Homeຂ່າວພາຍ​ໃນການແຂ່ງຂັນບານເຕະຊິງແຊ້ມຂອງໂຮງຮຽນມັດທະຍົມສຶກສາ ປະຈໍາປີ 2017

ການແຂ່ງຂັນບານເຕະຊິງແຊ້ມຂອງໂຮງຮຽນມັດທະຍົມສຶກສາ ປະຈໍາປີ 2017

Published on

ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດການແຂ່ງຂັນບານເຕະຊິງແຊ້ມຂອງໂຮງຮຽນມັດທະຍົມສຶກສາ ປະຈໍາປີ 2017 ທົ່ວນະຄອນຫຼວງວຽງຈັນ.

– ອີງຕາມ: ແຜນການເຄື່ອນໄຫວຂອງ ສະຫະພັນບານເຕະແຫ່ງຊາດລາວ ປະຈໍາປີ 2017.
– ອີງຕາມ: ແຜນພັດທະນານັກກິລາເຍົາວະຊົນ ແລະ ຊາວໜຸ່ມຂອງສະຫະພັນບານເຕະແຫ່ງຊາດລາວ.
– ອີງຕາມ: ແຜນສະໜັບສະໜູນການຈັດການແຂ່ງຂັນບານເຕະລະດັບໄວໜຸ່ມຂອງສະຫະພັນບານເຕະນາໆຊາດ.

ສະຫະພັນບານເຕະແຫ່ງຊາດລາວ ຂໍຖືເປັນກຽດຮຽນສະເໜີມາຍັງ ທ່ານ ຫົວໜ້າອໍານວຍການ ໂຮງຮຽນມັດທະຍົມສຶກສາທົ່ວນະຄອນຫຼວງວຽງຈັນຊາບວ່າ ສຕລ ມີຈຸດປະສົງ ຈະຈັດການແຂ່ງຂັນບານເຕະລາຍການ ຊິງແຊ້ມມັດທະຍົມສຶກສາ (LFF School Youth League 2017) ໃຫ້ບັນດາໂຮງຮຽນມັດທະຍົມທົ່ວນະຄອນຫຼວງວຽງຈັນ ເຊິ່ງຄາດຄະເນຈະເລີ່ມຈັດຂື້ນພາຍໃນກາງເດືອນ ຕຸລາ 2017 ນີ້. 

ການແຂ່ງຂັນດັ່ງກ່າວ ຈະໄດ້ຮັບການສະໜັບສະໜູນຫຼັກຈາກ ສະຫະພັນບານເຕະແຫ່ງຊາດລາວ (ສຕລ). ນອກນັ້ນ, ສຕລ ຍັງຈະຈັດການຝຶກອົບຮົມຄູຝຶກລະດັບ D ໃຫ້ກັບບັນດາຄູຝຶກຂອງທີມໂຮງຮຽນທີ່ເຂົ້າຮ່ວມການແຂ່ງຂັນ ແລະ ຝຶກອົບຮົມກໍາມະການຕັດສິນທີ່ຈະລົງປະຕິບັດໜ້າທີສໍາລັບການແຂ່ງຂັນຄັ້ງນີ້ອີກດ້ວຍ. ສະນັ້ນ, ສະຫະພັນບານເຕະແຫ່ງຊາດລາວ ຈຶ່ງແຈ້ງມາຍັງທ່ານ ເພື່ອກະກຽມ ສົ່ງທີມເຂົ້າຮ່ວມແຂ່ງຂັນ ໃນລາຍການນີ້ດ້ວຍໂດຍໃຫ້ແຈ້ງເຈດຈໍານົງການເຂົ້້າຮ່ວມຢ່າງເປັນລາຍລັກອັກສອນພາຍໃນ ວັນທີ 29 ກັນຍາ 2017 ຫາ ສະຫະພັນບານເຕະແຫ່ງຊາດລາວ, ແບບຟອມສະໝັກສາມາດດາວໂຫລດທີ່ເວບໄຊໄດ້ :​
– ໃບຕົກລົງເຂົ້າຮ່ວມ: http://www.laoff.org.la/…/%E0%BB%83%E0%BA%9A%E0%BA%95%E0%BA…
– ໃບລົງທະບຽນ: http://www.laoff.org.la/…/%E0%BB%83%E0%BA%9A%E0%BA%A5%E0%BA…

ຂໍ້ມູນເພີ່ມເຕີມຕິດຕໍ່:
ທ່ານ ຈັນທະວົງ ສິລິມະໂນທຳ
020 9951 2087
ທ່ານ ສັນຕິກອນ ແສງດາລາ
020 9718 0867

 

ແຫລ່ງຂ່າວ: ສະຫະພັນບານເຕະແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...