Homeຂ່າວທ້ອງຖິ່ນກອງປະຊຸມຄົບຄະນະບໍລິຫານງານພັກເມືອງພູຄູນ ຄັ້ງທີ 4 ສະໄໝທີ 3

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງພູຄູນ ຄັ້ງທີ 4 ສະໄໝທີ 3

Published on

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງພູຄູນ ຄັ້ງທີ4 ສະໄໝທີ3ໄດ້ຈັດຂື້ນໃນທ້າຍເດືອນສິງຫາທີ່ຜ່ານມາ ຢູ່ທີສະໂມສອນໃຫ່ຍຂອງເມືອງ ໂດຍການເປັນປະທານຂອງສະຫາຍ ວຽງທອງ ຫັດສະຈັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານເມືອງພູຄູນ ມີບັນດາຄະນະປະຈຳ, ກຳມະການພັກເມືອງເຂົ້າຮວມ21ສະຫາຍ, ຍິງ 1 ສະຫາຍ ໃນວາລະກອງປະຊຸມໄດ້ຮັບຟັງບົດສະຫຼຸບລາຍງານໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດ ທາງແຜນການ 6 ເດືອນທ້າຍປີ 2017 ເຊິງໄດ້ຍົກຜົນງານທີ່ຜົ້ນເດັ່ນ ພາຍໃຕ້ການຊີ້ນຳ – ນຳພາ ແລະ ເປັນຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ, ຂອງແຕ່ລະຂະແໜງການ ເປັນຕົ້ນແມ່ນການເອົາໃຈໃສ່ ເປັນເຈົ້າການສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນ ສັງຄົມ ເຮັດໃຫ້ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ດ້ານເສດຖະກິດໃນໄລຍະ6ຜ່ານມາ ສາມາດເກັບລາຍຮັບ122ຕື້ກວ່າກີບ ທຽບໃສ່ແຜ່ນການປີ ປະ ຕິບັດໄດ້ 42% ໃນນີ້ ລວມຍອດຜະລິດຕະພັນກະສີກຳປ່າໄມ້ບັນລຸ 54%; ອຸດສະຫາກຳບັນລຸ 6,68% ແລະ ການບໍລິການບັນລຸ 39,30% ການປູກຝັງແບບກະເສດອິນຊີ-ລ້ຽງສັດແບບເປັນລ໋ອກປູກຫຍ້າລ້ຽງສັດໄດ້ຮັບການຊຸກຍູ້ສົງເສີມ ໄປພ້ອມກັບການອະນຸລັກ-ຮັກສາຊັບພະຍາກອນທຳມະຊາດໃຫ້ມີຄວາມອຸດົມສົມບູນ ໂດຍສະເພາະແມ່ນ ຂະແໜງທີ່ກຽວຂ້ອງໄດ້ລົງເຄື່ອນໄຫວຊຸກຍູ້ສ້າງຄວມເຂັ້ມແຂງຢູ່ຮາກຖານບ້ານ ເພື່ອສຸມໃສ່ເຂົ້າໃນການພັດທະນາພື້ນຖານໂຄງ່ລາງ ສ້າງອາຊີບຕາມທ່າແຮງທ້ອງຖິນ ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີດີຂື້ນເທື່ອລະກ້າວ ດ້ານການລົງທຶນ ພາຍໃນ 6 ເດືອນຜ່ານມາ ມີການລົງທຶນຈາກພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ ທັງໝົດ 11 ໂຄງການມູນຄ່າ7,5ຕື້ກີບ ກອງປະຊຸມໃນຄັ້ງນີ້ຍັງໄດ້ຍົກເອົາຫຼາຍບັນຫາເພື່ອນຳມາພິຈາລະນາ, ຄົ້ນຄ້ວາ ນັບທັງຂໍ້ຂາດຕົກບົກຜ່ອງ, ບົດຮຽນທີຖອດຖອນຂອງຄະນະພັກ ເພື່ອກະກຽມໃຫ້ແກ່ໂຄງການດຳເນີນງານ 4 ເດືອນທ້າຍປີ 2017ໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີວ່າງໄວ້.

 

ແຫລ່ງຂ່າວ: ວັນທຽນ ຄຳທະສິດ/ຂ່າວສານເມືອງພູຄູນ ເມືອງພູຄູນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...