Homeຂ່າວຕ່າງປະເທດພາຍຸເຮີຣິເຄນເພີ່ມເພີ່ມລະດັບຄວາມຮຸນແຮງເປັນລະດັບ 5 ຖະລົ່ມ ແຄຣິບຽນອີກຮອບ

ພາຍຸເຮີຣິເຄນເພີ່ມເພີ່ມລະດັບຄວາມຮຸນແຮງເປັນລະດັບ 5 ຖະລົ່ມ ແຄຣິບຽນອີກຮອບ

Published on

ເມື່ອວັນທີ 19 ກັນຍາ 2017 ເອເອຟພີລາຍງານສະພາບເຫດການໄພທຳມະຊາດຂັ້ນຮ້າຍແຮງໃນແຫຼມມະຫາສະໜຸດແຄຣິບບ້ຽນ ເມື່ອພາຍຸເຮີຣິເຄນ “ມາເຣຍ” ເພີ່ມລະດັບຄວາມຮຸນແຮງເປັນລະດັບ 5 ແລະ ພັດເຂົ້າຖະລົ່ມໝູ່ເກາະໃນພື້ນທີ່ດ້ວຍຄວາມໄວລົມກວ່າ 260 ກິໂລແມັດຕໍ່ຊົ່ວໂມງ ສົ່ງຜົນໃຫ້ເກາະໂດນິມິກາເສຍຫາຍ ແລະ ຕ້ອງໄດ້ຂໍຄວາມຊ່ວຍເຫຼືອຈາກທາງສະຫະປະຊາຊາດໂດຍດ່ວນທີ່ສຸດ

ພາຍຸໄດ້ມຸ່ງໜ້າໄປໃນທິດທາງດຽວກັນກັບເຮີຣິເຄນເອີມາ ລະດັບ 5 ທີ່ຫາກໍ່ພັດເຂົ້າຖະລົ່ມເກາະໃນແຫຼມມະຫາສະໝຸດແຄຣິບຽນໄປຈົນຮອດລັດ ຟໍຣິດາ ສະຫະລັດອາເມລິກາ ເມື່ອຕົ້ນເດືອນ ກັນຍາ ມີຜູ້ເສຍຊີວິດກວ່າ 50 ຄົນ ແລະ ຢູ່ໃນຊ່ວງຟື້ນຟູ

ສູນເຕືອນໄພພາຍຸເຮີຣິເຄນຂອງສະຫະລັດ ຫຼື ເອັນເອຊຊີ ລະບຸວ່າ ພາຍຸເຮີຣິເຄນມາເຣຍ ມີຄວາມຮຸນແຮງໃນລະດັບອັນຕະລາຍຫຼາຍ ອິດທິພົນຂອງພາຍຸຈະເຮັດໃຫ້ເກີດຝົນຕົກໜັກ ຄື້ນລົມແຮງ ແລະ ພາວະດິນຖະລົ່ມເທິງໝູ່ເກາະຕ່າງໆ ໃນທະເລແຄຣິບຽນ

https://youtu.be/VkpIL4_qpUo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...