Homeຂ່າວຕ່າງປະເທດຣັດເຊຍປະກາດຄວາມສຳເລັດ ການທົດສອບຍິງຂີປະນາວຸດຂ້າມທະວີບຮຸ້ນ RS-24 Yars

ຣັດເຊຍປະກາດຄວາມສຳເລັດ ການທົດສອບຍິງຂີປະນາວຸດຂ້າມທະວີບຮຸ້ນ RS-24 Yars

Published on

ກອງທັບຣັດເຊຍປະກາດຄວາມສຳເລັດ ການທົດສອບຍິງຂີປະນາວຸດຂ້າມທະວີບຮຸ້ນ RS-24 Yars ແບບຕິດຫົວຮົບທຳມະດາ ຂີປະນາວຸດຖືກປ່ອຍອອກຈາຖານໄຊໂລໃຕ້ດິນ ໄປສູ່ເປົ້າໝາຍທີ່ຢູ່ຫ່າງໄກອອກໄປກວ່າ 6,000 ກິໂລແມັດຢ່າງແໝ້ນຢຳ

ເວັບໄຊຂ່າວເມໂທຣຂອງອັງກິດ ແລະ ສປຸດນິດຂອງຣັດເຊຍ ລາຍງານເມືອວັນທີ 13 ກັນຍາ 2017 ຖະແຫຼງການຂອງກະຊວງປ້ອງກັນປະເທດຣັດເຊຍ ກ່າວວ່າ ການທົດສອງຄັ້ງຫຼ້າສຸດຂອງກອງກຳລັງຂີປະນາວຸດທາງຍຸດທະສາດຣັສເຊຍ (ເອສເອັມເອຟ) ທີ່ມີຂຶ້ນເມືອວັນອັງຄານທີ່ຜ່ານມາ ການທົດສອບແມ່ນປະສົບຜົນສຳເລັດຕາມແຜນທີ່ກຳນົດໄວ້

ໃນຖະແຫຼງການໄດ້ລະບຸອີກວ່າ ເປົ້າໝາຍຂອງການທົດສອບຂີປະນາວຸດຂ້າມທະວີບ (ໄອຊີບີເອັມ) RS-24 Yars ໃນເທື່ອນີ້ ເພື່ອຢືນຢັນຄວາມໄວ້ໃຈຂອງຊຸດຂີປະນາວຸດຊັ້ນດຽວກັນທີ່ຣັດເຊຍມີຢູ່ໃນການຄອບຄອງ

https://youtu.be/xL7Ay6uqhH8

ບົດຄວາມຫຼ້າສຸດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ...

ສໍາລັບຊຸດຮຽນ ຮຸ່ນທີ 26 (2022-2026) ມີນັກສຶກສາ ສໍາເລັດການສຶກສາທັງໝົດ 3,492 ຄ

ວັນທີ 26 ກັນຍາ 2026 ນີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດ ໃຫ້ນັກສຶກສາ ທີ່ສໍາເລັດການສຶກສາ ປະຈຳສົກສຶກສາ 2025-2026 (ຊຸດຮຽນ ຮຸ່ນທີ 26,...

ອຸດົມໄຊ ສະຫຼຸບກວດກາ 5 ປີ ເກັບກູ້ເງິນສໍ້ລາດບັງຫຼວງຄືນໄດ້ 24 ຕື້ກີບ

ກອງປະຊຸມວຽກງານກວດກາທົ່ວແຂວງ ອຸດົມໄຊ 05 ປີ (2021-2025) ຕິດພັນກັບການຈັດຕັ້ງຜນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ V ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ກັນຍານີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ...

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...