Homeຂ່າວພາຍ​ໃນລັດຖະມົນຕີ 2 ຊາດ "ລາວ-ກຳປູເຈຍ" ເອກະພາບ 3 ທິດທາງໃນການແກ້ໄຂບັນຫາຊາຍແດນ

ລັດຖະມົນຕີ 2 ຊາດ “ລາວ-ກຳປູເຈຍ” ເອກະພາບ 3 ທິດທາງໃນການແກ້ໄຂບັນຫາຊາຍແດນ

Published on

ໃນວັນທີ 5 ກັນຍາ 2017 ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ປຣາກ ໂສກົນ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກກໍາປູເຈຍໄດ້ພົບປະປຶກສາຫາລືກັນທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກຳປູເຈຍ ໂດຍປະຕິບັດຕາມການຕົກລົງຈັດກອງປະຊຸມຂອງສອງນາຍົກລັດຖະມົນຕີລາວ ແລະ ກຳປູເຈຍ ຄັ້ງວັນທີ 1 ກັນຍາ 2017 ທີ່ຜ່ານມາທີ່ເຫັນດີເປັນເອກະພາບກັນມອບໝາຍໃຫ້ລັດຖະມົນຕີການຕ່າງປະເທດທັງສອງປະເທດພົບປະປຶກສາຫາລືກັນເພື່ອຊອກວິທີທາງໃນການແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງເພື່ອກ້າວໄປສູ່ການປັກຫຼັກໝາຍຊາຍແດນໃຫ້ສຳເລັດໂດຍໄວ.

ຊຶ່ງສອງຝ່າຍໄດ້ເປັນເອກະພາບກັນກ່ຽວກັບທິດທາງໃນການຈັດຕັ້ງປະຕິບັດວຽກງານເພື່ອແກ້ໄຂບັນຫາຊາຍແດນລະຫວ່າງສອງປະເທດທີ່ຍັງຄົງຄ້າງຮ່ວມກັນດັ່ງນີີ້:
1. ສອງຝ່າຍໄດ້ເປັນເອກະພາບກັນກ່ຽວກັບເນື້ອໃນການຮ່າງຈົດໝາຍໃນນາມນາຍົກລັດຖະມົນຕີລາວ ແລະ ນາຍົກ ລັດຖະມົນຕີກຳປູເຈຍ ເຖິງປະທານາທິບໍດີຝຣັ່ງເພື່ອສະເໜີໃຫ້ຝຣັ່ງຊ່ວຍສົ່ງທຸກໆແຜນທີ່ ແລະ ເອກະສານທີ່ກ່ຽວຂ້ອງກັບການກໍານົດເສັ້ນຊາຍແດນລະຫວ່າງລາວ-ກຳປູເຈຍ ສະໄໝຝຣັ່ງປົກຄອງໃຫ້ລັດຖະບານສອງປະເທດລາວ ແລະ ກຳປູເຈຍເພື່ອເປັນພື້ນຖານໃນການແກ້ໄຂ ບັນຫາຊາຍແດນທີ່ຍັງຄົງຄ້າງຮ່ວມກັນ.
2. ສອງຝ່າຍຕົກລົງເປັນເອກະພາບກັນມອບໝາຍໃຫ້ຄະນະກຳມະການຊາຍແດນສອງຝ່າຍລົງກວດກາພື້ນທີ່ຕົວຈິງໃນເວລາອັນໃກ້ ເພື່ອຮ່ວມກັນແກ້ໄຂຈຸດຄົງຄ້າງຊາຍແດນ 4 ຈຸດທີ່ຂຶ້ນກັບແຂວງຈຳປາສັກຂອງລາວ ແລະ ແຂວງຊຽງແຕງຂອງກຳປູເຈຍ ເພື່ອກ້າວໄປເຖິງການປັກຫຼັກໝາຍຊາຍແດນຮ່ວມກັນໃຫ້ສຳເລັດໂດຍໄວ.
3. ສອງຝ່າຍໄດ້ເປັນເອກະພາບກັນໃຫ້ຄະນະກຳມະການຊາຍແດນສອງປະເທດມອບໝາຍໃຫ້ຄະນະອະນຸກຳມະການເຕັກນິກ ລາວ-ກໍາປູເຈຍ; ກໍາປູເຈຍ-ລາວລົງກວດກາຢູ່ພື້ນທີ່ຕົວຈິງບໍລິເວນຈຸດຄົງຄ້າງແກ້ງຕໍໍມໍຄອຍ-ຫ້ວຍຕະເງົາ ຮ່ວມກັນຖ້າຈຸດໃດທີ່ສອງຝ່າຍສາມາດຕົກລົງກັນໄດ້ໃຫ້ປັກຫຼັກໝາຍຊາຍແດນໄປພ້ອມ, ທັງນີ້ເພື່ອກ້າວໄປສູ່ການປັກຫຼັກໝາຍຊາຍແດນຕໍ່ໆໄປ. 

ນອກຈາກນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລືກັນ ກ່ຽວກັບການສຶກສາຄວາມເປັນໄປໄດ້ໃນການປັກຫຼັກໝາຍຖີ່ຮ່ວມກັນໃນຕໍ່ໜ້າ ແລະ ທັງສອງຝ່າຍໄດ້ລົງນາມບົດບັນທຶກກອງປະຊຸມດັ່ງກ່າວຮ່ວມກັນເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດຕໍ່ໄປ.

ໝາກຜົນຂອງການປຶກສາຫາລືຂອງລັດຖະມົນຕີການຕ່າງປະເທດສອງປະເທດໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຕໍ່ການພົວພັນ ແລະ ຮ່ວມມືທີ່ດີ ລະຫວ່າງ ສປປ.ລາວ ແລະ ຣາຊະອານາຈັກກຳປູເຈຍ ຖືວ່າເປັນບາດ ກ້າວສຳຄັນໃນການເພີ່ມທະວີຄວາມໄວ້ເນື້ອເຊື້ອໃຈ ແລະ ການຮ່ວມມືກັນໃນການແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງໃນຈຸດອື່ນໆທີ່ຍັງເຫລືອ ເພື່ອເຮັດໃຫ້ເສັ້ນຊາຍແດນກາຍເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢ່າງແທ້ຈິງ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...