Homeຂ່າວຕ່າງປະເທດທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ ຣັດເຊຍ

ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ ຣັດເຊຍ

Published on

ໃນວັນທີ 3 ຕຸລາ 2017 ທ່ານ ສີວຽງເພັດ ເພັດວໍຣະສັກ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ວະລາດີເມຍ ວະລາດີມີໂຣວີຊ ປູຕິນ ປະທານາທິບໍດີ ຣັດເຊຍ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ປະຈໍາ ສະ ຫະພັນຣັດເຊຍ. ສປປ ລາວ ແລະ ສ ຣັດເຊຍ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 7 ຕຸລາ 1960.

ໂອກາດນີ້ ທ່ານ ສີວຽງເພັດ ເພັດວໍຣະສັກ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຈາກ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ສົ່ງເຖິງ ທ່ານ ວະລາດີເມຍ ວະລາດີມີໂຣວີຊ ປູຕິນ ປະທານາທິບໍ ດີຣັດເຊຍ ໂດຍຜ່ານຜູ້ນໍາຣັດເຊຍ ໄປຍັງລັດຖະບານ ແລະ ປະຊາຊົນຣັດເຊຍ ທຸກຖ້ວນໜ້າ. ນອກຈາກນີ້, ທ່ານທູດ ໄດ້ທົບທວນຄືນມູນເຊື້ອຂອງການພົວພັນ ແລະ ຮ່ວມມື ລະຫວ່າງສອງປະເທດ ໃນສະໄໝອະດີດສະຫະພາບໂຊວຽດ, ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ໃຫ້ການສະໜັບສະໜູນຊ່ວຍເຫລືອລາວ ໃນສະໄໝຕໍ່ສູ້ຂອງ ປະຊາຊົນລາວ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະ ໃນໄລຍະສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ, ໂດຍສະເພາະການຊ່ວຍເຫລືອຂອງລັດຖະບານ ຣັດເຊຍ ໃນການສ້າງຊັບພະຍາກອນມະນຸດໃຫ້ແກ່ລາວ ໃນໄລຍະຜ່ານມາ ແລະ ໃນປັດຈຸບັນ. ນອກຈາກນີ້, ທ່ານທູດ ຍັງໄດ້ແຈ້ງໃຫ້ຝ່າຍເຈົ້າ ພາບຊາບ ກ່ຽວກັບຜົນສໍາເລັດຂອງການພັດທະນາສດ ຖະກິດ-ສັງຄົມ ຢູ່ ສປປ ລາວ, ແນໃສ່ສູ້ຊົນນໍາເອົາປະເທດຊາດໃຫ້ຫລຸດພົ້ນ ອອກຈາກຄວາມດ້ອຍພັດທະນາໃນປີ 2020.

ທ່ານປະທານາທິບໍດີ ຣັດເຊຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສ ຣັດເຊຍ ແລະ ສປປ ລາວ ໃນໄລຍະຜ່ານມາ ກໍຄື ປັດຈຸບັນ ໂດຍສະເພາະຜົນສໍາເລັດຂອງການຢ້ຽມຢາມສະຫະພັນຣັດເຊຍ ຢ່າງເປັນທາງການຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ, ໃນລະຫວ່າງວັນທີ 25-27 ກັນຍາ 2017, ​ເຊິ່ງການນໍາຣັດເຊຍ ຖືວ່າເປັນນິມິດໝາຍ ທີ່ມີຄວາມໝາຍສໍາຄັນ ໃນປະຫວັດສາດຂອງການພົວພັນ ແລະ ຮ່ວມມື ລະຫວ່າງສອງປະເທດ.

https://www.facebook.com/salong.sithumthong/videos/1392817907504783/

 

ເນື້ອໃນຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...