spot_img
Homeຂ່າວທ້ອງຖິ່ນຄໍາມ່ວນ ມີນັກສຶກສາຮຽນຈົບຄູປະມານ 1.000 ກວ່າຄົນ ຍັງວ່າງວຽກ

ຄໍາມ່ວນ ມີນັກສຶກສາຮຽນຈົບຄູປະມານ 1.000 ກວ່າຄົນ ຍັງວ່າງວຽກ

Published on

ແຂວງຄໍາມ່ວນ ຢືນຢັນ​ວ່າມີ​ນັກ​ສຶກສາ​ ຮຽນຈົບ​ມາ​ໄດ້ 2 ສົກຮຽນ ​ແຕ່​ຍັ​ງບໍ່​​ໄດ້ບັນຈຸ​ເຂົ້າ​ເປັນ​ຄູ​ອາຈານ​ ໃນ​ໂຮງຮຽນ​ແຕ່ລະ​ແຫ່ງ ຍ້ອນ​ເກີດ​ສະ​ພາບ​ ພະນັກງານ​ເຫລືອ​ບໍ່ພໍ ຂະນະ​ທີ່ຕົວ​ເລກ ຄູສອນພາກລັດ ທັງໝົດສົກ​ປີ 2017-2018 ມີ​ປະມານ 4.176 ຄົນ , ຍິງ 2.359 ຄົນ  ສ່ວນຄູເອກະຊົນມີ 219 ຄົນ , ຍິງ 180 ຄົນ  ໃນນັ້ນວຸດທິການສຶກສາ ປະລິນຍາໂທ 14 ຄົນ , ປະລິນຍາຕີ 821 ຄົນ , ຊັ້ນສູງ 2.148 ຄົນ , ຊັ້ນກາງ 1.518 ຄົນ ແລະ ຊັ້ນຕົ້ນ 168 ຄົນ .

ຫວ່າງ​ບໍ່​ດົນ​ມາ​ນີ້ ທ່ານ​ ນາງ ​ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ​ແລະ ກິລາ​ ໄດ້ລົງມາເຄື່ອນໄຫວ​ ​ແລະ​ ເຮັດວຽກຢູ່​ ແຂວງຄໍາມ່ວນ ​ ​​​​ເຊິ່ງ​ໃຫ້ການ​ຮັບ​ຕ້ອນ​ຂອງ ທ່ານ ສີ​​ໄຮ ​ແກ້ວໄກຖິ່ນ ຫົວໜ້າພະ​ແນ​ກ​ ສຶກສາທິການ ​ແລະ ກິລາແຂວງ

ໃນ​ໂອກາດ​ດັ່ງກ່າວ​ນີ້ ທ່ານ
 ສີ​​ໄຮ ​ແກ້ວໄກຖິ່ນ​ ໄດ້​ລາຍ​ງານ​ສະພາບ​ການ​ໂດຍ​ຫຍໍ້​ວ່າ: ​​ແຂວງຄໍາມ່ວນ ມີ 10 ຕົວ​ເມືອງ , ມີ 582 ບ້ານ , ມີ 75.276 ຄອບຄົວ , ມີ 57 ກຸ່ມ​ບ້ານ , ມີ 3 ຈຸດ​ສຸມ​ພັດທະນາ​ຂອງ​ແຂວງ​ຄື : ​ກໍ່ແມ່ນແຂວງໜຶ່ງ​ ທີ່ໄດ້ເອົາໃຈໃສ່ພັດທະນາ​ ວຽກງານການສຶກສາ​ ເຊິ່ງທົ່ວແຂວງໂຮງຮຽນລ້ຽງເດັກ – ອະນຸບານ​ ທັງໝົດ 182 ​ແຫ່ງ, ຈໍານວນໂຮງຮຽນປະຖົມມີທັງໝົດ 620 ​ແຫ່ງ, ຈໍານວນໂຮງຮຽນ​ ມັດທະຍົມສຶກສາທັງໝົດ 136 ​ແຫ່ງ ​ໃນ​ນັ້ນ ຈໍານວນນັກຮຽນມັດທະຍົມສຶກສາ ທັງໝົດ 37.343 ຄົນຍິງ 18.500 ຄົນ; ໂຮງຮຽນອາຊີວະສຶກສາທັງໝົດ 6 ​ແຫ່ງ (ພາກລັດ 2 ​ແຫ່ງພາກເອກະຊົນ 4 ​ແຫ່ງ), ມີຈໍານວນນັກຮຽນທັງໝົດ 3.297 ຄົນ,  ຍິງ 1.642 ຄົນ; ມີຄູສອນພາກລັດທັງໝົດ 4.176 ຄົນ. 

