spot_img
Homeຂ່າວການສຶກສາລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫລືອອາຫານທ່ຽງໃຫ້ບັນດາໂຮງຮຽນໃນ 7 ແຂວງທົ່ວປະເທດ

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫລືອອາຫານທ່ຽງໃຫ້ບັນດາໂຮງຮຽນໃນ 7 ແຂວງທົ່ວປະເທດ

Published on

ລັ​ດຖະບານ​ປະ​ເທດຍີ່​ປຸ່ນ ​ໄດ້​ເຊັນສັນຍາ​ ໃຫ້ການ​ຊ່ວຍ​ເຫລືອ​​ອາຫານ​​​ທ່ຽງ​​ ໃຫ້ແກ່​ນ້ອງ​ນັກ ຮຽນ ​ຈຳນວນ 1.450 ​ໂຮງຮຽນ ​​​ໃນ 32 ​ເມືອງ​ເປົ້າ​ໝາຍ, ຢູ່ 7 ​ແຂວງ ​ມີ ແຂວງ ​ຜົ້ງ​ສາ​ລີ, ອຸດົມ​ໄຊ, ຫລວງ​ນໍ້າ​ທາ, ຫລວງ​ພະ​ບາງ,   ສາລະ​ວັນ, ​ເຊ​ກອງ ​ແລະ ​ແຂວງອັ​ດຕະ​ປື, ​​ເຊິ່ງລວມມີມູນ​ຄ່າ ປະມານ 350 ລ້ານ​ເຢັນ (ສະກຸນ​ເງິນ​ຍີ່​ປຸ່ນ) ຫລື​​ ປະມານ 3.2 ລ້ານ​ໂດ​ລາ​ສະຫະລັດ. ​ປະກອບ​ ມີ ປອງ​ປາ​ຈໍານວນ 460 ​ໂຕນ ​ແລະ ​ເຂົ້າ​ສານ​ຈ້າວ 250 ​ໂຕນ. ໂຄງການ​​ດັ່ງກ່າວ, ຈະ​ໄດ້​ຈັດ​ຕັ້ງ ໂດຍ​ຜ່ານ​ອົງການ​ອາຫານ​ໂລກ.

ພິທີ​​ເຊັນມອບ-ຮັບ ​​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ກັນຍາ 2017 ນີ້ ​ທີ່​ນະຄອນຫລວງ​ວຽງ​ຈັນ, ລະ ຫວ່າງ​ ​ທ່ານ lwaro Horii ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດຍີ່​ປຸ່ນ ກັບ ທ່ານ Hakan Tongul ຮອງ​ຜູ້​ອໍາ​ນວນ​ການ, ຜູ້ຕາງໜ້າ​ອົງການ​ ອາຫານ​ໂລກ​ປະ​ຈໍາ ສປປ ລາວ, ​ໂດຍ​ມີ ​ທ່ານ ບຸນ​ປັນ ​​ໄຊ​ມົນຕີ ຫົວໜ້າ​ກົມ​​ແຜນການ ກະຊວງ​ສຶກສາ​ທິການ ​ແລະ ກິລາ, ບັນດາ​ຫົວໜ້າ​ກົມ, ຮອງກົມ, ​ເອກ​ອັກຄະ​ລັ​ດຖະທູດ​ຍີ່​ປຸ່ນ ປະ​ຈໍາ ສປປ ລາວ, ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ ​ເປັນ​ສັກ​ຄີ​ພິຍານ.

ທ່ານ ບຸນ​ປັນ ​​ໄຊ​ມົນຕີ ກ່າວ​ວ່າ: ການ​ລຶບລ້າງ​ການ​ຂາດ​ອາຫານ​ ແມ່ນ​ໜຶ່ງ​ໃນ​ບັນຫາ​ທາງ​ດ້ານ​ນະ​ໂຍບາຍ​ ທີ່​ສໍາຄັນ​ຂອງ ສປປ ລາວ ທີ່​ຕ້ອງ​ຮັບປະກັນ​ວ່າ ​ແຜນ​ງານ​ເຫລົ່າ​ນັ້ນ​ ຖືກ​ຈັດ​ຕັ້ງ​ປະຕິບັດ​ດ້ວຍ​ວິທີ​ການ ​ທີ່​ມີ​ຄວາມ​ຍືນ​ຍົງ, ດ້ວຍ​ການ​ລິເລີ່​ມ ​ແລະ ຄວາມ​ເປັນ​ເຈົ້າ​ການ​ຂອງ​ຊຸມ​ຊົນ. ​ການ​ຊ່ວຍ​ເຫລືອ​ອາຫານ​​ ເຊິ່ງ​ແມ່ນ​ແຜນ​ງານ​ອາຫານ​ທ່ຽງ​ ສໍາລັບ​ນ້ອງ​ນັກຮຽນ​ໃນ​ເຂດ​ ທີ່​ບໍ່​ມີ​ອາຫານ​ໃນ​ໂຮງຮຽນ, ​ໂດຍ​ສະ​ເພາະ ​ເຂດ​ຫ່າງ​ໄກ​ສອກ​ຫລີກ​​​ຢູ່ 32 ​ເມືອງ​ເປົ້າ​ໝາຍ ​ແລະ 7 ​​ແຂວງ ​ໃນ​ທົ່ວ​ປະ​ເທດ, ເຊິ່ງຈະ​ມີ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຫລາຍ​ກວ່າ 62.500-140.00 ​ຄົນ.

ທ່ານ​ ບຸນ​ປັນ ​​ໄຊ​ມົນຕີ ກ່າວ​ຕື່ມ​ວ່າ: ລັດຖະບານ​ຍີ່ປຸ່ນ​ ມີ​ເປົ້າ​ໝາຍ​ພັດທະນາ​ ຂີດ​ຄວາມ​ສາ​ມາດ​ໃຫ້​ປະຊາ​ຊົນ​ລາວ​, ໂດຍ​ຄຽງ​ຄູ່​ກັບ​ການ​ໃຫ້​ທຶນ​ການ​ສຶກສາ​ ໃນ​ທຸກ​ລະດັບ​ ແກ່​ນັກ​ສຶກສາລາ​ວ ​ເພື່ອ​ສາມາດ​ພັດທະນາ ເສດຖະກິ​ດ-ສັງ ຄົມ, ການ​ຫລຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ ​ໃນ​ປີ 2020.        

      

ແຫລ່ງຂ່າວ: ຂັນ​ໄຊ ແລະ ພາບປະກອບ: ສະຫວາດ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...