spot_img
Homeຄວາມງາມ2 ຈຸດສຳຄັນ ທີ່ຖືກລືມຈາກການປ້ອງກັນແສງແດດ

2 ຈຸດສຳຄັນ ທີ່ຖືກລືມຈາກການປ້ອງກັນແສງແດດ

Published on

      178851

          ສາວໆ ທຸກ​ຄົນ​ຄວນ​ມັກໃຊ້​ຄີມ​ກັນ​ແດດ​ຈົນຕິດ​ເປັນ​ນິ​ໄສ ເພື່ອຈະ​ໄດ້​ປົກ​ປ້ອງ​ຜິວ​ທີ່ສວຍງາມ ສາວໆຕ່າງກໍ່​ທາ​ຄີມ​ກັນ​ແດດ​ເກືອບ​ທົ່ວ​ທັງ​ຮ່າງ​ບໍ່​ວ່າ​ຈະ​ເປັນ ແຂນ,ຂາ, ແລະ​ ໃບ​ໜ້າ ກ່ອນ​ຈະ​ອອກຈາກ​ເຮືອນ​ ຫລື​ ວ່າ​ອອກ​ແດດ ແຕ່​ກໍ​ຍັງມີ 2ຈຸດ​ນ້ອຍ​ໆ ທີ່​ສຳຄັນ​ບໍ່​ແພ້​ກັນ ແລະ ​ມັກ​ຖືກເບິ່ງ​​ຂ້າມ​ຈາກ​ການ​ປ້ອງ​ກັນ​ຈາກ​ແສງ​ແດດ​ຢູ່​ສະເໝີ ສອງ​ຈຸດ​ທີ່​ວ່າ​ນັ້ນ​ກໍ​ຄື ຜິວ​ບອບ​ບາງ​ທີ່​ເປືອກ​ຕາ ແລະ ​ຮີມສົບນັ້ນ​ເອງ

– ຜິວ​ທີ່​ເປືອກ​ຕາ ເປັນ​ບໍລິເວນ​ທີ່​ບອບ​ບາງ ຫລາຍໆຄົນ​ຈຶ່ງ​ເວັ້ນ​ການ​ໃຊ້​ຄີມ​ກັນ​ແດດ​ບ່ອນ​ນັ້ນ​ດ້ວຍ​ການຢ້ານ​ວ່າ​ຈະ​ເກີດ​ອາການ​ລະ​ຄາຍ​ເຄືອງ ຖ້າ​ເປັນແນວ​ນັ້ນ ລອງ​ໃຊ້​ແປ້ງ​ອັດ​ແຂງ​ສູດ​ປະສົມ​ສານ​ກັນ​ແດດ​ທີ່​ເຮົາ​ໃຊ້​ທາ​ໜ້ານັ້ນ ໃຊ້​ແປງ​ແຕະ​ເບົາໆ ແລະ ​ປັດ​ໄປ​ທົ່ວ​ເປືອກ​ຕາ ຫລື​ ຖ້າ​ມີ ອາຍໄພມ໌​ເມີລ໌ ຊະນິດ​ກັນ​ແດດ​ ແລະ ​ກັນ​ນ້ຳ​ໄດ້ ທາ​ກ່ອນທີ່ຈະ​ເລີ່ມ​ແຕ່ງ​ດວງ​ຕາ​ ​ກໍ​ຈະ​ດີ​ຫລາຍ​

ທາງ​ດ້ານ​ຮີມສົບ ກໍ​ເປັນ​ເນື້ອ​ຜິວ​ທີ່​ອ່ອນ​ບາງ​ບໍ່ແພ້​ກັນ ທັງ​ຍັງ​ສູນ​ເສຍ​ຄວາມ​ຊຸ່ມ​ຊື່ນ​ແຫ້ງ​ແຕກ​ໄດ້​ງ່າຍ ຈຶ່ງ​ຈຳ​ເປັນ​ຕ້ອງ​ໃຊ້​ລິບ​ບາລ໌​ ມາບໍາ​ລຸງ​ຮີມສົບ​ ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ພ້ອມໆ ກັບ​ມີ​ຄ່າ SPF 15ເປັນ​ຢ່າງ​ຕ່ຳ ທາ​ເພື່ອ​ປົກ​ປ້ອງ​ຮີມສົບ​ດຳ​ຄ້ຳ ແລະ​ ແຫ້ງ​ຈາກ​ແສງ​ແດດ ສ່ວນ​ຜະລິດຕະພັນ​ປະ​ເພດ​ປິ​ໂຕ​ລຽມ,ເຈນ​ລີ່ ຫລື ລິບ​ບາລ໌​ ​ທີ່​ບໍ່​ມີ​ສານ​ປ້ອງ​ກັນ​ແສງ​ແດດ ແມ່ນເກັບ​ໄວ້​ທາ​ຕອນ​ກ່ອນ​ນອນ​ແມ່ນຈະ​ເໝາະ​ຫລາຍ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...