Homeຂ່າວຕ່າງປະເທດຈີນຊ້ອມຮົບເພື່ອກຽມຄວາມພ້ອມໃນການປະຕິບັດພາລະກິດຂັບໄລ່ສັດຕູ

ຈີນຊ້ອມຮົບເພື່ອກຽມຄວາມພ້ອມໃນການປະຕິບັດພາລະກິດຂັບໄລ່ສັດຕູ

Published on

ເມື່ອວັນທີ 7 ກັນຍາ 2017 ເອພີລາຍງານວ່າ ກອງທັບອາກາດຈີນປະຕິບັດການຊ້ອມຮົບອີກຄັ້ງໃນອ່າວປໍໄຫ່ໄກ້ກັບທະເລເຫຼືອງ ພຽງບໍ່ພໍເທົ່າໃດມື້ຫຼັງຈາກເກົາຫຼີເໜືອທົດສອບລະເບີດໄຮໂດຣເຈນ ຫຼື ເອຊບອມ

ການຊ້ອມຮົບຄັ້ງນີ້ໄດ້ມີຂຶ້ນໃນຕອນເຊົ້າວັນທີ 5 ກັນຍາ ທີ່ຜ່ານມາ ໄດ້ມີການຈຳລອງສາກການຖືກໂຈມຕີທີ່ບໍ່ມີການເຕືອນລ່ວງໜ້າດ້ວຍຂີປະນາວຸດຕໍ່ຕ້ານທາງອາກາດດ້ວຍເຮືອບິນຮົບບິນໃນລະດັບຕ່ຳ ບໍລິເວນແຄມຝັ່ງຕະເວັນອອກຂອງຈີນ ແລະ ການປ້ອງກັນອາວຸດນິວເຄຣຍ ແລະ ອາວຸດຊີວະພາບ

ກະຊວງປ້ອງກັນປະເທດຈີນແຈ້ງວ່າ ການຊ້ອມຮົບດັ່ງກ່າວມີຈຸດປະສົງເພື່ອຊ້ອມກຽມຄວາມພ້ອມໃນການປະຕິບັດພາລະກິດຂັບໄລ່ສັດຕູ ແລະ ກ່າວວ່າບໍ່ໄດ້ມີສ່ວນກ່ຽວຂ້ອງກັບສະຖານະການໃນແຫລມເກົາຫຼີ ແຕ່ເນັ້ນການປັບກອງທັບໃຫ້ທັນສະໄໝ ເພາະເມື່ອບໍ່ດົນມານີ້ທາງກອງທັບຈີນໄດ້ມຸ່ງເນັ້ນພັດທະນາສັກກະຍາພາບໃນການປ້ອງກັນຕົວ ແລະ ໃຫ້ຄວາມສຳຄັນກັບການພັດທະນາລະບົບຕໍ່ຕ້າຍຂີປະນາວຸດ

https://youtu.be/oTLy0OdfCbc

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...