Homeຂ່າວພາຍ​ໃນລາວສົ່ງ 6 ປະເພດກີລາເຂົ້າຮ່ວມແຂ່ງຂັນກີລາອາຊຽນພຣາເກມ ຄັ້ງທີ 9 ທີ່ປະເທດມາເລເຊຍ

ລາວສົ່ງ 6 ປະເພດກີລາເຂົ້າຮ່ວມແຂ່ງຂັນກີລາອາຊຽນພຣາເກມ ຄັ້ງທີ 9 ທີ່ປະເທດມາເລເຊຍ

Published on

ເມື່ອວັນທີ 6 ກັນຍາ ທີ່ໂຮງແຮມລ້ານຊ້າງ ໄດ້ມີການກະກຽມເຂົ້າຮ່ວມງານແຂ່ງຂັນກີລາອາຊຽນພຣາເກມ ຄັ້ງທີ 9 ປີ 2017 ທີ່ປະເທດມາເລເຊຍ ໃຫ້ກຽດໂດຍ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ,ກຳມະການສູນກາງພັກ, ລັດຖະ ມົນຕີ ກະຊວງສຶກສາທິການ ແລະ ກິລາ ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຂື້ນກ່າວໃຫ້ຄຳໂອ້ວາດ

ສຳລັບການແຂ່ງຂັນໃນຄັ້ງນີ້ ສປປລາວ ຈະສົ່ງທີມນັກກິລາ, ຄູຝຶກ ແລະ ຄະນະການນຳເຂົ້າຮ່ວມລວມທັງໝົດ 100 ຄົນ, ເປັນນັກກີລາ 84 ຄົນ, ຍິງ 20 ຄົນ ໃນ 6 ປະເພດກີລາເຊັ່ນ: ແລ່ນ-ລານ, ລອຍນ້ຳ, ຍົກນ້ຳໜັກ, ໂກນບານ, ບານບ້ວງລໍ້ເລື່ອນ ແລະ ກີລາບານເຕະ

ແຂ່ງຂັນກິລາອາຊຽນພຣາເກມ ຄັ້ງທີ 9 ທີ່ປະເທດມາເລເຊຍ ໂດຍມີການຊິງຫຼຽນ 294 ຫຼຽນຄຳ ແລະ 883 ລາຍ ການ ແລະ ປະກອບທັງໝົດ 16 ກີລາເຊັ່ນ: ແລ່ນ-ລານ, ລອຍນ້ຳ, ຍົກນ້ຳໜັກ, ໂກນບານ, ບານບ້ວງລໍ້ເລື່ອນ, ກີລາບານເຕະ, ບອດເຊຍ, ໝາກເສິກ, ດອກປີກໄກ່, ເທດນິດລໍ້ເລື່ອນ, ຍິງທະນູ, ບານສົ່ງນັ່ງ, ປິ່ງປ່ອງ, ໂບລິ້ງ, ລົດ ຖີບທາງພຽງ-ວິບາກ ແລະ ຊີພີບານເຕະພິການ 7 ຄົນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...