spot_img
Homeຍ້ອງຍໍຄົນດີເດັ່ນນ້ອງນຸດ ຜູ້ໃຊ້ເຟສບຸກຫາເງິນໃສ່ຄ່າຮຽນ

ນ້ອງນຸດ ຜູ້ໃຊ້ເຟສບຸກຫາເງິນໃສ່ຄ່າຮຽນ

Published on

ຖ້າເວົ້າເຖິງເຟສບຸກແລ້ວ ຄືຊິບໍ່ມີໃຜແລ້ວເນາະທີ່ບໍ່ຮູ້ຈັກ ແລະຜູ້ຂຽນເຂົ້າໃຈວ່າທຸກຄົນທີ່ກຳລັງອ່ານບົດນີ້ຢູ່ ລ້ວນແຕ່ເປັນຜູ້ມີບັນຊີເຟສບຸກເປັນຂອງໂຕເອງ ຫຼືສາມາດເວົ້າໄດ້ວ່າ ເກືອບ 100% ຂອງຜູ້ໃຊ້ອິນເຕີເນັດຂອງລາວ ທີ່ມີຢູ່ປະມານ 2 ລ້ານກວ່າຄົນ ແມ່ນມີເຟສບຸກ.

ທ່ານຜູ້ອ່ານຄົງຈະຄິດຄືກັນກັບຜູ້ຂຽນວ່າ ຈຳນວນຜູ້ໃຊ້ເຟສບຸກລາວທຸກມື້ນີ້ສ່ວນຫຼາຍ ແມ່ນໃຊ້ແບບບໍ່ມີຈຸດປະສົງ ຄືເປັນພຽງເຄື່ອງມືຂ້າເວລາ (ບາງເທື່ອກໍໃຊ້ໃຫ້ເສຍເງິນ+ເສຍເວລາ) ໄປຊື່ໆ ໃນຂະນະທີ່ມີຜູ້ຄົນຈຳນວນໜ້ອຍໜຶ່ງທີ່ໃຊ້ເຟສບຸກ ພັດຖືເອົາເຟສບຸກເປັນຊ່ອງທາງທຳມາຫາກິນຢ່າງເປັນວຽກເປັນງານ ແລະບາງຄົນກໍກາຍເປັນຄົນດັງ ເປັນແບບຢ່າງທີ່ດີງາມໃຫ້ແກ່ສັງຄົມກໍມີຫຼາຍ ຄືດັ່ງ ນາງ ນຸດ ແກ້ວພະວົງ ນັກສຶກສາວິທະຍາໄລການເງິນ ດົງຄຳຊ້າງ ກໍແມ່ນຜູ້ໜຶ່ງທີ່ໃຊ້ເຟສບຸກເປັນຊ່ອງທາງຫາລາຍໄດ້ ເພື່ອໃຊ້ຈ່າຍໃນການຊື້ອາຫານ ຄ່າເຊົ່າຫ້ອງ ແລະຄ່າໃຊ້ຈ່າຍໃນການຮຽນ.

ນ້ອງນຸດເລົ່າວ່າ ຕົນເອງຮຽນຈົບ ມັດທະຍົມຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ ພາຍຫຼັງຮຽນຈົບກໍໄດ້ຂຶ້ນມາສຶກສາຕໍ່ຊັ້ນສູງ ຢູ່ທີ່ວິທະຍາໄລການເງິນດົງຄຳຊ້າງ ນະຄອນຫຼວງວຽງຈັນ ໃນປີ 2014 ເນື່ອງຈາກສະພາບເສດຖະກິດຂອງຄອບຄົວພໍ່ແມ່ບໍ່ຄ່ອຍດີ ພໍເຂົ້າຮຽນໄດ້ໄລຍະໜຶ່ງຕົນເອງກໍໄດ້ສະໝັກເປັນພະນັກງານໂຄສະນາສິນຄ້າ ໃຫ້ບໍລິສັດເຄື່ອງດື່ມໃຫຍ່ແຫ່ງໜຶ່ງ (PG: Promotion Girl) ເຊິ່ງມີລົດຕູ້ຈາກບໍລິສັດມາຮັບຈາກຫໍພັກໄປບ່ອນເຮັດວຽກ ພໍແລ້ວວຽກເພິ່ນກໍມາຮັບຈາກບ່ອນເຮັດວຽກ ມາສົ່ງຫໍພັກ ເຊິ່ງກໍສະດວກສະບາຍແລະປອດໄພດີ ແຕ່ການເຮັດວຽກນັ້ນເປັນວຽກກາງຄືນ ເຮັດໄດ້ບໍ່ດົນຕົນເອງຈຶ່ງຫາຊ່ອງທາງຫາເງິນອື່ນແທນ ກໍຄືຮັບເອົາສີ້ນຝ້າຍ ສີ້ນໄໝ ຈາກທາງບ້ານມາຈ່າວຂາຍໃຫ້ໝູ່ຄູ່ທີ່ຮຽນຫຼືຢູ່ຫໍພັກດຽວກັນ, ລວມທັງໄດ້ປະກາດຂາຍທາງເຟສບຸກໄປນຳ ເຊິ່ງກໍມີຜູ້ສົນໃຈສັ່ງຊື້ ເຮັດໃຫ້ມີລາຍຮັບສາມາດຈ່າຍຄ່າຫ້ອງ, ຄ່າຮຽນ ແລະຄ່າອາຫານ ສາມາດແບ່ງເບົາພາລະທາງຄອບຄົວໄປໄດ້.