ທ່ານ ສີໄຮ ແກ້ວໄກຖິ່ນ ໄດ້ກ່າວຕື່ມອີກວ່າ : ຄຽງຄູ່ກັບສິ່ງຕັ້ງໜ້າ ໃນສົກຮຽນຜ່ານມາ ຍັງມີຫລາຍຂໍ້ຫຍຸ້ງຍາກ ແລະ ບັນຫາທີ່ ຈະຕ້ອງແກ້ໄຂເຊັ່ນ : ບັນຫາຄຸນນະພາບ ການຮຽນການສອນ ໃນຊັ້ນ ປະຖົມສຶກສາບາງເມືອງຍັງຕໍ່າ , ຈໍານວນນັກຮຽນປະລະ ແລະ ອອກໂຮງຮຽນກາງປີ ໂດຍສະເພາະໃນຂັ້ນປ 1, ຕິດຕາມ ແລະ ການບໍລິຫານຄຸ້ມຄອງ ໂຮງຮຽນຍັງບໍ່ເປັນລະບົບ ແລະ ຕໍ່ເນື່ອງ , ປຸກລະດົມຊຸກຍູ້ການສ້າງເຮືອນພັກໃຫ້ ແລະ ນັກ ຮຽນໃນເຂດຫ່າງໄກສອກຫລີກ ຍັງບໍ່ທົ່ວເຖິງ ພ້ອມ​ນີ້ແຕ່ໃນສົກຮຽນ 2016 – 2017 ໄດ້ຮັບ ອະນຸມັດຕົວເລກ ລັດຖະກອນທົ່ວແຂວງພຽງແຕ່ 108 ຄົນ ແລະ ໄດ້ສອບເສັງຄັດເລືອກ ເອົາສະເພາະແຕ່ຄູ ທີ່ເຮັດໜ້າທີ່ສອນຊ່ວຍ ເຊິ່ງມີຄູອະ ນຸບານ 23 ຄົນຄູປະຖົມ 27 ຄົນ ແລະ ຄູມັດທະຍົມ 58 ຄົນປະຈຸບັນນີ້ຄູສອນຊ່ວຍ ຍັງເຫລື​ອ 813 ຄົນ, ຍິງ 572 ຄົນ, ມີນັກສຶກສາທີ່ຮຽນຈົບມາ 2 ສົກຮຽນ ( ບໍ່ນັບຄູສອນຊ່ວຍ ) ທີ່ຍັງວ່າງງານຢູ່ປະມານ 1.000 ກວ່າຄົນ ​ເຊິ່ງຍັງ​ບໍ່​​ໄດ້​ບັນຈຸ​ເຂົ້າ​ ເປັນ​ພະນັກງານ ຫລື ຄູ​ອາຈານ​ເທື່ອ​ ຍ້ອນ​ສະ​ເພາະ ​ພະນັກງານ​ເຫລືອ​ບໍ່ພໍສະພາບການບັນຈຸ ແລະ ນໍາໃຊ້ຄູຍັງບໍ່ທັນມີ ປະສິດທິພາບເຫັນໄດ້ວ່າຍັງມີສະພາບຄູເຫລື​ອບໍ່ພໍຢູ່ໃນລະບົບບາງວິຊາມີຫລາຍ ແລະ ຂາດບາງວິຊາທີ່ຈໍາເປັນ.

ແຫລ່ງຂ່າວໂດຍ : ​ແດງສະຫວັດ ​ແສນພານິດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...