Homeຂ່າວທ້ອງຖິ່ນເປີດຊຸດເຝິກອົບຮົມວຽກງານການເມືອງ-ການທະຫານ-ພະລາທິການ

ເປີດຊຸດເຝິກອົບຮົມວຽກງານການເມືອງ-ການທະຫານ-ພະລາທິການ

Published on

ກອງບັນຊາການທະຫານເມືອງພູຄູນ ເປີດຊຸດເຝິກອົບຮົມວຽກງານການເມືອງ-ການທະຫານ-ພະລາທິການໃຫ້ແກ່ພະນັກງານນັກລົບ ກອງຮ້ອຍ ຄໍ 14 ແລະ ກອງຫຼອນບ້ານ ປະຈໍາໄຕມາດ II

ພິທີໄດ້ຈັດຂື້ນໃນວັນທີ 5 ກັນຍາ 2017 ຢູ່ທີ່ສະໂມສອນກອງຮ້ອຍຄໍ 14 ໃຫ້ກຽດເຂົ້າຮ່ວມໂດຍມີ: ສະຫາຍ ເພັດສະໝອນ ວົງສີປະເສີດ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງພູຄູນ, ສະຫາຍ ພັທ ບຸນເມືອງ ສອນມະນີ ຄະນະປະຈຳພັກຫົວໜ້າການເມືອງ ກອງບັນຊາການທະຫານເມືອງພູຄູນ, ມີບັນດາຄະນະຊີ້ນໍາ, ອະນຸກຳມະການ, ຄູເຝິກ, ນາຍ ແລະ ພົນທະຫານທົ່ວກອງບັນຊາການທະຫານເມືອງ, ກອງຮ້ອຍຄໍ 14 ແລະ ກອງຫຼອນບ້ານຜາແກ້ວເຂົ້າຮ່ວມ. ສະຫາຍ ຮທ ຄຳທິດ ຫັດອອນສີ ຫົວໜ້າຂະແໜງອົບຮົມກອງບັນຊາການທະຫານເມືອງພູຄູນ ໄດ້ໃຫ້ຮູ້ວ່າ: ຈຸດປະ ສົງໃນການຈັດເຝິກອົບຮົມກໍ່ເພື່ອສ້າງໃຫ້ພະນັກງານ-ນັກລົບພາຍໃນກົມກອງໄດ້ຮູ້ມູນເຊື້ອຂອງກອງທັບ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງປະເທດຊາດ, ມີສະຕິຕື່ນຕົວປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ ແລະ ກົດໝາຍຂອງລັດໃຫ້ມີລະບຽບແບບແຜນທີ່ດີ, ສ້າງພະນັກງານ-ນັກລົບໃຫ້ມີກໍາລັງທີ່ແຂງແຮງ, ມີຄຸນສົມບັດ, ມີແນວຄິດຫຼັກໝັ້ນຮູ້ຈໍາແນກມິດ ແລະ ສັດຕູ, ສາມາດນໍາເອົາແນວທາງ ແລະ ລະບຽບວິໄນຂອງກອງທັບໄປນໍາໃຊ້ເຂົ້າໃນຊີວິດປະຈຳວັນ ພ້ອມທັງກຳໄດ້ຫຼັກການ ແລະ ຄວາມຮູ້ພື້ນຖານຂອງວິຊາສິນລະປະຍຸດ, ຍຸດທະວິທີ ແລະ ລະບຽບກິລາເພື່ອເປັນພື້ນຖານໃນການກຽມພ້ອມສູ້ລົບກໍຄືປະຕິບັດໜ້າທີ່ວຽກງານຕົວຈິງ. ບັນດານັກສຳມະນາກອນທີ່ເຂົ້າຮ່ວມອົບຮົມໃນຄັ້ງນີ້ຈະໄດ້ຮໍ່າຮຽນເອກະສານຕ່າງໆທີ່ສໍາຄັນ ເຊິ່ງມີທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ປະກອບມີວິຊາການເມືອງ, ວິຊາລະບຽບ-ກິລາ, ວິຊາສິນລະປະຍຸດ, ວິຊາຍຸດທະວິທີ ແລະ ໃຊ້ເວລາ 10 ວັນຈິງຈະສໍາເລັດໃນການເຝິກອົບຮົມ. ໃນໂອກາດດັ່ງກ່າວ ຄະນະປະທານກໍຍັງໄດ້ໃຫ້ຄຳໂອ້ລົມ ແລະ ຮຽກຮ້ອງໃຫ້ນັກສໍາມະນາກອນທຸກສະຫາຍຈົ່ງເອົາໃຈໃສ່ໃນການເຝິກອົບຮົມຫັດແອບ ປະຕິບັດກົດລະບຽບຢ່າງເຂັ້ມງວດ ແລະ ມີຄວາມສາມັກຄິ ພ້ອມ ກັນພະຍາຍາມຜ່ານຜ່າອຸປະສັກຄວາມຫຍຸ້ງຍາກ ແລະ ເຮັດສໍາເລັດໜ້າທີ່ໃນການຮໍ່າຮຽນ ແລະ ຄູເຝິກສອນຕ້ອງຮັບປະກັນການຮຽນ-ການສອນໃຫ້ດີ ໃຫ້ມີບຸກຄົນຮຽນເກັ່ງບັນລຸເປົ້າໝາຍໃຫ້ໄດ້ 100%.

 

ແຫລ່ງຂ່າວ: ອຸທຽນ ພອນວິໄລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...