ທ້າຍປີ 2016 ພາຍຫຼັງທີ່ຕົນເອງຮຽນຈົບຊັ້ນສູງ ກໍໄດ້ໄປສະໝັກເຮັດວຽກເປັນພະນັກງານບັນຊີ ໃຫ້ບໍລິສັດມະຫາຊົນແຫ່ງໜຶ່ງ ຈົນຮອດກາງປີ 2017 ຈຶ່ງໄດ້ລາອອກມາສຶກສາຕໍ່ປະລິນຍາຕີ ຢູ່ວິທະຍາໄລການເງິນດົງຄຳຊ້າງອີກເທື່ອໜຶ່ງ.

ເນື່ອງຈາກເຄີຍຂາຍເຄື່ອງທາງເຟສບຸກມາແລ້ວ, ມາປີນີ້ຕົນເອງຈຶ່ງໄດ້ສ້າງເຟສບຸກແຟນເພຈສຳລັບຂາຍສີ້ນຂຶ້ນມາໂດຍສະເພາະ ຄື ເພຈ ສີ້ນໄໝຫຼາບສົດ ອາພອນລາວ ແລະໄດ້ນຳເອົາສີ້ນໄໝຈາກຮ້ານຂອງເອື້ອຍຢູ່ຕ່າງແຂວງມາປະກາດຂາຍ ເຊິ່ງກໍໄດ້ຮັບຄວາມນິຍົມຊົມຊອບຈາກສັງຄົມເປັນຢ່າງດີ ແລະມີລາຍໄດ້ທີ່ສາມາດລ້ຽງໂຕເອງໃນການດຳລົງຊີວິດໄດ້ ໂດຍບໍ່ໄດ້ເດືອດຮ້ອນຮອດຄອບຄົວ.

ລາວໂພສ: ການຂາຍເຄື່ອງທາງເຟສບຸກ ມີປະສັກຫຍັງບໍ?.
ນ້ອງນຸດ: “ນ້ອງຄິດວ່າທຸກຢ່າງມີອຸປະສັກໝົດ ປະສົບການຂອງເຮົາຈະເປັນສິ່ງພາເຮົາຂ້າມຜ່ານ. ອຸປະສັກທີ່ເກີດຂຶ້ນໃນການຂາຍເຄື່ອງອອນລາຍ ໂດຍສະເພາະຂາຍສີ້ນແມ່ນຈະມີແຕ່ບາງເທື່ອລູກຄ້າສັ່ງແລ້ວບໍ່ເອົາ, ສົ່ງເຄື່ອງແລ້ວບໍ່ໂອນເງິນໃຫ້ ແລະເຮົາຕ້ອງຮູ້ເສັ້ນທາງດີ ເວລາລູກຄ້າສັ່ງເຄື່ອງກໍຈະສາມາດໄປສົ່ງໄດ້ຖືກແລະໄວ. ແລະອີກເລື່ອງໜຶ່ງ ເປັນເລື່ອງຂອງສັງຄົມ ບາງເທື່ອເຮົາເປັນຍິງສາວ ຖ້າທຽວອອກໄປນອກເລື້ອຍໆ(ໄປສົ່ງເຄື່ອງ) ກໍອາດຈະຖືກຄົນອື່ນທີ່ເຂົາບໍ່ຮູ້ວ່າເຮົາໄປເຮັດຫຍັງ ຢູ່ໃສ? ເຂົ້າໃຈຜິດກໍໄດ້ ແຕ່ຖ້າເຮົາຮູ້ວ່າເຮົາກຳລັງເຮັດຫຍັງແລ້ວກໍຈະບໍ່ມີບັນຫາ.

ລາວໂພສ: ຮຽນໄປນຳ ຂາຍເຄື່ອງໄປພ້ອມ ຈະບໍ່ສົ່ງຜົນກະທົບຕໍ່ການຮຽນບໍ?
ນ້ອງນຸດ: ເຮົາຕ້ອງແບ່ງເວລາໃຫ້ເປັນ ຕ້ອງບອກລູກຄ້າວ່າເຮົາສາມາດໄປສົ່ງເຄື່ອງໃນເວລາໃດ? ຖ້າເວລາໃດເຮົາຮຽນກໍຕ້ອງໄປຮຽນກ່ອນ. ເຊິ່ງສ່ວນຫຼາຍລູກຄ້າກໍຈະສອບຖາມມາທາງຂໍ້ຄວາມ ເມື່ອເລີກຮຽນຫຼືວ່າງຈາກການຮຽນ ເຮົາຈຶ່ງຕອບກໍໄດ້. ໃນກໍລະນີນ້ອງເອງ ແມ່ນຮຽນພາກຄໍ່າ ແຕ່ 17:00-20:30 ນ້ອງກໍຂາຍເຄື່ອງໄດ້ເກືອບໝົດມື້.

