Homeຂ່າວທ້ອງຖິ່ນຖວທ ຈັດຂະບວນຍ່າງເພື່ອສຸຂະພາບ ສະຫລອງວັນທ່ອງທ່ຽວສາກົນ

ຖວທ ຈັດຂະບວນຍ່າງເພື່ອສຸຂະພາບ ສະຫລອງວັນທ່ອງທ່ຽວສາກົນ

Published on

ຕອນເຊົ້າ 30 ກັນຍາ 2017, ກະຊວງ​ຖະ​ແຫ​ລງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ (ຖວທ) ໄດ້​ຈັດ​ກິດຈະກຳ​ຍ່າງ​ເພື່ອ​ສຸຂະພາບ ​ຂຶ້ນທີ່​ສວນ​ປະຕູ​ໄຊ, ນະຄອນຫລວງວຽງຈັນ ​​ສະ​ເຫລີ​ມສະຫລອງ​ວັນ​ທ່ອງ​ທ່ຽວ​ໂລກ ​ເຊິ່ງ​ເປັນ​ປີ​ສາກົນ​ແຫ່ງ​ການທ່ອງທ່ຽວ ​ແບບ​ຍືນ​ຍົງ​ເພື່ອ​ການ​ພັດທະນາ, ​ໂດຍ​ທ່ານ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນປະທານເປີດພິທີິທີ, ມີບັນດາການນຳພັກ-ລັດ ແລະ ຊາວນະ ຄອນຫລວງວຽງຈັນຫລາຍ 700 ກວ່າຄົນ ເຂົ້າຮ່ວມຂະບວນຍ່າງຢ່າງຄຶກຄື້ນ.

ການຈັດ​ກິດຈະກຳ​ຍ່າງ​ເພື່ອ​ສຸຂະພາບໃນ​ຄັ້ງ​ນີ້ ຍັງເປັນ​ການ​ໂຄສະນາເຜີຍ​ແຜ່​​ຄວາມ​ສຳຄັນ​ຂອງ​ການທ່ອງທ່ຽວ ​ຢູ່​ພາຍ​ໃນ​ປະ​ເທດ ກໍ​ຄື ​ສາກົນ; ສ​ະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ໄດ້​ຮັບ​ຂອງ​ການທ່ອງທ່ຽວ ທີ່​ປະກອບສ່ວນ​​ເຂົ້າ ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ວັດທະນະທຳ ​ແລະ ການ​ເມືອງ; ທັງ​ເປັນ​ການ​ສົ່ງ​ເສີມ​ໂຄສະນາ​ການທ່ອງທ່ຽວ ​ແນ​ໃສ່​ປະກອບສ່ວນ​ເຂົ້າ​ ໃນ​ການ​ບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​​ແບບ​ຍືນ​ຍົງ; ຊຸກຍູ້ ​ແລະ ສ້າງ​ຂະ​ບວນການ​ໂຄສະນາ​ສົ່ງ​ເສີມ​ການທ່ອງທ່ຽວ ຄຽງ​ຄູ່​ກັບ​ການສະ​ເຫລີ​ມສະຫລອງ​ປີ​ທ່ອງ​ທ່ຽວ​ອາ​ຊຽນ ໂອກາດຄົບຮອບ 50 ປີ ການສ້າງຕັ້ງອາຊຽນ, ຄົບຮອບ 20 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ​ແລະ ກະກຽມ​ໃຫ້ແກ່ການເປີດປີ​ທ່ອງ​ທ່ຽວລາວ 2018 ໃນໂອກາດອັນໃກ້ນີ້ ​ໃຫ້​ມີ​ຄວາມ​ຟົດ​ຟື້ນ​, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍໃນ ແລະ ຕ່າງປະເທດໃຫ້ນັບມື້ຫລາຍຂຶ້ນ.

ໃນ​ໂອກາດດັ່ງກ່າວ, ຍັງ​ມີ​ການ​ຈັບ​ສະ​ຫລາກ ມອບ​ລາງວັນ ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມກິດຈະກຳ​ຍ່າງເພື່ອສຸຂະພາບດັ່ງກ່າວ, ​ເຊິ່ງ​ມີລາງວັນລາຍການ​ທ່ອງ​ທ່ຽວ​ຂີ່​ສະ​ລິງ, ບັດ​ທີ່​ພັກ​ຢູ່​ວັງ​ວຽງ, ບັດ​ຮັບ​ປະທານ​ອາຫານ​ຄໍ່າ, ລາຍການ​ທ່ອງ​ທ່ຽວ​ລ່ອງ​ເຮືອ ​ແລະ ລາຍການ ອື່ນໆຕື່ມ​ອີກ, ອັນໄດ້ເຮັດໃຫ້ກິດຈະກຳຍ່າງເພື່ອສຸຂະພາບໃນຄັ້ງນີ້ ຍິ່ງມີບັນຍາກາດຟົດຟື້ນມ່ວນຊື່ນແຕ່ຕົ້ນຕະຫລອດປາຍ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...