spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢ້ຽມ ຢາມສະຫະພັນ ຣັດເຊຍ ຢ່າງເປັນທາງ ການ

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢ້ຽມ ຢາມສະຫະພັນ ຣັດເຊຍ ຢ່າງເປັນທາງ ການ

Published on

ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊື້ອ​ເຊີນ​ ຂອງທ່ານ ນາຍົກລັດຖະມົນຕີ​ແຫ່ງ ສະຫະພັນຣັດ​ເຊຍ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນໍາພາຄະນະຜູ້​ແທນ​ເດີນທາງ​ໄປຢ້ຽມຢາມ ສະຫະພັນຣັດເຊຍ ຢ່າງເປັນທາງການ, ໃນລະຫວ່າງວັນທີ 26-27 ກັນຍາ 2017 ນີ້, ຊຶ່ງ​ການ​ຢ້ຽມຢາ​ມດັ່ງກ່າວ ​ໄດ້​ກາຍ​ເປັນ​ຂີດ​ໝາຍ​ທີ່​ສຳຄັນໃຫ້ແກ່ການ​ເສີມ​ຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່​ມີມາ​ແຕ່​ດົນ​ນານ ລະຫວ່າງສອງປະເທດ ທີ່​ໄດ້​ຮັບ​ການ​ພັດທະນານັບ​ມື້​ນັບ​ກ້ວາງ​ຂວາງ ​ແລະ ມີ​ຄວາມ​ເລິກ​ເຊິ່ງຂຶ້ນ​ເລື້ອຍໆ ນັບແຕ່ສອງ​ປະ​ເທດ​ໄດ້ສ້າງຕັ້ງສາຍ​ພົວພັນ​ການ​ທູດ​ນຳ​ກັນ ມາຕັ້ງ​ແຕ່​ວັນ​ທີ 07 ຕຸລາ 1960 ເປັນ​ຕົ້ນ​ມາ.

ໃນ​ໂອກາດ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານນາຍົກລັັດຖະມົນຕີ ທອງລຸນ ສີສຸລິດ ໄດ້ພົບປະສອງຝ່າຍຢ່າງເປັນທາງການ ກັບ ທ່ານ ເດີມີຕລີ ເມດເວ​​ແດບ ນາຍົກລັດຖະມົນຕີ ແຫ່ງ ສະຫະພັນຣັດເຊຍ, ພາຍ​ໃຕ້​ບັນຍາກາດ​ແຫ່ງ​ຄວາມສະ ໜິດສະໜົມ, ​​ໄມຕີ​ຈິດ ​ແລະ ມິດຕະພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ ເຊິ່ງກັນ ​ແລະ ກັນ. ກ່ອນ​ອື່ນ​ໝົດ, ສອງຝ່າຍໄດ້ທົບ​ທວນຄືນ ​ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່​ເປັນ​ມູນ​ເຊື້ອອັນດີງາມ ທີ່ມີມາແຕ່ຍາວນານ, ບົນພື້ນຖານ​ແຫ່ງ​ຄວາມໄວ້ເນື້ອເຊື່ອໃຈ, ການຊ່ວຍເຫລືອເຊິ່ງກັນ ແລະ ກັນ, ທັງການເປັນ ຄູ່ຮ່ວມມືຍຸດທະສາດ ນຳກັນ​ໃນ​ຂົງ​ເຂດ​ອາຊີ-ປາຊີ​ຟິກ. ສອງ​ທ່ານ ມີ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ວ່າ ການ​ພົວພັນ ​ແລະ ຮ່ວມ​ມື​ດັ່ງກ່າວ ​ແມ່ນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ແລະ ສືບ​ຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຊຶ່ງສະ​ແດງ​ອອກ​ໃນ​ການແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ຂອງ​ການ​ນຳ​ສອງ​ປະ​ເທດ​ໃນ​ທຸກ​ລະດັບ​ໃນ​ໄລຍະ​ຜ່ານ​ມາ.

