອບ ທາງພະແນກໄດ້ປະສານສົມທົບກັບກະຊວງສາທາລະນະສຸກ ລົງມາເກັບກໍາຕົວຢ່າງ ແລະ ກວດກາຫາສານເຄມີປົນເປື້ອນ, ຄຸນນະພາບຂອງສິນຄ້າ ເພື່ອຢັ້ງຢືນ ແລະ ສາມາດເອົາຜິດນໍາຜູ້ລັກລອບນໍາເຂົ້າສິນຄ້າ.

ແຫລ່ງຂ່າວ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...