Homeຂ່າວຕ່າງປະເທດຖະແຫຼງການຂອງຜູ່ນຳມຽນມາກ່ຽວກັບສະພາບເຫດການໂຣຮິນຍາ

ຖະແຫຼງການຂອງຜູ່ນຳມຽນມາກ່ຽວກັບສະພາບເຫດການໂຣຮິນຍາ

Published on

ເມື່ອວັນທີ 19 ກັນຍາ ເອເອຟພີ ແລະ ບີບີຊີລາຍງານຖະແຫຼງຂ່າວລະດັບຊາດຄັ້ງທຳອິດຂອງທ່ານ ນາງ ອອງຊານຊູຈີ ຜູ່ນຳມຽນມາ ເຖິງສະພາບເຫດການໂຣຮິນຍາໃນລັດຍະໄຂ່ທີ່ເກີດເຫດການອົບພະຍົບຫຼັ່ງໄຫລຂ້າມປະເທດຈາກມຽນມາໄປທີ່ບັງກາລາເທດຫຼາຍກວ່າ 4 ແສນຄົນ ຈົນເກີດປະເດັນກວາດລ້າງເຜົ່າພັນອື້ສາວໄປທົ່ວໂລກ ວ່າລັດຖະ ບານຂອງຕົນບໍ່ໄດ້ຢ້ານການກວດສອບຈາກນານາປະເທດ ແລະ ຢືນຢັນວ່າຊາວມຸສລິມສ່ວນໃຫຍ່ແມ່ນບໍ່ໄດ້ອົບພະ ຍົບອອກຈາກມຽນມາ ຂະນະທີ່ການຕໍ່ສູ້ໄດ້ຢຸດຕິລົງແລ້ວ ຕັ້ງແຕ່ວັນທີ 5 ກັນຍາທີ່ຜ່ານມາ

ການຖະແຫຼງຂ່າວນີ້ໃຊ້ເວລາກວ່າ 30 ນາທີ ທ່ານ ນາງ ອອງຊານຊູຈີ ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຊ່ວຍເຫຼືອຜູ້ອົບພະຍົບ ແຕ່ບໍ່ໄດ້ເອີ່ຍເຖິງກໍລະນີທີ່ຖືກວິພາກວິຈານ ບໍ່ໄດ້ໃຊ້ຄວາມພະຍາຍາມທີ່ຈະສັ່ງຢຸດກອງກຳລັງທະຫານທີ່ເຂົ້າຄຸມພື້ນທີ່

ຜູ້ນຳມຽນມາສະແດງຄວາມເສຍໃຈກັບທຸກກຸ່ມຄົນທີ່ຕ້ອງອົບພະຍົບຍ້າຍໜີຄວາມຮຸນແຮງ ແລະ ມຽນມາຍິນດີທີ່ຈະຮັບຜູ້ອົບພະຍົບທີ່ໄດ້ຮັບການພິສູດຕາມຂະບວນການກັບປະເທດທຸກເວລາ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...