Homeຂ່າວການພັດທະນາ2 ແຂວງໃນລາວໄດ້ຮັບທຶນໂຄງການ​ພະລັງງານ​ໄຟຟ້າ​ແສງຕາ​ເວັນ

2 ແຂວງໃນລາວໄດ້ຮັບທຶນໂຄງການ​ພະລັງງານ​ໄຟຟ້າ​ແສງຕາ​ເວັນ

Published on

ພິທີ​ເຊັນ​ເອກະສານ​ເຈດ​ຈຳນົງ ສະໜອງ​ອຸປະກອນ​ໄຟຟ້າ ​ແລະ ​​ເງິນທຶນ ​ເພື່ອ​ພັດທະນາ​ໂຄງການ​ພະລັງງານ​ໄຟຟ້າ​ແສງຕາ​ເວັນ ຢູ່​ ແຂວງ​ອັດ​ຕະປື ​ແລະ ​ແຂວງ​ບໍລິ​ຄຳ​ໄຊ ​ໄດ້​ມີ​ຂຶ້ນ ​ໃນ​ວັນ​ທີ 29 ກັນຍາ 2017 ນີ້ ຢູ່ ນະຄອນຫລວງ​ວຽງ​ຈັນ ລະຫວ່າງ​ ທ່ານ ຫາ​ລີ ອາ​ຈູ​ຕັງ (Hari Achuthan) ປະທານບໍລິສັດ ຄອນ​ວອດ​ທ ພະລັງງານ ຈຳກັດ ກັບ​ ທ່ານ ວາວ​ເຕີ ວັນ​ເວີສ ປະທານ​ບໍລິສັດ ​ເຈ​ເນ​ໂຣ ອີ​ເລັກ​ຕຼິກ ​ແລະ ທ່ານ ບີ​ລີ ​ເບ​ດສ ຕາງໜ້າ​ທະນາຄານ​ ຄາ​ເທ ຢູ​ໄນ​ເຕັດ ຈາກ​ປະ​ເທດ​ໃຕ້​ຫວັນ, ​ໂດຍ​ມີ​ ພາກສ່ວນ​ກ່ຽວຂ້ອງທັງ​ສອງ​ຝ່າຍ ​ເຂົ້າ​ຮ່ວມເປັນ​ສັກຂີ​ພິຍານ.

​​ໂຄງການ​ດັ່ງກ່າວ, ບໍລິສັດ​ເຈ​ເນ​ໂຣ ອີ​ເລັກ​ຕຼີກ ຈະ​ເປັນ​ຝ່າຍ​ສະໜອງ​ບັນດາ​ອຸປະກອນ​ໄຟຟ້າຕ່າງໆ ​ເປັນ​ຕົ້ນ​ເຄື່ອງ​ຄວບ​ຄຸມ​ໄຟຟ້າ, ອຸປະກອນ​ໄຟ​ຟ້າ​ເພື່ອ​ສ້າງສາ​ຍສົ່ງ ​ແລະ ສະຖານີ, ສ່ວນ​ທະນາຄານ ຄາ​ເທ ຢູ່​ໄນ​ເຕັດ ຈະ​ຊ່ວຍ​ໃນ​ດ້ານ​ການ​ສະໜອງ​ທຶນຮອນ ​ໃຫ້​ກັບ​ໂຄງການ ​ແລະ ບໍລິສັດດີ​ຈີ​ໂຄ​ເລັກ ຈາກ​ສະຫະລັດ​ອາ​ເມ​ລິ​ກາ ຈະ​ເຮັດ​ໜ້າ​ທີ່​ໃນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້ ລວມ​ເຖິງການ​ສຶກສາວິ​ໄຈ​ ຜົນກະທົບ​ຕໍ່​ສິ່ງ​ແວດ​ລ້ອມ-ສັງຄົມ ​ແລະ ບັນດາ​ການ​ສຶກສາ​ທາງ​ວິຊາ​ການ​ ທີ່​ກ່ຽວຂ້ອງ​ກັບ​ໂຄງການ.

ໂຄງການ​ພະລັງງານ​ໄຟຟ້າ​ແສງຕາ​ເວັນ ແມ່ນ​ການ​ລົງທຶນຂອງ​ສະຫະລັດອາ​ເມ​ລິ​ກາ ມີມູນ​ຄ່າ​ຫລາຍ​ກວ່າ 400 ລ້ານ​ໂດ​ລາ​ສະຫະລັດ, ຈະ​ເລີ່​ມລົງມື​ກໍ່ສ້າງ​ພາຍ​ໃນ​ປີ 2019 ຢູ່​ເຂດ​ ບ້ານ​ນ້ຳ​ເດື່ອ ​ເມືອງ​ປາກ​ກະດິງ ​ແຂວງ​ບໍລິ​ຄຳ​ໄຊ, 50 MW ​ແລະ ຢູ່​ແຂວງ​ອັດ​ຕະປື 250 MW. ​ໂຄງການ​ດັ່ງກ່າວ, ຈະ​ຊ່ວຍ​ເພີ່ມ​ຄວາມ​ຫລາກ​ຫລາຍ​​ ໃນດ້ານ​ການຜະລິດ​ພະລັງງານ​ໄຟຟ້າ​ຂອງ​ລາວ ​ທັງ​ເພີ່ມ​ທະວີການ​ຜະລິດ​ພະລັງງານ​ໃນ​ລະດູ​ແລ້ງ ​ແລະ ຈະ​ສ້າງ​ໂອກາດ​ທາງ​ທຸລະ​ກິດ ​ໃຫ້​ກັບນັກ​ທຸລະ​ກິດລາວ ​ແລະ ສະຫະລັດ​ອາ​ເມ​ລິ​ກາ ຕື່ມ​ອີກ.

 

ແຫລ່ງຂ່າວ: ທະນູ​ທອງ ພາບປະກອບ: ​ເກດສະໜາ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...