Homeຂ່າວຕ່າງປະເທດກອງທັບມຽນມາຕັ້ງຄະນະກຳມະການກວດສອບວິໄນທະຫານເລືອງລັດຍະໄຂ່

ກອງທັບມຽນມາຕັ້ງຄະນະກຳມະການກວດສອບວິໄນທະຫານເລືອງລັດຍະໄຂ່

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ຢາງກຸງ ປະເທດມຽນມາ ເມື່ອວັນທີ 14 ຕຸລາ 2017ວ່າ ສຳນັກງານຜູ້ບັນຊາການທະຫານສູງສຸດຂອງມຽນມາອອກຖະແຫຼງການເມື່ອວນສຸກທີ່ຜ່ານມາວ່າ ພົນເອກ. ມິນ ອ່ອງ ຫຼ່າຍ ໄດ້ມອບໝາຍໃຫ້ພົນຕີ. ເອວິນ ທີ່ຮັບພິຊອບໜ້າທີ່ປະທານຄະນະກຳມະການສອບສວນທາງວິໄນ “ເປັນການກວດພາຍໃນ” ຕໍ່ເຈົ້າໜ້າທີ່ທຸກຄົນທີ່ຮ່ວມກັນປະຕິບັດການດ້ານຄວາມໝັ້ນຄົງໃນລັດຍະໄຂ່ ທີ່ດຳເນີນການຕັ້ງແຕ່ເມື່ອວັນທີ 25 ສິງຫາທີ່ຜ່ານມາ ຫຼັງກຸ່ມຕິດອາວຸດບຸກໂຈມຕີຖານປະຈຳການຂອງທະຫານ ແລະ ຕຳຫຼວດກວ່າ 30 ຈຸດ ໂດຍການສູ້ຮົບຈົນເຖິງປັດຈຸບັນເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 500 ຄົນ ແລ່ວຊາວໂຣຮິນຢາອີກ 500,000 ຄົນຕ້ອງອົບພະຍົບໄປລີ້ໄພທີ່ບັງກາລາເທດ

ແຕ່ທັງນີ້ກອງທັບທະຫານມຽນ ແລະ ລັດຖະບານມຽນມາຍັງຄົງປະຕິເສດທີ່ຈະໃຫ້ຄະນະທຳງານພິເສດຂອງອົງການສະຫະປະຊາຊາດເຂົ້າຮ່ວມໃນການລົງພື້ນທີ່ຮວບຮວມຫຼັກຖານການລະເມີດສິດທິມະນຸດຊົນ ແລະ ການເກີດຄວາມຮຸນແຮງ ນັບຕັ້ງແຕ່ມີເຫດການໂຈມຕີ

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...