ໃນ​ອະນາຄົດ​ສອງປະເທດ ມີ​ຄວາມ​ມຸ່ງ​ຫວັງ​ ທີ່​ຈະ​ອອກ​ແຮງ​ເພີ່ມທະວີການ​ພົວພັນ​ຮ່ວມ​ມື​ທີ່​ມີແລ້ວນັ້ນ​ໃຫ້​ດີຍິ່ງໆ​ຂຶ້ນ ແລະ ມີໝາກຜົນ​ກວ່າ​ເກົ່າ ເພື່ອຍົກ​ລະດັບ​ການ​ພົວພັນ​ສອງຝ່າຍ​ໃຫ້ຂຶ້ນສູ່ລະດັບ​ສູງ​ໃນ​ໄລຍະ​ໃໝ່, ສີືບຕໍ່ໃຫ້ ການຊ່ວຍ ເຫລືອເຊິ່ງກັນ ແລະ ກັນ​ດ້ວຍການຊຸກຍູ້ການ ຮ່ວມມືໃນຂົງ ເຂດ​ເສດຖະກິດ-ການ​ຄ້າ, ການ​ລົງທຶນ, ພະລັງ ງານ, ການ​ສຶກສາ, ວັດທະນະທຳ, ສາທາລະນະສຸກ, ວິທະຍາສາດ-ເຕັກ​ໂນ​ໂລ​ຊີ, ການທ່ອງທ່ຽວ, ໂທລະຄົມມະນາ ຄົມ, ການທະຫານ ແລະ ຂະແໜງການອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ຄວາມສົນໃຈຮ່ວມກັນ; ສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ໃນລະດັບສູງ ຕະຫລອດຮອດລະດັບວິຊາການ, ລວມທັງລະຫວ່າງສອງ​ລັດ ສະພາ​ແຫ່ງ​ຊາດ ​ແລະ ນະຄອນຫລວງ​ ເພື່ອຜັນຂະຫຍາຍຜົນການຢ້ຽມຢາມ ແລະ ຊຸກຍູ້ບັນດາສັນຍາຮ່ວມມືກັນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ​ເປັນ​ຮູບ​ປະ​ທຳ.
ພາຍຫລັງສຳເລັດການພົບປະ, ​ສອງ​ຝ່າຍໄດ້​ລົງ​ນາມ​ໃນ​​ເອກະສານຮ່ວມ​ກັນ ​ຈຳນວນ 7 ສະບັບ ເປັນ​ຕັ້ນ​ ແມ່ນສົນ ທິສັນຍາ​ ລະຫວ່າງ ສປປ ລາວ ​ແລະ ສະຫະພັນຣັດ​ເຊຍ ວ່າ​ດ້ວຍການ​ໂອນ​ຕົວ​ນັກ​ໂທດ​, ສັນຍາລະຫວ່າງ​ລັດຖະບານ ​ແຫ່ງ ສປປ ລາວ ​ແລະ ສະຫະພັນຣັດ​ເຊຍ ​ວ່າ​ດ້ວຍ ​ການ​ຂົນ​ສົ່ງ​ທາງ​ອາກາດ​, ເອກະສານ​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ພະລັງງານ ​ແລະ ບໍ່​ແຮ່ 3 ສະບັບ, ​ເອກະສານ​ໃນວຽກ​ງານ​ການ​ສ້າງ​ຄວາມ​ອາດ​ສາມາດ ​ໃຫ້​ແກ່​ພະນັກງານ​ໃນ​ວຽກງານ​ການ​ຕ້ານ​ການ​ຟອກ​ເງິນ ​ແລະ ຕ້ານ​ການ​ສະໜອງທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ​​ 1 ສະບັບ ແລະ ເອກະສານ​ຮ່ວມ​ມື​ທາງ​ດ້ານ​​ເຕັກນິກການ​ທະຫານ 1 ສະບັບ. ຫລັງ​ຈາກ​ນັ້ນ ໄດ້ມີການຖະແຫລງຂ່າວຮ່ວມກັນ ຕໍ່ສື່ມວນຊົນ ກ່ຽວກັບຜົນຂອງການພົບປະ ແລະ ຜົນສຳເລັດຂອງການຢ້ຽມຢາມທາງການຢູ່ ສະຫະພັນຣັດເຊຍ ໃນຄັ້ງນີ້, ຊຶ່ງ​ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຕາງ ໜ້າໃຫ້ລັດ ຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລ້ຳຄ່າ ຂອງລັດຖະບານຣັດເຊຍ ໃຫ້ແກ່ ສປປ ລາວ ໃນໄລຍະທີ່ຜ່ານມາ ກໍຄືໃນປັດຈຸບັນ.

ນອກຈາກ​ນັ້ນ, ໃນໂອກາດຢ້ຽມຢາມດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ພົບປະກັບປະທານສະພາສະຫະພັນ ​ແຫ່ງ ສະຫະພັນຣັດເຊຍ (ສະພາສູງ) ທ່ານ ນາງ ວາເລັນຕີນາ ມັດວຽນໂກ, ພົບປະກັບປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ ​ແລະ ຢ້ຽມຢາມສະຖານທີ່ວັດທະນະທໍາຂອງຣັດເຊຍ ຈໍານວນໜຶ່ງ. ການຢ້ຽມຢາມ ສະຫະພັນຣັດເຊຍ ຂອງຄະນະຜູ້ແທນ ນຳໂດຍທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໃນຄັ້ງນີ້, ໄດ້ຮັບຜົນສຳເລັດ ຕາມຄາດ ໝາຍ​ທີ່​ໄດ້​ວາງ​ໄວ້.

 

ແຫລ່ງຂ່າວ: Sengaloun Sayalath

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...