Homeຊີວິດແລະຄວາມຮັກມາເຝິກວິທີຄິດ ແບບຄົນເບິ່ງໂລກໃນແງ່ດີນຳກັນເທາະ!

ມາເຝິກວິທີຄິດ ແບບຄົນເບິ່ງໂລກໃນແງ່ດີນຳກັນເທາະ!

Published on

ເຮົາສາມາດຶງເອົາພະລັງຂອງການຄິດບວກມາໃຊ້ ຊ່ວຍສ້າງສິ່ງທີ່ປາຖະໜາໄດ້ ດ້ວຍການຄິດແລະເວົ້າສິ່ງທີ່ເຮັດໃຫ້ຕົນເອງຮູ້ສຶກດີເປັນປະຈຳຊູ່ມື້ ແລະນີ້ກໍຄືປະໂຫຍກດີໆ 7 ປະໂຫຍກທີ່ເຮົາຄວນຫັດແອບເອົາມານຳໃຊ້ ເມື່ອຕ້ອງປະເຊີນບັນຫາຫຼືອຸປະສັກທາງຄວາມຄິດຂອງຕົນເອງ.

1. ຈົ່ງເຊື່ອວ່າເຮົາຍັງມີໂອກາດຢູ່ສະໝີ
ຄວາມຄຽດແລະຄວາມຢ້ານມັກຈະຈຳກັດຈິນຕະນາການຂອງເຮົາໄວ້ ເຮັດໃຫ້ບໍ່ອາດຈະເຫັນພາບອະນາຄົດທີ່ສວຍງາມ ແລະກ້າວໜ້າກວ່າເກົ່າ ແຕ່ຖ້າເຮົາເຊື່ອໃນການເບິ່ງເຫັນຂອງໂຕເອງ ດວງຕາຂອງເຮົາຈະເປີດກວ້າງ ສູ່ວິທີແກ້ບັນຫາແລະຄວາມຄິດໃໝ່ໆ.
2. ຈົ່ງເຊື່ອວ່າທ່ານມີຄວາມຄິດສ້າງສັນ ແລະສະຫຼຽວສະຫຼາດ
ປະໂຫຍກນີ້ຈະຊ່ວຍໃຫ້ເຮົາໂຟກັດທີ່ຄວາມສາມາດຂອງຕົນເອງ ຈົ່ງລະນຶກສະເໝີວ່າຕົນເອງມີຄວາມສາມາດ ມີພອນສະຫວັນ ແລະມີສະຕິປັນຍາຂະໜາດໃດ ເວົ້າໃຫ້ກຳລັງໃຈຕົນເອງ ເຊັ່ນ “ເຮົາເຮັດໄດ້” ຫຼື “ເຮົາພັດທະນາການມາໄກຫຼາຍ” ແທນທີ່ຈະໄປນຶກເຖິງແຕ່ວ່າເຮົາຢູ່ຫ່າງໄກຈາກເປົ້າໝາຍເທົ່າໃດ.
3. ຈົ່ງຄາດຫວັງວ່າຈະມີສິ່ງດີໆ ເກີດຂຶ້ນ
ເວລາເຮົາພົບເຫດການທີ່ບໍ່ສູ້ດີ ເຮົາກໍມັກຄິດເຖິງເລື່ອງທີ່ບໍ່ດີທີ່ສຸດທີ່ອາດຈະເກີດຂຶ້ນກ່ອນສະເໝີ ແຕ່ການເຝິກຈິດໃຈ ໂດຍການໂຟກັດທີ່ຄວາມຄາດຫວັງຈະມີສິ່ງດີໆ ເກີດຂຶ້ນ ຈະເຮັດໃຫ້ເຮົາສາມາດປ່ຽນມຸມມອງຕໍ່ໂລກໄດ້.
ປະໂຫຍກນີ້ຈະຊ່ວຍໃຫ້ທ່ານເປີດໂອກາດໃຫ້ກັບຜົນລັບທີ່ດີແລະຄາດບໍ່ເຖິງ ແລະເຮົາຈະເລິ່ມເບິ່ງເຫັນສິ່ງທີ່ເກີດຂຶ້ນໃນທາງບວກຫຼາຍກວ່າຄວາມຜິດຫວັງ.
4. ຖ້າຮູ້ສຶກທໍ້ຖອຍຂາດກຳລັງໃຈ ໃຫ້ບອກໂຕເອງວ່າ “ມັນບໍ່ເຫັນຫຍັງ…ເລິ່ມໃໝ່ກໍໄດ້”
