spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ໂຈນໃຈກ້າບຸກດ່ຽວປຸ້ນທະນາຄານໄດ້ເງິນໄປຫຼາຍຮ້ອຍລ້ານກີບ ແຕ່ກໍ່ຖືກຈັບໄດ້

ໂຈນໃຈກ້າບຸກດ່ຽວປຸ້ນທະນາຄານໄດ້ເງິນໄປຫຼາຍຮ້ອຍລ້ານກີບ ແຕ່ກໍ່ຖືກຈັບໄດ້

Published on

ໃນວັນທີ 4 ຕຸລາ 2017,  ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງ ການກ່ຽວກັບ ການຈັບກຸມຜູ້ຖືກຫາກໍ່ເຫດ ປຸ້ນໜ່ວຍບໍລິການ ຂອງທະນາຄານ ແຫ່ງໜຶ່ງຢູ່ເຂດບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພ້ອມເງິນ 200 ລ້ານກວ່າກີບ.

ພັທ ຄຳເກີ່ງ ຈັນສຸລິມາດ ຫົວໜ້າກອງບັນຊາການ ປກສ ເມືອງ ໄຊເສດຖາ  ໄດ້ຖະແຫຼງຂ່າວວ່າ: ໃນເວລາ 11:45 ໂມງຂອງວັນ ທີ 27 ກັນຍາ 2017 ເກີດເຫດຄົນຮ້າຍເປັນຊາຍ 1 ຄົນ ໄດ້ຂັບຂີ່ລົດຈັກມາ ຈອດຢູ່ໜ້າທະນາຄານ ແລະ ໄດ້ເອົາປືນເຂົ້າໄປປຸ້ນເອົາເງິນ ຢູ່ໜ່ວຍບໍລິການຂອງທະນາຄານແຫ່ງໜຶ່ງ; ຫຼັງຈາກນັ້ນເຈົ້າໜ້າທີ່ໄດ້ລົງເກັບ ກໍາຂໍ້ມູນຫຼັກຖານຢູ່ສະຖານທີ່ເກີດເຫດ ແລະ ສືບຮູ້ວ່າ: ຜູ້ກໍ່ເຫດ ຊື່ທ້າວ ບຸນຈັນ ຫຼື ຕຸ້ຍ ອາຍຸ 41 ປີ ພັກເຊົາຢູ່ ບ້ານດອນກອຍ ເມືອງສີສັດຕະນາກ ໄດ້ເອົາຕົວຫຼົບໜີ ໄປບວດຢູ່ວັດແຫ່ງໜຶ່ງເຂດເມືອງໄຊທານີ; ຈາກນັ້ນ ຕົກ ມາຮອດວັນທີ 3 ຕຸລາ 2017 ເຈົ້າໜ້າ ປກສ ເມືອງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຂົ້າກັກຕົວຜູ້ຖືກຫາ ພ້ອມທັງກວດຄົ້ນທີ່ພັກພົບເຫັນເງິນ 40 ລ້ານກີບ, ເງິນ ບາດ 52.000 ບາດ ແລະ ເງິນ ໂດລາ 3.460 ໂດລາ ມາສອບສວນ.

ທ້າວ ບຸນຈັນ ສາລະພາບ ວ່າ: ໃນວັນ 20 ກັນຍາຜ່ານມາ, ໄດ້ຊື້ປືນປອມຢູ່ຕະຫຼາດແຫ່ງໜຶ່ງ ແລ້ວ ມາກໍ່ເຫດປຸ້ນ ເອົາເງິນຢູ່ໜ່ວຍບໍລິການຂອງທະນາຄານແຫ່ງໜຶ່ງໄດ້ເງິນກີບ 90 ລ້ານກີບ, ເງິນບາດ 117.850 ບາດ ແລະ ເງິນໂດລາ 10.672 ໂດລາ ແລ້ວເອົາຕົວຫຼົບໜີໄປທາງບ້ານດົງຄຳຊ້າງ ແລະ ນໍາລົດ ຈັກ ໄປດັດແປງສະພາບເພື່ອ ປົກ ປິດການກະທໍາຜິດ. ຫຼັງຈາກນັ້ນ ຈຶ່ງນໍາເອົາ ເງິນສ່ວນໜຶ່ງໄປ ຈ່າຍຫຼິ້ນກິນຟຸມເຟືອຍ ແລະ ເອົາຕົວຫຼົບໜີໄປ ບວດຢູ່ວັດແຫ່ງໜຶ່ງໃນເວລາ ຕໍ່ມາຈຶ່ງຖືກ ເຈົ້າໜ້າທີ່ຈັບຕົວໄດ້.

 

 ແຫລ່ງຂ່າວ: ໜັງສຶພິມປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...