Homeຂ່າວຕ່າງປະເທດກຳປູເຈຍຢຸດຕິການຄົ້ນຫາຊາວອາເມລິກັນສູນຫາຍໃນກຳປູເຈຍສະໄໝສົງຄາມຫວຽດນາມ

ກຳປູເຈຍຢຸດຕິການຄົ້ນຫາຊາວອາເມລິກັນສູນຫາຍໃນກຳປູເຈຍສະໄໝສົງຄາມຫວຽດນາມ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ພະນົມເປນ ປະເທດກຳປູເຈຍ ເມື່ອວັນທີ 15 ກັນຍາ 2017ວ່າ ສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍ ກ່າວເມືອວັນພະຫັດທີ່ຜ່ານມາວ່າ  ໄດ້ສັ່ງການໃຫ້ໜ່ວຍງານທີ່ກ່ຽວຂ້ອງຢຸດຕິການຄົ້ນຫາເບາະແສຂອງພົນລະເມືອງອາເມລິກາທີ່ສູນຫາຍໃນກຳປູເຈຍໃນຊ່ວງສົງຄາມຫວຽດນາມຊົ່ວຄາວ ຈົນກວ່າສະຫະລັດ ແລະ ກຳປູເຈຍຈະສາມາດແກ້ໄຂຄວາມຂັດແຍ້ງໃນຫຼາຍຫົວຂໍ້ໄດ້ຢ່າງລຸລ່ວງ ສົມເດັດຮຸນເຊັນໄດ້ເປີດເຜີຍວ່າ ມີພົນລະເມືອງສະຫະລັດ 80 ຄົນທີ່ສູນຫາຍໃນກຳປູເຈຍນັບຕັ້ງແຕ່ສະໄໝສົງຄາມຫວຽດນາມຢຸດຕິລົງເມື່ອປີ 1975 ໃນຈຳນວນນີ້ພົບເບາະແສແລ້ວ 32 ຄົນ.

ຄຳຖະແຫຼງການດັ່ງກ່າວໄດ້ມີຂຶ້ນຫຼັງກະຊວງການຕ່າງປະເທດສະຫະລັດປະກາດເມືອວັນພຸດທີ່ຜ່ານມາ ຈະລະງັບການອອກວິຊ່າບາງປະເພດໃຫ້ແກ່ພົນລະເມືອງກຳປູເຈຍ ແຕ່ສ່ວນໃຫຍ່ຈະມີຜົນກະທົບຕໍ່ເຈົ້າໜ້າທີ່ກະຊວງການຕ່າງປະເທດຂອງກຳປູເຈຍກັບຜູ່ທີ່ມີຕຳແໜ່ງລະດັບອຳນວຍການຂຶ້ນໄປ ໂດຍລັດຖະບານວໍຊິງຕັນໃຫ້ເຫດຜົນວ່າ ເປັນການຕອບໂຕ້ທີ່ີລັດຖະບານພະນົມເປນປະຕິເສດເສດການຮັບເອົາພົນລະເມືອງຂອງຕົນເອງທີ່ອາໃສຢູ່ໃນສະຫະລັດແບບຜິດກົດໝາຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...