ຄວາມຮູ້ສຶກທໍ້ຖອຍໃຈ ສາມາດພາໄປສູ່ການປ່ຽນແປງໃນທາງທີ່ດີຂຶ້ນໄດ້ ດັ່ງນັ້ນ, ເຮົາຄວນຍອມຮັບມັນດີກວ່າ ແທນທີ່ຈະຫຼີກລ່ຽງຫຼືໂທດໂຕເອງ ປ່ຽນຄວາມຜິດຫວັງແລະໃຈຮ້າຍໃຫ້ກາຍເປັນຄວາມຮູ້ສຶກທີ່ດີ ເພາະມັນຈະກະຕຸ້ນໃຫ້ທ່ານຮູ້ສຶກວ່າ “ພໍເສຍທີ” ແລະລຸກຂຶ້ນມາປ່ຽນແປງສະຖານະການໃນທີ່ສຸດ.
5. ຈົ່ງເຊື່ອວ່າເຮົາມີວິໄສທັດກວ້າງໄກ
ການຈະສ້າງສິ່ງທີ່ຍິ່ງໃຫຍ່ຕ້ອງໃຊ້ເວລາ ຕ້ອງຜ່ານສະຖານະການທີ່ໜັກໜ່ວງ ຈົນທັດສະນະວິໄສຂອງເຮົາອາດຈະແຄບລົງໄດ້ ໃນໄລຍະເວລາເຫຼົ່ານີ້ ສິ່ງສຳຄັນຄືການຮັກສາວິໄສທັດຂອງໂຕເອງໃຫ້ກວ້າງໄກເອົາໄວ້ ແຕ່ກໍຕ້ອງຍອມຮັບໃນຈຸດທີ່ເຮົາຢືນຢູ່ ໃນປັດຈັບນນຳພ້ອມ.
6. ຈົ່ງເຊື່ອວ່າເຮົາມີຄຸນຄ່າ
ທັດສະນະແລະມຸມມອງຂອງທ່ານຈະປ່ຽນໄປເມື່ອເຮົາເບິ່ງເຫັນຄຸນຄ່າຂອງສິ່ງຕ່າງໆ ບໍ່ວ່າໃນສະຖານະການໃດ ເຮົາຈະຢຸດໃສ່ໃຈກັບສິ່ງທີ່ຂາດຫາຍ ແລະນຶກເຖິງສິ່ງທີ່ມີຢູ່ໄດ້.
7. ຈົ່ງໃຫ້ຄວາມສຳຄັນກັບຂະບວນການເຮັດວຽກ
ແນ່ນອນວ່າ ຄົນທີ່ໂຟກັດແຕ່ກັບຜົນລັບ ຈະຕ້ອງຢູ່ກັບຄວາມວິຕົກກັງວົນ ຕາບໃດທີ່ຍັງບໍ່ເຫັນຜົນລັບ, ມາລອງໃຊ້ເຄັດລັບຈາກ ເຈບ ເບໂຊດ ປະທານບໍລິຫານແຫ່ງບໍລິສັດ Amazon ດີກວ່າ ເຂົາມຸ່ງເນັ້ນໄປທີ່ການທົດລອງຂະບວນວິທີການເຮັດວຽກໃໝ່ໆ ແທນທີ່ຈະສົນໃຈແຕ່ຜົນລັບ ແລະຖ້າຫາກວິທີໃດລົ້ມແຫຼວ ກໍພຽງແຕ່ປ່ຽນມາລອງວິທີໃໝ່ເທົ່ານັ້ນເອງ. ຈົ່ງສະໜຸກສະໜານໄປກັບການຄົ້ນຫາຂະບວນການເຮັດວຽກທີ່ດີທີ່ສຸດເອົາໄວ້ ແລະຢ່າເອົາແຕ່ແຂວນຄວາມສຸກໄວ້ເທິງຄວາມຄາດຫວັງແລະຜົນລັບເທົ່ານັ້ນລະ.
ຈື່ໄວ້ວ່າເຮົາບໍ່ສາມາດຄວບຄຸມສະຖານະການຂອງເຮົາໄດ້ຕະຫຼອດເວລາ ຫາກແຕ່ສາມາດຄວບຄຸມຄວາມຄິດຂອງໂຕເອງໄດ້ ການຮັກສາທັດສະນະຄະຕິທາງບວກເປັນສິ່ງທີ່ສຳຄັນ. ດັ່ງນັ້ນ, ຈົ່ງເຊື່ອໝັ້ນໃນສິ່ງທີ່ເໝາະສົມກັບທ່ານຫຼາຍທີ່ສຸດ ດັ່ງທີ່ ດຣ ເວເນ ດາຍເອີ (DR. WAYNE DYER) ຜູ້ຊ່ຽວຊານດ້ານການພັດທະນາສ່ວນບຸກຄົນ ທີ່ມີຊື່ສຽງກ່າວໄວ້ວ່າ “ທຸກສິ່ງປ່ຽນໄປຕາມວິທີທີ່ເຮົາເລືອກເບິ່ງມັນສະເໝີ”.
ບົດຄວາມຈາກ: Inc

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...