spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້3 ເດືອນຜ່ານມາ ທົ່ວປະເທດມ້າງຄະດີຄ້າຂາຍຢາເສບຕິດ ໄດ້ 800 ກວ່າເລື່ອງ

3 ເດືອນຜ່ານມາ ທົ່ວປະເທດມ້າງຄະດີຄ້າຂາຍຢາເສບຕິດ ໄດ້ 800 ກວ່າເລື່ອງ

Published on

ບັນຫາຢາເສບຕິດໄດ້ກາຍເປັນສິ່ງທ້າທາຍຕໍ່ອະນາຄົດ ເຖິງແມ່ນວ່າທາງລັດຖະບານຈະໄດ້ດຳເນີນມາດຕະການປ້ອງ ກັນ ແລະ ປາບປາມຢ່າງເຂັ້ມງວດ ແຕ່ຍັງບໍ່ສາມາດທີ່ຈະສະກັດກັ້ນບັນຫາໄດ້ຢ່າງມີປະສິດທິຜົນ, ພວກເຂົາມີຄວາມ ພະຍາຍາມທຸກວິທີທາງເພື່ອເຄື່ອນໄຫວລັກລອບນໍາເຂົ້າ ແລະ ສົ່ງອອກຢາເສບຕິດປະເພດຕ່າງໆ ພົ້ນເດັ່ນກວ່າໝູ່ ແມ່ນຢາບ້າ, ເຮໂຣອິນ ແລະ ກັນຊາ ແຕ່ສ່ວນຫຼາຍກໍ່ຖືກເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຈັບກຸມໄດ້ ສະແດງອອກໃນໄລຍະ 3 ເດືອນຜ່ານມາໃນທົ່ວປະເທດສາມາດມ້າງຄະດີຄ້າຂາຍຢາເສບຕິດໄດ້ທັງໝົດ 800 ກວ່າເລື່ອງ ເດັ່ນກວ່າໝູ່ແມ່ນຢາບ້າ ຢຶດຂອງກາງໄດ້ 8.425.906 ເມັດ.

ທ່ານ ພັອ ຄຳແພງ ໄຊຍະລາດ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ຮູ້ວ່າ: ນັບແຕ່ເດືອນກໍລະກົດ -ກັນຍາ 2017 ໃນທົ່ວປະເທດສາມາດມ້າງຄະດີຢາເສບຕິດ ໄດ້ທັງໝົດ 808 ເລື່ອງ ຈັບຜູ້ຖືກຫາໄດ້ 1.277 ຄົນ, ຍິງ 165 ຄົນ, ຄົນຕ່າງປະເທດ 40 ຄົນ, ຍິງ 6 ຄົນ, ໃນນີ້ມີຄົນຫວຽດນາມ 17 ຄົນ, ຍິງ 2 ຄົນ, ຄົນໄທ 7 ຄົນ, ຍິງ 1 ຄົນ, ຄົນຈີນ 1 ຄົນ, ຄົນມຽນມາ 14 ຄົນ, ຍິງ 3 ຄົນ ແລະ ຄົນກຳປູເຈຍ 1 ຄົນ. ພົ້ນເດັ່ນກວ່າໝູ່ແມ່ນຄ້າຢາບ້າ ຢຶດໄດ້ 8.425.906 ເມັດ ເທົ່າກັບ 842,59 ກິໂລກຼາມ, ກັນຊາ 1.832,55 ກິໂລກຼາມ, ເຮໂຣອິນ 27,17 ກິໂລ ກຼາມ, ຄາເຟອິນ 1.875 ກິໂລກຼາມ, ຝິ່ນ 131,9 58 ກິໂລກຼາມ, ແກ່ນຝິ່ນ 211,9 ກິໂລກຼາມ, ຢາໄອສ໌ 34,53 ກິໂລກຼາມ, ແປ້ງຝຸ່ນທີ່ຈະເອົາມາປະສົມຢາເສບຕິດຈຳນວນ 542,2 ກິໂລກຼາມ, ໃນນີ້ ຢຶດຍານພາຫະນະ ແລະ ອຸປະກອນ ທີ່ນຳໃຊ້ເຂົ້າໃນການກະທຳຜິດມີ: ລົດໃຫຍ່ 2 ຄັນ, ລົດຈັກ 131 ຄັນ, ອາວຸດປືນ 72 ກະບອກ, ລູກປືນ 1.468 ລູກ, ທາດລະເມີດ 1,5 ກິໂລກຼາມ, ແກັບໝາກຝ່າ 1 ດອກ, ໝາກແຕກ 2 ໜ່ວຍ, ດິນລະເບີດ ຈຳນວນ 1 ຖົງນ້ອຍ, ທ່ອນເຫຼັກບັນຈຸທາດລະເບີດ 1 ທ່ອນ, ນໍ້າຢາເຄມີ 6 ແກັດ. ນອກນີ້ ສາມາດຢຶດເງິນປະເພດຕ່າງໆໄດ້ຄື: ເງິນກີບ 787.194.000 ກີບ, ເງິນໂດລາ 122.994 ໂດລາ, ເງິນບາດ 34.436.660 ບາດ, ເງິນຢ໋ວນ 276.9 38 ຢ໋ວນ, ເງິນດົ້ງ 1.155.500 ດົ່ງ, ເງິນຮາງ 77 ຮາງ, ເງິນໝັນໃຫຍ່ 180 ໝັນ, ເງິນໝັນນ້ອຍ 6 ໝັນ, ອາຍັດດິນ ແລະ ເຮືອນຄະດີ ຈຳນວນ 63 ແຫ່ງ. ສະເພາະຄະດີທີ່ກົມຕຳຫຼວດສະກັ້ດກັ້ນ ແລະ ຕ້ານຢາເສບຕິດ ມ້າງໄດ້ ມີ 6 ເລື່ອງ ສາມາດຈັບຜູ້ຖືກຫາໄດ້ 19 ຄົນ ຍິງ 3 ຄົນ, ຄົນຕ່າງປະເທດ 5 ຄົນ ຍິງ 1 ຄົນ, ຢຶດຂອງກາງໄດ້ມີຢາບ້າ 328.460 ເມັດ, ເຮໂຣອິນ 980,9 ກຼາມ, ຝິ່ນ 5,89 ກິໂລກຼາມ, ລົດໃຫຍ່ 6 ຄັນ ແລະ ລົດຈັກ 1 ຄັນ.

