spot_img
Homeນານາສາລະຢາກໂອນເງິນຊື້ເຄື່ອງ ແຕ່ຂີ້ຄ້ານໄປທະນາຄານ ຊິເຮັດຈັ່ງໃດ?

ຢາກໂອນເງິນຊື້ເຄື່ອງ ແຕ່ຂີ້ຄ້ານໄປທະນາຄານ ຊິເຮັດຈັ່ງໃດ?

Published on

ເຄີຍເປັນບໍ ຢາກໂອນເງິນຊື້ເຄື່ອງທາງອອນລາຍ, ຢາກຈ່າຍຄ່ານໍ້າ, ຄ່າໄຟ… ແຕ່ວ່າບໍ່ມີເວລາໄປທະນາຄານເພື່ອໂອນເງິນ ຫຼືບາງເທື່ອມູນຄ່າໂທໃນໂທລະສັບກໍໃກ້ຊິໝົດ ແຕ່ບໍ່ມີເວລາອອກໄປຊື້… ມື້ນີ້ມີວິທີມາບອກ ເພື່ອໃຫ້ຊີວິດຂອງທ່ານງ່າຍຂຶ້ນ.

ທ່ານເຄີຍໄດ້ຍິນຊື່ ບີຊີອີແອວວັນ (BCEL ONE) ຫຼື ແອວດີບີໂມບາຍແບ້ງຄິງ (LDB Mobile Banking) ບໍ? ນີ້ແມ່ນແອບພລິເຄຣຊັ່ນຂອງທະນາຄານການຄ້າຕ່າງປະເທດລາວ ແລະຂອງທະນາຄານພັດທະນາລາວ ທີ່ສາມາດໃຊ້ເຄື່ອນໄຫວທຸລະກຳທາງການເງິນ ໃນບັນຊີທະນາຄານຂອງທ່ານໄດ້ ໂດຍໃຊ້ຜ່ານໂທລະສັບຂອງທ່ານ. ເມື່ອທ່ານຕ້ອງການຈະໂອນເງິນ, ຈະຈ່່າຍຄ່ານໍ້າ, ຄ່າໄຟ, ຄ່າໂທລະສັບ, ຄ່າອິນເຕີເນັດ… ທ່ານກໍບໍ່ຕ້ອງເສຍເວລາອີກຕໍ່ໄປ ພຽງຈັບໂທລະສັບຂຶ້ນມາເຂົ້າໄປໃນແອັບພຣີເຄຣຊັ່ນດັ່ງກ່າວຂ້າງເທິງແລ້ວກໍສາມາດເຮັດທຸລະກຳໄດ້ເລີຍ.

ຖ້າທ່ານຢາກສະບາຍ ຂໍແນະນຳໃຫ້ໄປເຮັດເລີຍ ຂັ້ນຕອນກໍບໍ່ໄດ້ຫຍຸ້ງຍາກ:
1. ໃຫ້ມີບັນຊີໃນທະນາຄານໃດໜຶ່ງ ຈະເປັນ ທຄຕລ ຫຼື ທພລ ກໍໄດ້ ແລະໃຫ້ມີບັດ ATM ຂອງທະນາຄານນັ້ນໆ ເຊິ່ງຜູ້ຂຽນແມ່ນເລືອກ ທຄຕລ ເພາະມີຕູ້ຫຼາຍກວ່າ ແລະລະບົບທັນສະໄໝກວ່າ (ສາບານວ່າບໍ່ໄດ້ຮັບເງິນຈາກ ທຄຕລ ຈັກກີບເດີ ແຕ່ຄັນເພິ່ນຊິໃຫ້ກໍຕິດຕໍ່ມາຫາແອັດມິນແດ່ ພໍໄດ້ຊື້ເຂົ້າປຽກກິນຕອນສວາຍ). ຖ້າໃຜບໍ່ທັນມີບັນຊີທະນາຄານກໍໄປເບີດບັນຊີຊະ ເອກະສານເປີດບັນຊີທະນາຄານ ມີບັດປະຈຳຕົວຫຼືສຳມະໂນຄົວແລະເງິນເລິ່ມຕົ້ນທີ່ 100,000 ກີບ.
2. ມີໂທລະສັບສະມາດໂຟນ ທີ່ໃຊ້ເນັດໄດ້.
3. ດາວໂຫຼດແອັບຂອງທະນາຄານທີ່ເຮົາມີບັນຊີ (BCEL ONE ຫຼື LDB Mobile Banking) ມາຕິດຕັ້ງໄວ້ໃນໂທລະສັບຂອງເຮົາ.
4. ໃຫ້ມີບັດປະຈຳຕົວ ຫຼື ສຳມະໂນຄົວ ທີ່ມີຊື່ເຮົາກົງກັນກັບບັນຊີທະນາຄານ.
ເມື່ອມີຄົບ 4 ຢ່າງນີ້ແລ້ວ ໃຫ້ຖືເຂົ້າໄປຫາທະນາຄານ ພະນັກງານເພິ່ນຈັດການໃຫ້ ບຶດດຽວກໍສຳເລັດ ຈາກນັ້ນຊີວິດຂອງທ່ານກໍຈະສະດວກຂຶ້ນຕື່ມແລະທັນສະໄໝຂຶ້ນຕື່ມຢ່າງແນ່ນອນ.

ຈະນັ່ງ, ຈະນອນ, ຈະເຂົ້າຫ້ອງນໍ້າຢູ່… ທ່ານກໍສາມາດໂອນເງິນ, ຈ່າຍຄ່ານໍ້າ, ຈ່າຍຄ່າໄຟ, ຈ່າຍຄ່າໂທລະສັບ… ໄດ້ທຸກເວລາອິຫຼີ.

ສິ່ງທີ່ໄດ້ແນະນຳມາຂ້າງເທິງນັ້ນຫຼາຍຄົນ ໂດຍສະເພາະແມ່ນຜູ້ອາໄສໃນຕົວເມືອງໃຫຍ່ ຄືຊິຮູ້ແລ້ວກໍຂໍອະໄພນຳ, ສຳລັບຜູ້ບໍ່ທັນຮູ້ກໍຫວັງວ່າຈະໄດ້ຮັບຄວາມຮູ້ນີ້ໄປໃຊ້ໃນຊີວິດປະຈຳວັນໄດ້.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...