Home​ຂ່າວບັນເທິງມິສແກຣນມຽນມາໝົດສິດເຂົ້າຮ່ວມປະກວດ Miss Grand International ໃນຮອບຕັດສິນ.

ມິສແກຣນມຽນມາໝົດສິດເຂົ້າຮ່ວມປະກວດ Miss Grand International ໃນຮອບຕັດສິນ.

Published on

ຂ່າວບັນເທີງມື້ນີ້ແອັດມິນມີກະແສຮ້ອນຈາກກອງປະກວດ Miss Grand International ເຊິ່ງໃນປີນີ້ປະເທດ ຫວຽດນາມເປັນເຈົ້າພາບຈັດງານ ໂດຍເມື່ອວັນທີ 3 ຕຸລາ 2017 ມີລາຍງານວ່າ ກອງປະກວດມິສແກຣນມຽນມາ ໄດ້ປົດນາງ ສ່ວຍ ເອງ ສີ ມິສແກຣນມຽນມາ 2017 ທີ່ເປັນຕົວແທນເຂົ້າຮ່ວມການປະກວດ Miss Grand International ແລະ ຢູ່ໃນລະຫວ່າງເຮັດກິດຈະກຳນາງງາມກ່ອນຮອດວັນຕັດສິນອອກຈາກຕຳແໜ່ງ ໂດຍໃຫ້ເຫດຜົນວ່າ ນາງ ສ່ວຍ ເອງ ສີ ໄວອາຍຸ 19ປີ ມີຄວາມປະພຶດບໍ່ເໝາະສົມ ໂດຍນາງຕ້ອງສົ່ງມົງກຸດ, ສາຍສະພາຍ ແລະ ຂອງລາງວັນທັງໝົດທີ່ໄດ້ຮັບຄືນໃຫ້ແກ່ກອງປະກວດ ພາຍວັນທີ 10 ຕຸລານີ້ ດັ່ງນັ້ນ ນັບຈາກມື້ປະກາດປົດຕຳແໜ່ງ ນາງ ສ່ວຍ ເອງ ສີ ອະດີດມິສແກຣນມຽນມາ 2017 ໄດ້ໝົດສິດໃນການເຂົ້າຮ່ວມປະກວດ Miss Grand International ໃນຮອບຕັດສິນ.

ໂດຍມີລາຍງານວ່າ ການຖືກປົດຈາກຕຳແໜ່ງຂອງນາງກ່ຽວຂ້ອງກັບການທີ່ນາງອອກມາວິພາກວິຈານສະຖານະການຄວາມຮຸນແຮງໃນມຽມາ ຫຼັງຈາກນັ້ນມານາງໄດ້ອອກມາໂພສຜ່ານເຟສບຸກຊີ້ແຈງວ່າ

“ນາງພຽງໂພສວິດີໂອກ່ຽວກັບຄວາມຮຸນແຮງໃນລັດຍະໄຂ່ແຕ່ການກະທຳຂອງນາງບໍ່ໜ້າຈະເຖິງຂັ້ນທຳລາຍພາບພົດນາງງາມຈົນຖືກປົດ ນາງຖືເປັນເລື່ອງຈຳເປັນໃນຖານະປະຊາຊົນຄົນໜຶ່ງຂອງມຽນມາທີ່ຈະໃຊ້ສື່ຂອງນາງໃນການເວົ້າຄວາມຈິງກ່ຽວກັບປະເທດ ແລະ ບອກວ່າການໂຈມຕິໃນລັກສະນະຄ້າຍກຸ່ມລັດອິສລາມຂອງອາຣຊາເຮັດເກີນເຫດ

ຢ່າງໃດກໍ່ຕາມ ນາງບໍ່ໄດ້ກ່າວເຖິງການກະທຳທີ່ຮຸນແຮງຂອງກອງທັບມຽນມາຕໍ່ຊາວໂຣຮິນຢາ ເຊິ່ງເປັນຄົນຊົນກຸ່ມນ້ອຍໃນລັດຍະໄຂ່ແຕ່ຢ່າງໃດ”

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...