ທ່ານ ພັອ ອ່ອນຜິວ ໂຄ້ງວຽງທອງ ຫົວໜ້າຫ້ອງການກວດກາ ແລະ ຄວາບຄຸມຢາເສບຕິດກ່າວວ່າ: ໃນປັດຈຸບັນນີ້ທົ່ວປະ ເທດມີສູນບຳບັດປິ່ນປົວທັງໝົດ 20 ແຫ່ງ ໃນນີ້ເປັນຂອງເອກະຊົນ 3 ແຫ່ງ, ມີຜູ້ຕິດຢາເສບຕິດເຂົ້າບຳບັດທັງ ໝົດ 1,440 ຄົນ, ມີໂຮງໝໍໃຫ້ຄຳປຶກສາຜູ້ຕິດຢາເສບຕິດ 13 ແຫ່ງ, ກຳລັງກະກຽມເປີດໃໝ່ 15 ແຫ່ງ, ມີບ້ານ ປອດຢາເສບຕິດ 5,781 ແຫ່ງ, ກວມເອົາ 68.25% ໃນທົ່ວປະເທດ, ມີໂຮງຮຽນປອດຢາເສບຕິດ 1.367 ແຫ່ງ ກວມເອົາ 82.69% ຂອງໂຮງຮຽນມັດທະຍົມທັງໝົດທົ່ວປະເທດ. ນອກນີ້ ໃນ 1 ປີຜ່ານມາ ໄດ້ເອົາໃຈໃສ່ປຸກລະ ດົມໃຫ້ພໍ່ແມ່ປະຊາຊົນເຄີຍປູກພືດຢາເສບຕິດເຊັ່ນ: ກັນຊາ, ຝິ່ນ ຫັນໃຫ້ເຂົາເຈົ້າມາປູກພືດອື່ນແທ່ນຝິ່ນ ແລະ ກັນ ຊາ ໂດຍການນຳເອົາຮູບແບບໂຄງການຕ່າງໆນັບທັງຄົນລາວ ແລະ ຕ່າງປະເທດ ເຂົ້າມາຊ່ວຍປູກພືດ ຫຼື ເຮັດໂຮງ ງານຕ່າງໆເພື່ອໃຫ້ປະຊາຊົນມີວຽກເຮັດ ເຊິ່ງປັດຈຸບັນ ມີ 34 ບໍລິສັດ ແລະ ມີໂຮງງານ 49 ແຫ່ງທີ່ກຳລັງປະຕິບັດຢູ່ ເເຂວງຫົວພັນທີ່ ທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ສຳຫຼວດພື້ນທີ່ປູກພືດເສບຕິດ ແລະ ສາມາດທຳລາຍໄດ້ 164 ເຮັກ ຕາ.

ທ່ານ ພັອ ອ່ອນຜິວ ໂຄ້ງວຽງທອງ ກ່າວວ່າ: ເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ 12 ຕຸລາ 2017 ຄົບຮອບ 16 ປີ ຮຽກຮ້ອງມາຍັງພະນັກງານ, ທະຫານ-ຕໍາຫຼວດ ຈົ່ງຮ່ວມແຮງ, ຮ່ວມໃຈກັນ ເພື່ອຕ້ານຢາເສບຕິດດ້ວຍການດໍາເນີນສຶກສາອົບຮົມ ແລະ ໂຄສະນາເຜີຍແຜ່ ເພື່ອໃຫ້ບຸກຄົນໃນສັງຄົມເປັນຕົ້ນນັກຮຽນນັກສຶກສາໄດ້ຮັບຮູ້ ແລະ ເຊື່ອມຊຶມລະບຽບກົດ ໝາຍ ແລະ ຜົນຮ້າຍຂອງຢາເສບຕິດ, ຈົ່ງຊ່ວຍກັນເປັນຫູເປັນຕາ ຖ້າຫາກຮູ້ເຫັນພວກຄົນບໍ່ດີທີ່ມີການພົວພັນກັບຢາເສບຕິດຢູ່ບ່ອນໃດກໍ່ໃຫ້ແຈ້ງ ແລະ ລາຍງານຕໍ່ການຈັດຕັ້ງ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອຈະແກ້ໄຂໄດ້ຢ່າງທັນການ.

 

 

ແຫລ່ງຂ່າວ: Sengaloun Sayalath

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...