ລາວໂພສ: ລາຍໄດ້ເດເປັນແນວໃດ ເດືອນໜຶ່ງໄດ້ຫຼາຍປານໃດ?
ນ້ອງນຸດ: ລາຍໄດ້ບໍ່ສະໝໍ່າສະເໝີ ບາງເດືອນກໍໄດ້ຫຼາຍ ບາງເດືອນກໍໄດ້ໜ້ອຍ ແຕ່ກໍຢາກບອກວ່າມັນເປັນເລື່ອງປົກກະຕິ ເຖິງບໍ່ໄດ້ຂາຍກໍບໍ່ໄດ້ໝາຍຄວາມວ່າເຮົາເຈັ້ງ ເພາະເຮົາລົງທຶນໜ້ອຍ ຫຼືເກືອບວ່າບໍ່ໄດ້ລົງທຶນເລີຍ ເໝາະສົມສຳລັບຜູ້ບໍ່ມີເງິນຫຼາຍຄືນັກຮຽນ-ນັກສຶກສາ.

ລາວໂພສ: ນ້ອງມີຄຳແນະນຳແນວໃດ ສຳລັບໃຜທີ່ຢາກຂາຍເຄື່ອງອອນລາຍ?
ນ້ອງນຸດ: ທຸກຄົນສາມາດເຮັດໄດ້ ແຕ່ກໍບໍ່ແມ່ນທຸກຄົນຈະສຳເລັດ. ສິນຄ້າມີຫຼາຍຢ່າງ ບາງຄົນເໝາະກັບການຂາຍເຄື່ອງສຳອາງ, ບາງຄົນເໝາະກັບການຂາຍອາຫານເສີມ, ບາງຄົນເໝາະກັບການຂາຍເຄື່ອງປະດັບ ຫຼື ບາງຄົນເໝາະກັບເສື້ອຜ້າ ແລະອື່ນໆ ເຮົາຕ້ອງລອງເຮັດໄປເລື້ອຍໆ ອັນໃດຂາຍບໍ່ໄດ້ກໍເຊົາ ແລ້ວເອົາແນວໃໝ່ມາຂາຍ ທີ່ສຳຄັນແມ່ນຕ້ອງເປັນຄົນຊື່ສັດຕໍ່ລູກຄ້າ, ສິນຄ້າຕ້ອງມີຄຸນນະພາບ ແລະລາຄາທີ່ເຮົາຢູ່ໄດ້ແລະລູກຄ້າກໍຊື້ໄດ້. ແລະທີ່ສຳຄັນອີກອັນໜຶ່ງຕ້ອງລົງມືເຮັດໄປເລື້ອຍໆ ຖອດຖອນບົດຮຽນໄປນຳ ເພາະມັນຈະມີເຄັດລັບແລະວິທີການທີ່ບໍ່ສາມາດບອກກັນໄດ້ນຳ.

“ໝູ່ເພື່ອນທ່ານໃດຕ້ອງການສີ້ນໄໝຫຼາບທີ່ງາມ ແຕ່ລາຄາເປັນກັນເອງ ຢ່າລືມເຂົ້າເບິ່ງເພຈ ສີ້ນໄໝຫຼາບສົດ ອາພອນລາວ ໄດ້ເດີ ຫຼື ຄລິກລີ້ງນີ້: https://www.facebook.com/Aphonlaosilk/?ref=br_rs

ນັ້ນຄືບົດຮຽນອັນລໍ້າຄ່າຈາກນ້ອງນຸດ ຜູ້ຖືເອົາເຟສບຸກເປັນຊ່ອງທາງທຳມາຫາກິນ ເຊິ່ງສາມາດມີລາຍຮັບມາໃຊ້ຈ່າຍເຂົ້າໃນການສຶກສາໄດ້ ໂດຍໄດ້ແບ່ງເບົາພາລະຂອງຄອບຄົວທາງບ້ານໄປໄດ້ເປັນຢ່າງດີ. ຈຶ່ງຢາກນຳສະເໜີເພື່ອເປັນແບບຢ່າງແລະກຳລັງໃຈໃຫ້ຜູ້ທີ່ກຳລັງຕົກງານ ຫຼືກຳລັງສຶກສາຮໍ່າຮຽນຢູ່ ກໍລອງເອົາວິທີການຂອງນ້ອງໄປໃຊ້ເບິ່ງ ຖ້າໄປໄດ້ດີຈັ່ງໃດ ກໍຢ່າລືມບອກລາວໂພສແດ່ເດີ ຈະໄດ້ນຳໄປຂໍສຳພາດມາເຜີຍແພ່ສູ່ສັງຄົມຕໍ່ໄປ.

ໂດຍ: ລິດຈະນາ ງາມວິໄລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...