Homeຂ່າວຕ່າງປະເທດຈີນສະໜັບສະໜູນພາລະກິດດ້ານຄວາມໝັ້ນຄົງຂອງມຽນມາໃນລັດຍະໄຂ່

ຈີນສະໜັບສະໜູນພາລະກິດດ້ານຄວາມໝັ້ນຄົງຂອງມຽນມາໃນລັດຍະໄຂ່

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຢາງກຸ້ງ ປະເທດມຽນມາ ເມື່ອວັນທີ 14 ກັນຍາ 2017 ວ່າ ທ່ານ ເກິ໋ງ ສ່ວງ ໂຄສົກກະຊວງການຕ່າງປະເທດຈີນ ກ່າວໃນການຖະແຫຼງການໃນວັນອັງຄານທີ່ຜ່ານມາວ່າ ລັດຖະບານປັກກິ່ງປະນາມເຫດການຮຸນແຮງໃນລັດຍະໄຂ່ຂອງມຽນມາ ຂະນະດຽວກັນຈີນກໍ່ຫວັງວ່າຄຸນນະພາບຊີວິດ ແລະ ຄວາມເປັນຢູ່ຂອງປະຊາຊົນໃນລັດຍະໄຂ່ຈະໄດ້ຮັບການຟື້ນຟູໃຫ້ກັບຄືນສູ່ສະພາບເດີມໄວທີ່ສຸດ ພ້ອມທັງຮຽກຮ້ອງໃຫ້ປະຊາຄົມໂລກຮ່ວມກັນສະໜັບສະໜູນຄວາມພະຍາຍາມຂອງມຽນມາ ໃນການຮັກສາຄວາມໝັ້ນຄົງ ເຊິ່ງຈະນຳໄປສູ່ການພັດທະນາບ້ານເມືອງຢ່າງເປັນລະບົບຕໍ່ໄປ.

ບົດຄວາມຫຼ້າສຸດ

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...