Homeຂ່າວທ້ອງຖິ່ນຮຮສ ເຕືອນຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງ ໃຫ້ຂຶ້ນທະບຽນພາຍໃນ 3 ເດືອນ

ຮຮສ ເຕືອນຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງ ໃຫ້ຂຶ້ນທະບຽນພາຍໃນ 3 ເດືອນ

Published on

ນັບແຕ່ເດືອນກັນຍາ ຫາ ເດືອນພະຈິກ 2017 ນີ້ ຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຢູ່ນະຄອນຫຼວງວຽງຈັນ ແລະ ທົ່ວປະເທດ ຈະຕ້ອງໄປຂຶ້ນທະບຽນ ແລະ ເຮັດບັດອະນຸຍາດເຄື່ອນໄຫວຊົ່ວຄາວພາຍໃນເວລາທີ່ກຳນົດໄວ້ ຖ້າບໍ່ດັ່ງນັ້ນ ຜູ້ລະເມີດຈະຖືກປະຕິບັດຕາມລະບຽບກົດໝາຍ ຫຼື ບໍ່ດັ່ງນັ້ນກໍຈະຖືກຂັບອອກນອກປະເທດ.

ທ່ານນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ ຢູ່ໃນນະຄອນຫຼວງວຽງຈັນ ຈະຕ້ອງໄປຂຶ້ນທະບຽນ ແລະ ເຮັດບັດອະນຸຍາດເຄື່ອນໄຫວຊົ່ວຄາວຢູ່ຫ້ອງການແຮງງານ ແລະສະຫວັດດີການສັງຄົມ ຂອງ 8 ເມືອງໃນນະຄອນຫຼວງ ຍົກເວັ້ນເມືອງໄຊທານີ ແມ່ນຢູ່ໂຮງຮຽນປະຖົມບ້ານດົງສ້າງຫີນ ຖ້າຫາກມີເຈດຕະນາຫຼົບຫຼີກບໍ່ໄປຂຶ້ນທະບຽນ ຈະຖືກດຳເນີນຄະດີຕາມລະບຽບກົດໝາຍ ພ້ອມທັງຖືກຂັບໃຫ້ອອກຈາກ ສປປ ລາວ  ສຳລັບຜູ້ທີ່ມາຂຶ້ນທະບຽນໃໝ່ຈະໄດ້ຮັບບັດອະນຸຍາດຊົ່ວຄາວສູງສຸດບໍ່ເກີນ 3 ເດືອນ ທັງຜູ້ທີ່ຕ້ອງການຊຳລະສະສາງ ແລະ ຜູ້ທີ່ຕ້ອງການຢາກປັບສະຖານະພາບ ສ່ວນຜູ້ທີ່ເຄີຍອອກບັດມາແລ້ວແມ່ນໃຫ້ໄປຕໍ່ອະນຸຍາດ ເຊິ່ງການຕໍ່ອາຍຸບັດ ແລະ ການອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ໃໝ່ແມ່ນຈະໄດ້ເສຍຄ່າບໍລິການ 3 ແສນກີບຕໍ່ຄົນຕໍ່ເດືອນ ທັງໝົດນັ້ນເປັນການປະຕິບັດຕາມແຈ້ງການຂອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ແລະ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.

ໃນໄລຍະຜ່ານມາ ນະຄອນຫຼວງວຽງຈັນ ໄດ້ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ເຄື່ອນ ໄຫວບໍ່ຖືກຕ້ອງຈຳນວນ 4 ພັນກວ່າຄົນ ໃນນັ້ນສັນຊາດຫວຽດນາມຫຼາຍທີ່ສຸດມີເຖິງ 3 ພັນກວ່າຄົນ ແລະ ປັດຈຸບັນຄາດວ່າຍັງມີຈຳນວນເຖິງ 5 ພັນຄົນທີ່ຍັງບໍ່ທັນມາຂຶ້ນທະບຽນຖືກຕ້ອງ.

 

ແຫລ່ງຂ່າວ/ຮູບ: ວັນຄໍາ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...